ວັນທີ 5 ເມສາ 2022 ໃນໂອກາດລົງຊຸກຍູວຽກງານ ຖວທ ຢູ່ແຂວງອັດຕະປື ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງ ຖວທ ໄດ້ພົບປະກັບທ່ານ ເລັດ ໄຊຍະພອນ ເຈົ້າແຂວງໆອັດຕະປື. ໂອກາດນີ້ ທ່ານລັດຖະມົນຕີກະຊວງ ຖວທ ໄດ້ແຈ້ງກ່ຽວກັບ ການລົງມາຄັ້ງນີ້ແມ່ນເປັນການລົງມາຊຸກຍູ້ວຽກງານ ຖວທ ໂດຍສະເພາະແມ່ນເກັບກຳສະພາບ ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ເພື່ອຈະໄດ້ນຳໄປຄົ້ນຄວ້າແກ້ໄຂໃນຕໍ່ໜ້າ, ພ້ອມທັງເປັນການແນະນຳຕົນເອງທີ່ໄດ້ມາຮັບໜ້າທີ່ເປັນລັດຖະມົນຕີກະຊວງ ຖວທ ຄົນໃໝ່, ໂອກາດນີ້ ທ່ານລັດຖະມົນຕີກໍ່ໄດ້ສະແດງຄວາມຂອບໃຈທີ່ຄະນະນຳຂອງແຂວງໄດ້ເອົາໃຈໃສ່ກະຕຸກຊຸກຍູ້, ໃຫ້ທິດຊີ້ນຳທາງພະແນກ ຖວທ ແຂວງຢ່າງໄກ້ສິດໃນໄລຍະທີ່ຜ່ານມາ ແລະ ສະເໜີໃຫ້ເຈົ້າແຂວງສືບຕໍ່ຊ່ວຍກະຕຸກຊຸກຍູ້ ໃຫ້ທິດຊີ້ນຳວຽກງານ ຖວທ ຢູ່ພາຍໃນແຂວງໃຫ້ມີຄວາມເຂັ້ມແຂງຂື້ນຕື່ມ.
ທ່ານເຈົ້າແຂວງອັດຕະປືໄດ້ແຈ້ງໃຫ້ຊາບວ່າ ທາງແຂວງໄດ້ເອົາໃຈໃສ່ຢ່າງສຸດຂີດໂດຍສະເພາະໄດ້ແບ່ງງົບປະມານຈຳນວນໜຶ່ງໃຫ້ພະແນກ ຖວທ ແຂວງ ເພື່ອພັດ ທະນາວຽກວຽກງານ ຖວທ,ໃນນັ້ນກໍ່ໄດ້ຄົ້ນຄວ້າ ແລະ ໄດ້ຊີ້ນຳໃນການຍົກລະດັບຄວາມແຮງຂອງເຄື່ອງສົ່ງວິທະຍຸຈາກ 2 ກິໂລວັດ ມາເປັນ 5 ກິໂລວັດ, ສຳລັບວຽກງານໂທລະໂຄງຜ່ານມາແມ່ນທຸກບ້ານໄດ້ຮັບການຕິດຕັ້ງໃຫ້ຄົບຖ້ວນແລ້ວ ແຕ່ມາຮອດປະຈຸ ບັນແມ່ນຢູ່ຫຼາຍບານມີການເປເພແລ້ວ ເຊິ່ງຈະຕ້ອງໄດ້ຊອກງົບປະ ມານມາສ້ອມແປງ ຫຼື ປ່ຽນຖ່າຍ, ພ້ອມນັ້ນ, ທ່ານເຈົ້າແຂວງໄດ້ຊີ້ນຳໃຫ້ພະແນກ ຖວທ ແຂວງ ເອົາໃຈໃສ່ອະນຸລັກຮັກສາ ແລະ ດຳເນີນການສຳຫຼວດ, ແນໃສ່ເພື່ອພັດທະ ນາໃຫ້ເປັນແຫຼງທ່ອງທ່ຽວເປັນຕົ້ນແມ່ນ: ຕາດຫົວຄົນ, ທົ່ງໄກ່ໂອກ, ໄມ້ເປັນຫີນ ແລະ ສຳນັກ ງານການປະຕິວັດເກົ່າ ເພື່ອໃຫ້ກາຍເປັນບ່ອນທ່ອງທ່ຽວທຳມະ ຊາດ ແລະ ປະຫວັດສາດ, ນອກນັ້ນ ກໍ່ໄດ້ປຶກສາຫາລືທິດທາງພັດທະນາວຽກງານສື່ມວນຊົນໃຫ້ມີຄວາມເຂັ້ມແຂງຂື້ນເປັນຕົ້ນແມ່ນວິທະຍຸ ແລະ ໂທລະພາບ ເຊິ່ງທ່ານລັດຖະມົນຕີໄດ້ກ່າວວ່າຈະນຳເອົາບັນຫາຕ່າງໆ ທີ່ທາງແຂວງສະເໜີໃນຄັ້ງນີ້ໄປປຶກສາຫາລື ເພື່ອຈະໄດ້ພ້ອມກັນແກ້ໄຂ.


