ວັນທີ 6 ເມສາ 2022 ໃນໂອກາດລົງຊຸກຍູ້ວຽກງານ ຖວທ ຢູ່ແຂວງເຊກອງ ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງ ຖວທ ໄດ້ພົບປະເຮັດວຽກກັບທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງໆເຊກອງ. ທ່ານລັດຖະມົນຕີໄດ້ກ່າວວ່າ ການລົງມາຄັ້ງນີ້ແມ່ນເປັນການລົງມາຊຸກຍູ້ວຽກງານ ຖວທ ໂດຍສະເພາະແມ່ນເກັບກຳສະພາບ ຂໍ້ສະດວກ ແລະ ຂໍ້ ຫຍຸ້ງຍາກ ເພື່ອຈະໄປຄົ້ນຄວ້າແກ້ໄຂໃນຕໍ່ໜ້າ, ພ້ອມທັງເປັນການແນະນຳຕົນເອງທີ່ໄດ້ມາຮັບໜ້າທີ່ເປັນລັດຖະມົນຕີກະຊວງ ຖວທ ຄົນໃໝ່.
ທ່ານເຈົ້າແຂວງເຊກອງໄດ້ແຈ້ງໃຫ້ຊາບວ່າ ການນຳແຂວງເຊກອງໄດ້ຖືເອົາວຽກງານ ຖວທ ເປັນວຽກງານໜຶ່ງທີ່ສຳຄັນ ແລະໄດ້ລົງເລິກຊີ້ນຳຢ່າງໃກ້ສິດ, ໃນໄລຍະໝໍ່ໆມານີ້ທາງແຂວງກໍ່ໄດ້ອະນຸ ມັດງົບປະມານຈຳນວນໜຶ່ງໃນການປັບປຸງຫ້ອງເຮັດວຽກຂອງພະແນກ ຖວທ ແຂວງ, ຊື້ກອງ, ຄອມຜິວເຕີ ເພື່ອຮັບໃຊ້ໃນວຽກ ງານສື່ມວນຊົນຂອງແຂວງ ແລະ ໄດ້ຈັດຝຶກອົບຮົມໃຫ້ບັນດາສື່ມວນຊົນພາຍໃນແຂວງ, ພ້ອມນັ້ນກໍ່ໄດ້ກະຕຸກຊຸກຍູ້ໃນການພັດທະນາວຽກງານວັດທະນະທຳ ໂດຍສະເພາະແມ່ນການບູລະນະຮັກສາວັດທະນະທຳອັນດີງາມຂອງບັນດາເຜົາ, ໄດ້ສ້າງສວນຫຼັກເມືອງອານຸສາວະລີອົງແກ້ວໃຫ້ກາຍເປັນແຫຼງທ່ອງທ່ຽວທັງກາຍເປັນສວນສາທາລະນະເປັນບ່ອນອອກກຳລັງກາຍ, ສ່ວນວຽກງານທ່ອງທ່ຽວກໍ່ໄດ້ຊີ້ນຳໃນການພັດທະນາ ຕາມທ່າແຮງທີ່ມີຢູ່ໃນແຂວງ ໂດຍສະເພາະການປັບປຸງບູລະນະສະຖານທີ່ທ່ອງ ທ່ຽວທາງດ້ານທຳມະຊາດບັນດານ້ຳຕົກຕາດຕ່າງໆ, ເອົາໃຈໃສ່ການສ້າງວົງແຫວນການທ່ອງທ່ຽວ ແນໃສ່ດຶງດູດ ນັກທ່ອງທ່ຽວ ສາມາດໄປທ່ຽວຊົມ ແລະ ສ້າງລາຍຮັບໃຫ້ແກ່ທ້ອງຖິ່ນ ພ້ອມນີ້ ທ່ານເຈົ້າແຂວງຍັງໄດ້ກ່າວອີກວ່າໃນຕໍ່ໜ້ານີ້ສິ່ງສຳຄັນຈະຕ້ອງໄດ້ເພີ່ມທະວີກົນໄກການປະສານງານການ, ລະບຽບການໃນການຄຸ້ມຄອງສະຖານທີ່ ແຫລ່ງທ່ອງ ທ່ຽວທີ່ຢູ່ໃນຄວາມຮັບຜິດຊອບຂອງພະແນກ ຖວທ ໃຫ້ດີ ເພື່ອເປັນການປົກປັກຮັກສາ ແລະ ສືບຕໍ່ພັດທະນາ ແລະ ສະເໜີໃຫ້ທາງກະຊວງໄກ້ສິດຕິດແທດລົງມາທ້ອງຖິ່ນເພື່ອຊ່ວຍກະຕຸກຊຸກຍູ້ທັງເປັນການລົງມາເພື່ອເກັບກຳສະພາບຕົວຈິງ ເພື່ອຈະໄດ້ນຳໄປຄົ້ນຄວ້າ ແລະ ພ້ອມກັນແກ້ໄຂຂໍ້ຫຍຸ້ງຍາກຕ່າງໆ.
ໃນໂອກາດນີ້ທ່ານລັດຖະມົນຕີກໍ່ໄດ້ສະແດງຄວາມຂອບໃຈທີ່ທາງຄະນະນຳຂອງແຂວງໄດ້ເອົາໃຈໃສ່ຊີ້ນຳ-ນຳພາໃນການພັດທະນາວຽກງານ ຖວທ ໃນໄລຍະຜ່ານມາ ແລະ ກໍ່ຂໍໃຫ້ສືບຕໍ່ກະຕຸກຊຸກຍູ້ໃນການພັດທະນາ ແຕ່ອັນສຳຄັນການພັດທະນານັ້ນຍາກໃຫ້ມີການປະສານສົມທົບກັບກະຊວງ ໂດຍສະເພາະກົມທີ່ກ່ຽວຂ້ອງໃຫ້ມີສ່ວນຮ່ວມໃນການຄົ້ນຄວ້າໃຫ້ຮັດກຸມ ເພື່ອບໍ່ໃຫ້ເກີດບັນຫາພັດທະນາດ້ານໜຶ່ງແຕ່ໄປທຳລາຍ ຫຼື ມີຜົນກະທົບຕໍ່ດ້ານອື່ນ, ການພັດທະນາໃຫ້ໄປຕາມແຜນຍຸດທະສາດທີ່ໄດ້ກຳນົດໄວ້.

