ວັນທີ 30 ຕຸລາ 2021ນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວຄຳປາໄສສຳຄັນໃນກອງປະຊຸມໄລຍະທີໜຶ່ງຂອງກອງປະຊຸມສຸດຍອດກຸ່ມG20 ຄັ້ງທີ 16 ຜ່ານທາງວີດີໂອຢູ່ນະຄອນຫຼວງປັກກິ່ງ.

ທ່ານສີຈິ້ນຜິງກ່າວວ່າ: ປັດຈຸບັນ, ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ເກີດຂຶ້ນຢ່າງຕໍ່ເນື່ອງ, ການຟື້ນຟູເສດຖະກິດໂລກຕົກຢູ່ໃນສະພາບອ່ອນແອ, ສິ່ງທ້າທາຍຈາກການປ່ຽນແປງຂອງດິນຟ້າອາກາດພົ້ນເດັ່ນຂຶ້ນ, ບັນຫາຈຸດສຸມໃນພາກພື້ນໄດ້ເກີດຂຶ້ນເລື້ອຍໆ. ເມື່ອປະເຊີນໜ້າກັບສະພາບການປ່ຽນແປງອັນໃຫຍ່ຫຼວງແບບບໍ່ເຄີຍມີມາກ່ອນໃນຮອບຮ້ອຍປີຜ່ານມາໃນໂລກ ແລະສະພາບການແຜ່ລະບາດຂອງພະຍາດໂຄວິດ-19ໃນສະຕະວັດໃໝ່, ກຸ່ມ20ປະເທດຫຼື G20ໃນຖານະເປັນເວທີປາໄສອັນສຳຄັນສຳລັບການຮ່ວມມືສາກົນໃນດ້ານເສດຖະກິດ ຄວນແບກຫາບຄວາມຮັບຜິດຊອບຂອງຕົນ, ເພື່ອອະນາຄົດຂອງມວນມະນຸດ ແລະຄວາມຜາສຸກຂອງປະຊາຊົນ, ຍຶດໝັ້ນໃນຫຼັກການເປີດກວ້າງ, ກວມລວມ,ຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ປະຕິບັດຕາມລັດທິລັດທິຫຼາຍຝ່າຍທີ່ແທ້ຈິງ, ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.
ທ່ານສີຈິ້ນຜິງໄດ້ມີຂໍ້ສະເໜີ 5 ຂໍ້ດັ່ງນີ້:
1/ ສາມັກຄີແລະຮ່ວມມືກັນເພື່ອຕ້ານກັບພະຍາດ. ປະຊາຄົມໂລກຄວນຮ່ວມແຮງຮ່ວມໃຈກັນ, ຮັບມືຢ່າງມີວິທະຍາສາດແລະເອົາຊະນະພະຍາດໂຄວິດ-19, ເພີ່ມທະວີການຮ່ວມມືໃນການປ້ອງກັນ, ຄວບຄຸມແລະວິທີປິ່ນປົວພະຍາດ, ຍົກສູງຄວາມສາມາດໃນການຮັບມືກັບເຫດການສາທາລະນະສຸກທີ່ເກີດຂຶ້ນກະທັນຫັນ. ກຸ່ມ G20ຄວນເສີມຂະຫຍາຍບົດບາດນຳໜ້າໃນການທ້ອນໂຮມຄວາມເຫັນເປັນເອກະພາບກັນ,ລະດົມຊັບພະຍາກອນ,ຊຸກຍູ້ການຮ່ວມມື.
2/ ເພີ່ມທະວີການປະສານງານ, ຊຸກຍູ້ການຟື້ນຟູ. ຄວນເພີ່ມທະວີການປະສານງານໃນດ້ານນະໂຍບາຍເສດຖະກິດມະຫາພາກ, ຮັກສາລັກສະນະຕໍ່ເນື່ອງ ລັກສະນະໝັ້ນທ່ຽງ ແລະ ລັກສະນະຍືນຍົງຂອງນະໂຍບາຍ. ອົງກອນເສດຖະກິດສຳຄັນຄວນໃຊ້ນະໂຍບາຍເສດຖະກິດມະຫາພາກທີ່ຮັບຜິດຊອບ, ຫຼີກລ່ຽງຜົນກະທົບທາງລົບຕໍ່ປະເທດພວມພັດທະນາ, ຮັກສາການໝູນວຽນທີ່ປອດໃສ ແລະ ໜັກແໜ້ນຂອງລະບົບເສດຖະກິດການເງິນສາກົນ.
3/ ສ້າງຜົນປະໂຫຍດໃຫ້ທົ່ວເຖິງ ແລະ ການມີສ່ວນຮ່ວມ, ພັດທະນາຮ່ວມກັນ. ຄວນຍຶດໝັ້ນໃນການຖືເອົາປະຊາຊົນເປັນໃຈກາງ, ຍົກສູງຄວາມຍຸຕິທຳ ປະສິດທິຜົນ ແລະ ການມີສ່ວນຮ່ວມໃນການພັດທະນາຂອງທົ່ວໂລກ, ພະຍາຍາມບໍ່ໃຫ້ປະເທດໃດໜຶ່ງຕົກແຖວ.
4/ ຂັບເຄື່ອນດ້ວຍການປະດິດສ້າງໃໝ່, ຂຸດຄົ້ນແຮງຂັບເຄື່ອນ. ກຸ່ມ G20 ຄວນຮ່ວມແຮງຮ່ວມໃຈກັນຂຸດຄົ້ນກຳລັງບົ່ມຊ້ອນແຫ່ງການເຕີບໂຕດ້ວຍການປະດິດສ້າງໃໝ່, ກຳນົດລະບຽບການບົນພື້ນຖານທີ່ເຂົ້າຮ່ວມຢ່າງເຕັມສ່ວນ ແລະ ມີຄວາມເຫັນທີ່ເປັນເອກະພາບກັນຢ່າງກວ້າງຂວາງ, ສ້າງສະພາບແວດລ້ອມທີ່ດີໃຫ້ແກ່ການການພັດທະນາທີ່ຂັບເຄື່ອນດ້ວຍການປະດິດສ້າງໃໝ່.
5/ ຢູ່ຮ່ວມກັນຢ່າງກົມກຽວກັນ, ພັດທະນາດ້ວຍຮູບຕາມທິດສີຂຽວແບບຍືນຍົງ. ກຸ່ມ G20ຄວນຍຶດໝັ້ນໃນຫຼັກການທີ່ມີຄວາມຮັບຜິດຊອບຮ່ວມແຕ່ມີຄວາມແຕກຕ່າງກັນ, ຊຸກຍູ້ການຈັດຕັ້ງປະຕິບັດ “ສັນຍາປາຣີ” ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢ່າງຮອບດ້ານ, ສະໜັບສະໜູນກອງປະຊຸມປະເທດພາຄີໃນສົນທິສັນຍາຂອບຂອງອົງການສະຫະປະຊາຊາດ ວ່າດ້ວຍການປ່ຽນແປງຂອງດິນຟ້າອາກາດ” ຄັ້ງທີ 26 ແລະ ກອງປະຊຸມປະເທດພາຄີໃນ“ສົນທິສັນຍາວ່າດ້ວຍຊີວະນານາພັນ” ຄັ້ງທີ 15 ໃຫ້ໄດ້ຮັບຜົນສຳເລັດ.
ໃນຕອນມ້ວນທ້າຍ, ທ່ານສີຈິ້ນຜິງກ່າວເນັ້ນວ່າ, ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດຕ້ອງການໃຫ້ບັນດາປະເທດໃນໂລກສຸມຄວາມພະຍາຍາມຢ່າງບໍ່ລົດລະ. ເສັ້ນທາງຍາວໄກ ທັງມີອຸປະສັກກັ້ນໄວ້, ເມື່ອອອກເດີນທາງໄປແລ້ວກໍຈະມີມື້ທີ່ຈະໄປຮອດ, ເດີນທາງດ້ວຍຄວາມພະຍາຍາມຢ່າງບໍ່ລົດລະ, ກໍມີຫວັງຈະປະສົບຜົນສຳເລັດໃນອະນາຄົດ. ຂໍໃຫ້ພວກເຮົາຈົ່ງສາມັກຄີກັນເຂົ້າ, ລຶບລ້າງເງົາມືດຂອງການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍໄວ, ຮ່ວມມືກັນສ້າງອະນາຄົດທີ່ດີງາມກວ່າເກົ່າ.