ຕອນບ່າຍວັນທີ 25 ມັງກອນນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເປັນປະທານຈັດກອງປະຊຸມສຸດຍອດຜ່ານທາງວິດີໂອເນື່ອງໃນໂອກາດທີ່ຈີນ ແລະ 5 ປະເທດອາຊີກາງ ຄື: ປະເທດກາຊັກສະຖານ, ກຽກກິສະຖານ, ຕາຊີກີສະຖານ, ຕວກເມນີສະຖານ ແລະອຸສເບກີສະຖານ ສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 30 ປີ ແລະກ່າວຄຳປາໄສທີ່ສຳຄັນ.
ທ່ານສີຈິ້ນຜິງກ່າວວ່າ: ເຄັດລັບທີ່ຈີນແລະ 5 ປະເທດອາຊີກາງໄດ້ປະສົບຜົນສຳເລັດໃນການຮ່ວມມືກັນຕະຫຼອດໄລຍະ 30 ປີ, ແມ່ນຍ້ອນວ່າພວກເຮົາໄດ້ເຄົາລົບເຊິ່ງກັນແລະກັນ, ມີສາຍພົວພັນມິດຕະພາບຖານບ້ານໃກ້ເຮືອນຄຽງ, ຮ່ວມກັນຜ່ານຜ່າຄວາມຫຍຸ້ງຍາກ ແລະຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດມາໂດຍຕະຫຼອດ. 4 ຂໍ້ນີ້ແມ່ນບົດຮຽນອັນລ້ຳຄ່າແລະຊັບສົມບັດຮ່ວມກັນທີ່ໄດ້ຮັບຈາກການຮ່ວມມື, ເປັນການຮັບປະກັນທາງດ້ານການເມືອງທີ່ຈີນແລະ 5 ປະເທດອາຊີກາງຈະສືບຕໍ່ສາຍພົວພັນທີ່ໝັ້ນທ່ຽງແລະຍາວນານ ທັງເປັນແຮງຂັບເຄື່ອນທີ່ຈີນແລະ 5 ປະເທດອາຊີກາງຈະສືບຕໍ່ຮັກສາການໄປມາຫາສູ່ກັນບົດຈິດໃຈມິດຕະພາບອັນເປັນມູນເຊື້ອ ແລະບຸກເບີກການຮ່ວມມືອັນໃໝ່.
ທ່ານສີຈິ້ນຜິງກ່າວເນັ້ນໜັກວ່າ: ບໍ່ວ່າສະຖານະການສາກົນຈະປ່ຽນແປງໄປແນວໃດກໍຕາມ, ບໍ່ວ່າການພັດທະນາຂອງຈີນໃນອະນາຄົດຈະກ້າວໜ້າໄປສູ່ລະດັບໃດກໍ່ຕາມ, ຈີນຈະເປັນເພື່ອນບ້ານທີ່ດີ, ຄູ່ຮ່ວມມືທີ່ດີ, ເພື່ອນມິດທີ່ດີ ແລະພີ່ນ້ອງທີ່ດີ ຂອງປະເທດອາຊີກາງທີ່ໄວ້ໃຈໄດ້ແລະເພິ່ງພາອາໄສໄດ້ຕະຫຼອດໄປ. ຈີນຈະເດັດດ່ຽວສະໜັບສະໜູນປະເທດອາຊີກາງເດີນຕາມເສັ້ນທາງການພັດທະນາທີ່ສອດຄ່ອງກັບສະພາບຕົວຈິງຂອງປະເທດຕົນ, ເດັດດ່ຽວສະໜັບສະໜູນປະເທດຕ່າງໆຮັກສາອະທິປະໄຕ, ຄວາມເປັນເອກະລາດ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຕົນ, ເດັດດ່ຽວສະໜັບສະໜູນປະເທດຕ່າງໆສະແຫວງຫາການສ້າງຄວາມຈະເລີນຮຸ່ງເຮືອງແລະຄວາມສາມັກຄີຄວາມເຂັ້ມແຂງໃຫ້ກັບປະເທດຊາດຂອງຕົນ, ເດັດດ່ຽວສະໜັບສະໜູນປະເທດຕ່າງໆເສີມຂະຫຍາຍບົດບາດໃນເວທີສາກົນໃຫ້ຫຼາຍກວ່າເກົ່າ. ຈີນຍິນດີຮ່ວມກັບປະເທດອາຊີກາງກ້າວເດີນໄປຂ້າງໜ້າຮ່ວມກັນ, ບຸກບືນສູ້ຊົນແບບຄຽງບ່າຄຽງໄຫຼ່ກັນ ເພື່ອຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳຈີນ-ອາຊີກາງທີ່ແໜັ້ນແຟ້ນກວ່າເກົ່າ.