ຕອນບ່າຍວັນທີ 5 ກຸມພານີ້, ຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານອັນໂຕນີໂອ ກູເຕີເຣັສ ເລຂາທິ ການໃຫຍ່ອົງການສະຫະປະຊາ ຊາດທີ່ເດີນທາງມາຈີນເພື່ອເຂົ້າຮ່ວມງານກິລາໂອລິມປິກລະດູໜາວປັກກິ່ງປີ 2022.

ທ່ານສີຈິ້ນຜິງກ່າວເນັ້ນໜັກວ່າ, ໃນປັດຈຸບັນນີ້ ແລະ ໄລຍະໜຶ່ງຕໍ່ໜ້ານີ້, ໃນໂລກມີວຽກງານສຳຄັນ 3 ຢ່າງທີ່ຕ້ອງພິຈາລະນາ ແລະ ເອົາໃຈໃສ່ຢ່າງຈິງຈັງ, ຄື: ໜຶ່ງ, ສາມັກຄີກັນຕ້ານກັບພະຍາດໂຄວິດ-19. ຈີນສະໜັບສະໜູນຢ່າງສຸດຂີດຕໍ່ເປົ້າໝາຍຂອງອົງການສະຫະປະຊາຊາດທີ່ໃຫ້ປະຊາ ກອນທົ່ວໂລກ 70% ໄດ້ສັກວັກຊິນໃນກາງປີນີ້, ຈີນໄດ້ສຳເລັດຄຳໝັ້ນສັນຍາທີ່ສະໜອງວັກຊີນໂຄວິດ-19 ເປັນຈຳນວນ 2 ຕື້ຫຼອດໃຫ້ຕ່າງປະເທດໃນປີ 2021, ແລະຈະສືບຕໍ່ເພີ່ມທະວີການຊ່ວຍເຫຼືອປະເທດພວມພັດທະ ນາ. ຈີນຈະປະຕິບັດຕາມຄຳໝັ້ນສັນຍາຢ່າງເດັດຂາດ. ສອງ, ຊຸກຍູ້ການພັດທະນາ. ຂ້າພະເຈົ້າໄດ້ສະ ເໜີຂໍ້ລິເລີ່ມການພັດທະນາທົ່ວ ໂລກ, ໂດຍສອດຄ່ອງກັບວາລະການພັດທະນາແບບຍືນຍົງຮອດປີ 2030 ຂອງອົງການສະຫະປະ ຊາຊາດໃນລະດັບສູງ, ແມ່ນເພື່ອຊຸກຍູ້ການພັດທະນາທົ່ວໂລກ ຕາມທິດສີຂຽວຢ່າງເຂັ້ມແຂງກວ່າເກົ່າ ແລະ ປອດໃສກວ່າເກົ່າ. ຈີນຍິນດີຮ່ວມມືກັບອົງການສະຫະປະຊາຊາດຢ່າງໃກ້ຊິດແລະຮ່ວມກັນຊຸກຍູ້ເພື່ອເລື່ອງນີ້.
ສາມ, ເສີມຂະຫຍາຍປະຊາທິ ປະໄຕ. ໂລກນີ້ບໍ່ໄດ້ຈຳກັດລະ ບອບທີ່ເປັນຕົວແບບ ດຽວ, ກໍບໍ່ມີເບົ້າແບບການພັດທະນາທີ່ສາ ມາດນຳໃຊ້ໄດ້ໃນທຸກປະເທດໃນໂລກ. ບັນດາປະເທດລ້ວນແຕ່ມີສິດຄັດເລືອກເສັ້ນທາງທີ່ສອດ ຄ່ອງກັບສະພາບຄວາມເປັນຈິງ ແລະ ຄວາມຕ້ອງການຂອງປະຊາ ຊົນ ໃນປະເທດຕົນ.
ທ່ານສີຈິ້ນຜິງກ່າວຕື່ມວ່າ, ມວນມະນຸດດຳລົງຊີວິດໃນບ້ານໜ່ວຍໂລກດຽວກັນ, ມີຊາຕາກຳທີ່ຕິດພັນກັນຢ່າງສະໜິດແໜ້ນ. ເມື່ອປະເຊີນໜ້າກັບສິ່ງທ້າທາຍຊະນິດຕ່າງໆທີ່ຂ້ຽວຂາດໃນໂລກ,ຕ້ອງເພີ່ມທະວີຄວາມສາມັກຄີ ແລະ ການຮ່ວມມືກັນ, ມະນຸດຈຶ່ງຈະມີອະນາຄົດທີ່ດີງາມກວ່າເກົ່າ. ຈີນຈະສືບຕໍ່ສະໜັບສະໜູນວຽກງານຂອງອົງການສະຫະປະຊາຊາດຢ່າງເດັດດ່ຽວ, ປະກອບສ່ວນອັນໃໝ່ເຂົ້າໃນການຮັກສາສັນຕິພາບ ແລະ ການພັດທະນາຂອງໂລກ, ແລະສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.
ທ່ານອັນໂຕນີໂອ ກູເຕີເຣັສກ່າວວ່າ, ຈີນໄດ້ຈັດງານກິລາໂອລິມປິກລະດູໜາວທີ່ມີຂະໜາດໃຫຍ່ ແລະ ປອດໄພຄືແນວນີ້ຢ່າງສຳ ເລັດຜົນ, ແມ່ນເລື່ອງທີ່ສຸດຍອດອີ່ຫຼີ. ປະຈຸບັດນີ້, ທົ່ວໂລກຕ້ອງ ການມີງານກິລາໂອລິມປິກລະດູໜາວຄັ້ງໜຶ່ງທີ່ສຳເລັດຜົນ, ເພື່ອສົ່ງສັນຍານທີ່ຈະແຈ້ງໃຫ້ກັບຊາວໂລກວ່າ, ປະຊາຊົນຂອງປະເທດ ຊົນເຜົ່າ ແລະ ສາສະໜາທັງໝົດ ສາມາດແກ້ໄຂຄວາມຂັດແຍ້ງກັນ, ບັນລຸຄວາມສາມັກຄີ ແລະ ການຮ່ວມມື. ຈີນພະຍາຍາມສະໜອງວັກຊີນ 2 ຕື້ຫຼອດໃຫ້ກັບໂລກ, ເຊິ່ງເປັນການປະກອບສ່ວນອັນໃຫຍ່ຫຼວງໃນການຕ້ານກັບພະຍາດໂຄວິດ-19 ຂອງໂລກ. ຂໍ້ລິ ເລີ່ມພັດທະນາທົ່ວໂລກທີ່ສະເໜີໂດຍທ່ານປະທານສີຈິ້ນຜິງ, ມີຄວາມໝາຍສຳຄັນຕໍ່ການຊຸກຍູ້ເປົ້າໝາຍພັດທະນາແບບຍືນຍົງຮອດປີ 2030 ຂອງອົງການສະ ຫະປະຊາຊາດ, ແກ້ໄຂບັນຫາການພັດທະນາທີ່ບໍ່ສະເໝີພາບກັນແລະ ບໍ່ດຸນດ່ຽງກັນຂອງໂລກ, ແລະບັນຫາອື່ນໆ. ໂລກບໍ່ສາມາດທົນທານການແບ່ງແຍກ ແລະ ການເປັນປໍລະປັກກັນ, ມີແຕ່ການຍຶດໝັ້ນລັດທິຫຼາຍຝ່າຍ ສາມັກຄີ ແລະ ຮ່ວມມືກັນ, ຈຶ່ງສາມາດຮັບ ມືກັບຄວາມສ່ຽງ ແລະສິ່ງທ້າທາຍຕ່າງໆຢ່າງມີປະສິດທິຜົນ. ຂໍຂອບໃຈນຳປະເທດຈີນທີ່ສະໜັບ ສະໜູນອົງການສະຫະປະຊາຊາດ ແລະ ລັດທິຫຼາຍຝ່າຍຢ່າງເດັດດ່ຽວ, ການພົວພັນຄູ່ຮ່ວມມືກັບຈີນແມ່ນເສົາຄ້ຳທີ່ສຳຄັນຕໍ່ອົງ ການສະຫະປະຊາຊາດ ແລະ ລັດທິຫຼາຍຝ່າຍ. ອົງການສະຫະປະຊາຊາດຫວັງຢາກເພີ່ມທະວີການຮ່ວມມືກັບຈີນ, ຫວັງວ່າຈີນຈະເສີມຂະຫຍາຍບົດບາດອັນໃຫຍ່ຫຼວງກວ່າເກົ່າໃນການປະຕິຮູບລະບົບສາກົນ ແລະບັນຫາສຳຄັນອື່ນໆ.