ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ເນື່ອງໃນໂອກາດທີ່ສະຖານີວິທະຍຸໂທ ລະພາບສູນກາງຈີນໄດ້ເປີດຊ່ອງໂອລິມປິກແລະເວທີດີຈີຕອນຂອງຊ່ອງໂອລິມປິກຂອງໂທລະພາບສູນກາງ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດ, ປະທານຄະນະກຳມະການການທະຫານສູນກາງຈີນ ໄດ້ສົ່ງສານສະແດງຄວາມຊົມເຊີຍອັນອົບອຸ່ນຕໍ່ເຫດການດັ່ງກ່າວ.
ໃນສານຊົມເຊີຍຂອງທ່ານປະທານປະເທດຈີນໄດ້ລະບຸວ່າ: ຊ່ອງໂອລິມປິກຕ້ອງໂຄສະນາເຜີຍແຜ່ກິລາໂອລິມປິກ ແລະ ວັດທະນະທຳໂອລິມປິກ ເພື່ອບັນຍາຍກ່ຽວກັບວຽກງານກິລາຂອງຈີນ, ສົ່ງເສີມນ້ຳໃຈກິລາຂອງຊົນຊາດຈີນ ແລະ ເພີ່ມທະວີການແລກປ່ຽນດ້ານກິລາກັບສາກົນ, ຊຸກຍູ້ການແລກປ່ຽນບົດຮຽນດ້ານອະລິຍະທຳ ແລະ ຄວາມເຂົ້າໃຈກັນລະຫວ່າງປະຊາຊົນຈີນກັບປະຊາຊົນປະເທດຕ່າງໆໃນໂລກ.
ພິທີເປີດຊ່ອງໂອລິມປິກ ແລະ ເວທີດີຈີຕອນຂອງຊ່ອງໂອລິມປິກຂອງສະຖານີວິທະຍຸໂທລະພາບສູນກາງຈີນ ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງໃນຕອນບ່າຍວັນທີ 25 ຕຸລານີ້. ໃນພິທີ, ໄດ້ອ່ານສານຊົມເຊີຍຂອງທ່ານສີຈິ້ນຜິງ ແລະ ສາຍວິດີໂອກ່ຽວກັບຄຳຊົມເຊີຍຂອງທ່ານໂທມາສ ບາສ ປະທານຄະນະກຳມະການໂອລິມປິກສາກົນ.
ຊ່ອງໂອລິມປິກເປັນຜົນການຮ່ວມມືຍຸດທະສາດສຳຄັນລະຫວ່າງສະຖານີວິທະຍຸໂທລະພາບສູນກາງຈີນ ແລະ ຄະນະກຳມະການໂອລິມປິກສາກົນ, ເປັນຊ່ອງກິລາມືອາຊີບ HD 4K ແລະ ໄດ້ຊ່ອງ HD ມາດຕະຖານ ທີ່ສົ່ງຜ່ານດາວທຽມຊ່ອງທຳອິດຂອງໂລກ.