ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ກອງປະຊຸມສະເຫຼີມສະຫຼອງວັນສ້າງຕັ້ງຄະນະຊາວໜຸ່ມກອມ ມູນິດຈີນຄົບຮອບ 100 ປີ ໄດ້ຈັດຂຶ້ນທີ່ຫໍສະພາປະຊາຊົນແຫ່ງຊາດ ນະຄອນຫຼວງປັກກິ່ງປະເທດຈີນ ໃນຕອນເຊົ້າວັນທີ 10 ພຶດສະພານີ້. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິຈີນ, ປະທານປະ ເທດຈີນ ປະທານຄະນະກຳມະ ການການທະຫານສູນກາງຈີນ ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ ແລະກ່າວຄຳປາໄສທີ່ສຳຄັນ.
ເດືອນກໍລະກົດປີ 1921, ຜູ້ແທນ 13 ທ່ານທີ່ມີອາຍຸສະເລ່ຍພຽງ 28 ປີໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກກອມ ມູນິດຈີນຄັ້ງປະຖົມມະລືກ, ໄດ້ປະກາດສ້າງຕັ້ງພັກກອມມູນິດຈີນ ທີ່ເປັນເຫດການໃຫຍ່ “ປານສ້າງຟ້າສ້າງແຜ່ນດິນ”, ເປັນການເປີດສັງກາດໃໝ່ຂອງການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງຊົນຊາດຈີນ. ພາຍໃຕ້ການນຳພາຂອງພັກກອມມູນິດຈີນ, ຄະນະຊາວ ໜຸ່ມກອມມູນິດຈີນໄດ້ສ້າງຕັ້ງຂຶ້ນໃນປີ 1922, ຂະບວນການຊາວ ໜຸ່ມຂອງຈີນໄດ້ເປີດປະຫວັດ ສາດໜ້າໃໝ່. ໂດຍອີງຕາມປຶ້ມປົກຂາວ “ຊາວໜຸ່ມຈີນໃນຍຸກໃໝ່” ທີ່ເຜີຍແຜ່ໃນຫວ່າງມໍ່ໆມານີ້, ມາຮອດທ້າຍປີ 2021, ສະ ມາຊິກຄະນະກອມມູນິດຈີນມີເຖິງ 73,715 ລ້ານຄົນ.