ເວລາ 14 ໂມງ 38 ນາທີຂອງວັນທີ 21 ມີນານີ້, ຖ້ຽວບິນ MU5735 ຂອງສາຍການບິນ CHINA EASTERN ໄດ້ຂາດການຕິດຕໍ່ກັບພາກພື້ນດິນຢູ່ເທິງອາກາດຂອງເມືອງອູໂຈ່ວເຂດກວາງຊີຈີນ ແລະ ຕົກລົງເຂດພູດອຍໃນເວລາປະຕິບັດໜ້າທີ່ການບິນຈາກຄຸນມິງ-ກວາງໂຈ່ວ, ຕາມຂ່າວລາຍງານວ່າ, ຢູ່ເທິງເຮືອບິນລຳນີ້ມີຜູ້ໂດຍສານ 123 ຄົນ ແລະ ຈຸບິນ 9 ຄົນ.


ພາຍຫຼັງເກີດເຫດເຮືອບິນຕົກແລ້ວ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດຈີນ, ປະທານຄະນະກຳມະການການທະຫານສູນກາງຈີນ ໄດ້ໃຫ້ຄຳຊີ້ນໍາໃນທັນທີ ໂດຍສັ່ງໃຫ້ເລີ່ມປະຕິບັດຕາມກົນໄກຮັບມືສຸກເສີນໃນທັນທີ, ອອກແຮງສຸດຂີດເພື່ອຄົ້ນຫາ ແລະຊ່ວຍເຫຼືອຜູ້ປະສົບເຄາະຮ້າຍ ແລະ ແກ້ໄຂບັນຫາຕ່າງໆທີ່ເກີດຂຶ້ນຕາມມາໃຫ້ເໝາະສົມ ພ້ອມທັງຄົ້ນຄວ້າຫາສາເຫດຂອງເຫດການເຮືອບິນຕົກເທື່ອນີ້ໂດຍໄວເທົ່າທີ່ຈະໄວໄດ້, ເພີ່ມທະວີການກວດກາໄພອັນຕະລາຍ ທີ່ແຝງຊ້ອນໃນຂົງເຂດການບິນພົນລະເຮືອນ ເພື່ອຮັບປະກັນຄວາມປອດໄພດ້ານຊີວິດຂອງປະຊາຊົນຢ່າງເດັດຂາດ.
ອີງຕາມຄຳຊີ້ນໍາຂອງທ່ານສີຈິ້ນຜິງ, ອົງການການບິນພົນລະເຮືອນ ແລະ ກະຊວງບໍລິຫານຈັດການວຽກງານສຸກເສີນຂອງຈີນໄດ້ສົ່ງໜ່ວຍງານໄປຊີ້ນຳແລະເຮັດວຽກຢູ່ກັບທີ່ ພ້ອມທັງຈັດສົ່ງກຳລັງຊ່ວຍເຫຼືອຢູ່ເຂດກວາງຊີ ແລະ ແຂວງກວາງຕຸ້ງໄປເຂົ້າຮ່ວມການຊ່ວຍເຫຼືອກັບທີ່. ປັດຈຸບັນ, ການກູ້ໄພຢູ່ສະຖານທີ່ເກີດເຫດ ແລະ ວຽກງານດ້ານຕ່າງໆກ່ຽວກັບເຫດການເຮືອບິນຕົກ ພ້ອມທັງການຄົ້ນຄວ້າຫາສາເຫດພວມດຳເນີນຢູ່.

