ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 3 ທັນວາ 2021, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດແຫ່ງ ສປ ຈີນ ໄດ້ພົບປະກັບ ທ່ານທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານ ສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ ຜ່ານຮູບແບບວິດີໂອ.
   ທ່ານສີຈິ້ນຜິງກ່າວວ່າ: ປີນີ້ເປັນປີທີ່ສອງປະເທດຈີນແລະລາວໄດ້ສ້າງຕັ້ງສາຍພົວພັນທາງການທູດຄົບຮອບ60ປີແລະເປັນປີມຕະພາບຈີນ-ລາວ.ໃນຕະ ຫລອດໄລຍະ 60 ປີຜ່ານມາ, ສາຍພົວພັນຈີນ-ລາວສາມາດຜ່ານຜ່າການທົດສອບຈາກສະພາບການສາກົນທີ່ຜັນແປໄປຢ່າງສັບສົນ ແຕ່ນັບມື້ນັບໝັ້ນແກ່ນແລະມີຊີວິດຊີວາຂຶ້ນ້, ຂໍກຸນແຈສຳຄັນແມ່ນຂຶ້ນກັບວ່າ ສອງຝ່າຍໄດ້ຍຶດໝັ້ນອຸດົມການຮ່ວມກັນ, ໄວ້ເນື້ອເຊື່ອໃຈກັນ ຊ່ວຍເຫລືອ ເຊິ່ງກັນ ແລະກັນ ແລະຮ່ວມຊາຕາກຳນຳກັນ.
   ທ່ານ ສີຈິ້ນຜິງ ກ່າວເນັ້ນວ່າ: ຈີນ-ລາວ ລ້ວນແຕ່ຍຶດໝັ້ນໃນ ການນຳ ພາຂອງພັກກອມມູນິດ ແລະ ທິດທາງສັງຄົມນິຍົມ, ນີ້ຄືຈຸດທາດແທ້ ພິເສດຂອງສາຍພົວພັນລະຫວ່າງສອງປະເທດຈີນ-ລາວ. ເມື່ອປະເຊີນໜ້າກັບສະ ພາບແວດລ້ອມພາຍນອກອັນສັບສົນ ແລະ ຂ້ຽວຂາດ ທັງມີໜ້າທີ່ອັນໜັກໜ່ວງ ຂອງໃຜລາວໃນການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19 ແລະ ການພັດທະນາເສດຖະກິດສັງຄົມພາຍໃນປະເທດ, ຈີນ-ລາວ ຄວນມີຈຸດຢືນໃນ ລະດັບສູງໃນດ້ານການເມືອງ ແລະ ຍຸດທະສາດແຫ່ງການປົກປັກຮັກສາພາລະກິດຮ່ວມຄືພາລະກິດສັງຄົມນິຍົມ, ຊຸກຍູ້ສາຍພົວພັນລະຫວ່າງສອງພັກ ສອງລັດໃຫ້ຂະຫຍາຍຕົວຂຶ້ນສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ, ສືບຕໍ່ສ້າງຄູ່ຮ່ວມ ຊາຕາກຳຈີນ-ລາວທີ່ໝັ້ນແກ່ນໂດຍບໍ່ສາມາດຕັດແຍກອອກຈາກກັນໄດ້.
   ສອງຝ່າຍຄວນຮ່ວມກັນປົກປັກຮັກສາຄວາມໝັ້ນຄົງດ້ານການເມືອງແລະລະບອບການເມືອງຈີນ-ລາວ. ຝ່າຍຈີນຍິນດີຮ່ວມກັບຝ່າຍລາວ ເພີ່ມທະວີການແລກປ່ຽນ ຄວາມຄິດເຫັນໃນດ້ານຍຸດທະສາດ, ລົງເລິກການແລກປ່ຽນບົດຮຽນ ໃນການປົກຄອງແລະບໍລິຫານປະເທດ, ສະໜັບສະໜູນ ແລະຊ່ວຍເຫລືອພາລະກິດສ້າງສາພັດທະນາປະເທດຊາດຂອງລາວຕາມຄວາມສາມາດຂອງຕົນ. ສອງຝ່າຍຄວນເສີມຂະຫຍາຍບົດບາດການປະ ສານງານຂອງຄະນະກຳມະການຮ່ວມມືແລວເສດຖະກິດຈີນ-ລາວໃຫ້ເກີດມີປະສິດທິຜົນທີ່ດີ,ວາງແຜນໃຫ້ເປັນເອກະພາບກັນໃນການຊຸກຍູ້ການຮ່ວມມືຕົວຈິງລະຫວ່າງສອງປະເທດຈີນ-ລາວ, ຊຸກຍູ້ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໃຫ້ພັດທະນາດ້ວຍຄຸນນະພາບສູງ, ຍົກລະດັບການຮ່ວມມື ຕົວຈິງໃຫ້ສູງຂຶ້ນຢ່າງບໍ່ຢຸດຢັ້ງ. ທາງລົດໄຟຈີນ-ລາວໄດ້ເປີດນຳໃຊ້ຢ່າງເປັນ ທາງການໃນມື້ນີ້, ຄວາມໃຝ່ຝັນຂອງລາວທີ່ຫັນຈາກປະເທດທີ່ບໍ່ມີທາງອອກ ສູ່ທະເລກາຍມາເປັນປະເທດເຊື່ອມໂຍງເຊື່ອມຈອດ ນັ້ນຈະປາກົດຜົນເປັນຈິງ ໃນໄວໆນີ້. ພວກເຮົາບໍ່ພຽງແຕ່ຄວນບັນລຸການເຊື່ອມໂຍງເຊື່ອມຈອດກັນ ໃນດ້ານຮາດແວເທົ່ານັ້ນ, ຍັງຄວນພັດທະນາການເຊື່ອມໂຍງເຊື່ອມ ຈອດກັນໃນດ້ານຊັອຟແວໃຫ້ດີອີກດ້ວຍ, ປະຕິບັດວຽກງານການບົວລະບັດຮັກສາ ແລະການຮັບປະກັນຄວາມປອດໄພໃຫ້ກັບທາງລົດໄຟຈີນ-ລາວໃນຕໍ່ໜ້າໃຫ້ດີ, ສ້າງແລວ ເສດຖະກິດລຽບຕາມເສັ້ນທາງລົດໄຟທີ່ມີຄຸນນະພາບສູງ, ຍືນຍົງ ແລະສ້າງ ຜົນປະໂຫຍດໃຫ້ກັບປະຊາຊົນ. ຄວນຊຸກຍູ້ການຮ່ວມມືດ້ານໂຄງການພື້ນຖານ ໂຄງລ່າງແບບໃໝ່, ຍົກລະດັບການເຊື່ອມໂຍງເຊື່ອມຈອດກັນດ້ານພະລັງ ງານລະຫວ່າງຈີນ-ລາວໃຫ້ສູງຂຶ້ນ, ເພີ່ມທະວີການຮ່ວມມືໃນຂົງເຂດຕ່າງໆເຊັ່ນ: ກະສິກຳ, ເຂດພັດທະນາເສດຖະກິດ, ການທະນາຄານເປັນຕົ້ນ.
ທ່ານ ສີຈິ້ນຜິງ ກ່າວເນັ້ນວ່າ, ການຮັບໃຊ້ປະຊາຊົນແມ່ນຈຸດປະສົງຮ່ວມຂອງສອງພັກຈີນ-ລາວ, ການພົວພັນລະຫວ່າງຈີນ-ລາວກໍ່ໄດ້ເນັ້ນໃສ່ການໃຫ້ຄວາມສຳຄັນກັບປະຊາຊົນ, ສ້າງຜົນປະໂຫຍດໃຫ້ປະຊາຊົນຫຼາຍກວ່າເກົ່າ. ຈີນຈະສືບຕໍ່ສະໜັບສະໜູນ ສປປ ລາວໃນດ້ານການສະໜອງວັກຊິນປ້ອງກັນໂຄວິດ-19, ວັດຖຸອຸປະກອນຕ້ານການແຜ່ລະບາດຂອງພະຍາດ ແລະ ດ້ານອື່ນໆ, ເພີ່ມທະວີການຮ່ວມມືດ້ານການປິ່ນປົວພະຍາດແລະການຊ່ວຍເຫຼືອເພື່ອລຶບລ້າງຄວາມທຸກຍາກຢູ່ຊົນນະບົດ, ລົງເລິກການແລກປ່ຽນລະຫວ່າງຊາວໜຸ່ມ, ວັດທະນະທຳແລະການແລກປ່ຽນລະຫວ່າງທ້ອງຖີ່ນ, ເພື່ອໃຫ້ປະຊາຊົນສອງປະເທດໄດ້ຮັບຜົນປະໂຫຍດຫຼາຍກວ່າເກົ່າ ແລະມີຄວາມສົມບຸນພຸນສຸກຫຼາຍຂຶ້ນ. ຈີນຍິນດີຮ່ວມກັບລາວຈັດຕັ້ງປະຕິບັດລັດທິຫຼາຍຝ່າຍຢ່າງແທ້ຈິງ, ຜັນຂະຫຍາຍຂໍ້ລິເລີ່ມພັດທະນາທົ່ວໂລກ, ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຈີນ-ອາຊຽນທີ່ມີຄວາມແໜ້ນແຟ້ນກວ່າເກົ່າ, ຮ່ວມກັນປົກປັກຮັກສາສັນຕິພາບ, ສະຖຽນລະພາບແລະຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ.
ທ່ານ ທອງລຸນ ສີສຸລິດ ກ່າວວ່າ, ຂ້າພະເຈົ້າຂໍອວຍພອນໄຊອັນປະເສີດໃຫ້ກັບການສ້າງຕັ້ງພັກກອມມູນິດຈີນຄົບຮອບ 100 ປີ, ຂໍສະແດງຄວາມຊົມເຊີຍກອງປະຊຸມຄົບຄະນະຄັ້ງທີ 6 ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ 19 ທີ່ ໄດ້ຮັບໝາກຜົນສຳຄັນໃນປະຫວັດສາດ. ຂໍສະແດງຄວາມຮູ້ບຸນຄຸນຕໍ່ສະຫາຍປະທານປະເທດສີຈິ້ນຜິງ, ພັກ ລັດຖະບານແລະປະຊາຊົນຈີນທີ່ໄດ້ໃຫ້ການສະໜັບສະໜູນແລະຊ່ວຍເຫຼືອອັນລ້ຳຄ່າແກ່ ສປປ ລາວຢ່າງສະເໝີຕົ້ນສະເໝີປາຍ. ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມເຫັນດີເຫັນພ້ອມກັບການຕີລາຄາຢ່າງສູງກ່ຽວກັບການພົວພັນລະຫວ່າງສອງພັກແລະສອງລັດຖະບານລາວແລະຈີນແລະຄຳເຫັນສຳຄັນຂອງສະຫາຍປະທານປະເທດ ສີຈິ້ນຜິງ ກ່ຽວກັບການເສີມຂະຫຍາຍການພົວພັນສອງຝ່າຍ. ຍ້ອນໄດ້ຮັບຜົນປະໂຫຍດຈາກຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງທີ່ສະເໜີໂດຍສະຫາຍປະທານປະເທດ ສີຈິ້ນຜິງ ເຮັດໃຫ້ເສັ້ນທາງລົດໄຟລາວ-ຈີນໄດ້ສ້າງສຳເລັດ ແລະ ເຮັດໃຫ້ຄວາມຝັນຄວາມຄອງຄອຍຂອງປະຊາຊົນລາວບັນລຸຜົນເປັນຈິງ. ສປປ ລາວ ຍິນດີສືບຕໍ່ຮັກສາການໄປມາຫາສູ່ກັນລະຫວ່າງການນຳຂັ້ນສູງຂອງສອງຝ່າຍ, ເພີ່ມທະວີຄວາມເຂົ້າໃຈກັນດ້ານຍຸດທະສາດ, ເພື່ອເສີມຂະຫຍາຍປະສິດທິພາບທາງດ້ານເສດຖະກິດຂອງເສັ້ນທາງລົດໄຟລາວຈີນໃຫ້ເຖິງລະດັບສູງສຸດ, ຊຸກຍູ້ໃຫ້ການຮ່ວມມືດ້ານເສດຖະກິດລະຫວ່າງລາວ-ຈີນໄດ້ຮັບໝາກຜົນຫຼາຍຍິ່ງຂຶ້ນ. ຈີນແມ່ນເສົາຄ້ຳທີ່ສຳຄັນໃນການຮັກສາສັນຕິພາບແລະສະຖຽນລະພາບຂອງໂລກກໍ່ຄືຂອງພາກພື້ນຕະຫຼອດມາ, ຈີນໄດ້ປະຕິບັດຕາມນະໂຍບາຍການຕ່າງປະເທດສັນຕິພາບແລະເປັນມິດກັບປະເທດຕ່າງໆຢ່າງສະເໝີຕົ້ນສະເໝີປາຍ, ແລະໄດ້ຮັບການຍອມຮັບຢ່າງກວ້າງຂວາງຈາກປະຊາຄົມໂລກ, ທັງໄດ້ຮັບການສະໜັບສະໜູນຢ່າງແຂງແຮງຈາກປະເທດຕ່າງໆໃນໂລກທີ່ຮັກຫອມສັນຕິພາບນັ້ນນັບມື້ນັບຫຼາຍ. ສປປ ລາວຍຶດໝັ້ນໃນການສະໜັບສະໜູນຫຼັກໝັ້ນອັນເປັນທຳຂອງປະເທດຈີນໃນບັນຫາກ່ຽວກັບຜົນປະໂຫຍດແກນກາງ, ຍຶດໝັ້ນການສະໜັບສະໜູນຈີນຈັດງານມະຫະກຳກິລາໂອລິມປິກລະດູໜາວປັກກິ່ງໃຫ້ສຳເລັດຜົນ. ລາວຍິນດີຮ່ວມກັບຈີນເພີ່ມທະວີການປະສານສົມທົບກັນໃນວຽກງານສາກົນ, ຊຸກຍູ້ການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ຈີນໃຫ້ຂະຫຍາຍຕົວໄປໜ້າຢ່າງບໍ່ຢຸດຢັ້ງ, ແລະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປົກປັກຮັກສາສັນຕິພາບ, ຄວາມໝັ້ນຄົງແລະການພັດທະນາຂອງພາກພື້ນ.