ທ່ານສີຈິ້ນຜິງມີສາຍສຳພັນກັບຊາວກະ ສິກອນຢ່າງເລິກເຊິ່ງ, ທ່ານເອີ້ນຕົນເອງວ່າ ເປັນ “ລູກຊາຍຂອງເຂດດິນເຫຼືອງ”, ໃນຫຼາຍກາລະໂອກາດ, ທ່ານຍັງໄດ້ເລົ່າເຖິງປະສົບການຂອງຕົນໃນການເປັນຊາວກະສິກອນຢູ່ບ້ານຫຼຽງເຈ່ຍເຫີ ທາງພາກເໜືອແຂວງສ້ານຊີ່.

ທ່ານໄດ້ໃຫ້ຄວາມສຳຄັນທີ່ສຸດຕໍ່ວັນເວລາທີ່ລົງພື້ນຖານເປັນເວລາ 7 ປີຢູ່ບ້ານຫຼຽງເຈ່ຍເຫີໃນຖານະເປັນໄວໜຸ່ມປັນຍາຊົນ. ຈາກນັ້ນມາ, ບໍ່ວ່າຈະເຮັດວຽກເປັນການນຳຢູ່ທ້ອງຖິ່ນຫຼືຢູ່ຂັ້ນສູນກາງ, ທ່ານກໍມັກລົງໄປຫາຊາວກະສິກອນເລື້ອຍໆ. ຫຼາຍປີມານີ້, ທ່ານໄດ້ປະຕິບັດຕາມຫຼັກການໃຊ້ຊີວິດຂອງຕົນ ຄື “ສະແຫວງຫາຜົນປະໂຫຍດເພື່ອປະຊາຊົນ,ນຳພາປະຊາຊົນມຸ້ງໜ້າໄປສູ່ຊີວິດທີ່ດີງາມ” ຢ່າງສະເໝີຕົ້ນສະເໝີປາຍ.
ນັບແຕ່ກອງປະຊຸມໃຫຍ່ຂອງພັກກອມມູນິດຈີນຄັ້ງທີ 18 ເປັນຕົ້ນມາ, ທ່ານສີຈິ້ນຜິງເກືອບວ່າທຸກເທື່ອທີ່ເດີນທາງໄປສຳຫຼວດກວດກາວຽກງານຢູ່ທ້ອງຖິ່ນ, ທ່ານກໍໄດ້ໄປຢ້ຽມຢາມຊາວກະສິກອນຢູ່ຊົນນະບົດແລະເຂດຫ່າງໄກສອກຫຼີກ. ລາຍໄດ້ແລະຊີວິດການເປັນຢູ່ຂອງເຂົາເຈົ້າເປັນແນວໃດ? ຄືສິ່ງທີ່ທ່ານສີຈິ້ນຜິງ ເປັນຫ່ວງເປັນໃຍທີ່ສຸດ, ທ່ານມີຄວາມປາຖະໜາຢາກເຫັນພີ່ນ້ອງຊາວກະສິກອນໄດ້ຮັບຜົນເກັບກ່ຽວທີ່ດີ ມີລາຍໄດ້ສູງກວ່າເກົ່າ.
ທ່ານສີຈິ້ນຜິງກ່າວວ່າ: “ກ່ຽວກັບວຽກງານກະສິກຳແລະຊົນນະບົດ, ເວົ້າລວມແລ້ວ, ຂໍກຸນແຈກໍແມ່ນການເຮັດໃຫ້ຊາວກະສິກອນມີລາຍໄດ້ເພີ່ມຂຶ້ນ. ຕ້ອງເລັ່ງ ສ້າງກົນໄກແລະນະໂຍບາຍທີ່ມີປະສິດທິຜົນຍາວນານເພື່ອຊຸກຍູ້ຊາວກະສິກອນສ້າງລາຍໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງແລະວ່ອງໄວສົມຄວນ, ເຮັດໃຫ້ຊາວກະສິກອນທັງຫຼາຍຮັ່ງມີຂຶ້ນໂດຍໄວ.”
ປະເທດຈີນເປັນປະເທດໃຫຍ່ທີ່ມີປະຊາກອນຢ່າງຫຼວງຫຼາຍ, ການແກ້ໄຂບັນຫາເຂົ້າກິນເປັນສິ່ງສຳຄັນອັນດັບໜຶ່ງໃນການບໍລິຫານປະເທດ.
ຕາມຂໍ້ມູນສະຖິຕິຂອງກະຊວງກະສິກຳແລະວຽກງານຊົນນະບົດຈີນ, ຜົນຜະລິດສະບຽງອາຫານລະດູຮ້ອນປີ2021ໄດ້ສ້າງສະຖິຕິສູງຄັ້ງໃໝ່,ເນື້ອທີ່ການຜະລິດ,ສະມັດຕະພາບການຜະລິດແລະລວມຍອດຜົນຜະລິດລ້ວນແຕ່ໄດ້ເພີ່ມຂຶ້ນ, ໃນນີ້, ເນື້ອທີ່ປູກເຂົ້າບາເລທີ່ມີຄຸນນະພາບສູງກວມ 37,3%, ເພີ່ມຂຶ້ນ 1,5% ເມື່ອທຽບໃສ່ປີ2020.
ທຸກມື້ນີ້, ຫຼັງຈາກໄດ້ບັນລຸໜ້າທີ່ເປົ້າໝາຍໃນການລຶບລ້າງຄວາມທຸກຍາກໃນຍຸກໃໝ່ຕາມເວລາກຳນົດແລ້ວ, ຈີນໄດ້ກ້າວຂຶ້ນສູ່ເສັ້ນທາງທີ່ກວ້າງຂວາງໃນການຊຸກຍູ້ການພັດທະນາຊົນນະບົດສັງຄົມນິຍົມທີ່ມີສີສັນພິເສດຂອງຈີນຢ່າງຮອບດ້ານ. ຈີນສ້າງສາປະເທດສັງຄົມນິຍົມທີ່ທັນສະໄໝຢ່າງຮອບດ້ານແມ່ນຕ້ອງສ້າງຕົວເມືອງໃຫ້ມີຄວາມຈະເລີນຮຸ່ງເຮືອງ ແລະກໍຕ້ອງສ້າງຊົນນະບົດໃຫ້ຈະເລີນຮຸ່ງເຮືອງເຊັ່ນດຽວກັນ.