ວັນທີ 29 ມິຖຸນາປີ2021,ເນື່ອງໃນໂອ ກາດວັນສ້າງຕັ້ງພັກກອມມູນິດຈີນ 1 ກໍລະ ກົດຄົບຮອບ 100 ປີ, ມີຜູ້ເຖົ້າຜູ້ໜຶ່ງໄດ້ຮັບ “ຫຼຽນໄຊ 1 ກໍລະກົດ” ຢູ່ຫໍສະພາປະຊາຊົນແຫ່ງຊາດທີ່ນະຄອນຫຼວງປັກ ກິ່ງ. ເພິ່ນໃສ່ເສື້ອກຸຍເຮັ່ງຄໍຕັ້ງຈີນ, ຍ່າງດ້ວຍບາດກ້າວທີ່ໜັກແໜ້ນ, ມີສາຍຕາທີ່ເດັດດ່ຽວ. ໃນເວລາທ່ານສີຈິ້ນຜິງ ເລຂາ ທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນມອບຫຼຽນໄຊໃຫ້ເພິ່ນ, ເພິ່ນໄດ້ມ້ຳປາກເຂົ້າຫຼາຍເທື່ອ ແຕ່ກໍອົດກັ້ນຄວາມຕື່ນເຕັ້ນໃຈໄວ້ບໍ່ຢູ່. ຜູ້ເຖົ້າຜູ້ນີ້ຊື່ວ່າ ຫວງຕ້າຟ່າ ເປັນຊາວນະຄອນຈຸ່ນຢີ້ແຂວງກຸ້ຍໂຈ່ວ, ທ່ານໄດ້ເຂົ້າເປັນສະມາ ຊິກພັກກອມມູນິດຈີນໃນເດືອນພະຈິກປີ1959. ທ່ານໄດ້ນຳພາຊາວບ້ານໃຊ້ເວ ລາເຖິງ 36 ປີ ຈິ່ງສາມາດຂຸດຄອງນ້ຳຢູ່ເທິງພູສູງຊັນທີ່ຜ່ານພູໃຫຍ່ 3 ໜ່ວຍແລະລຽບຕາມໜ້າຜາ 9 ແຫ່ງ, ຄອງນ້ຳສາຍນີ້ຖືກເອີ້ນກັນວ່າ ເປັນ “ຄອງນ້ຳຊີວິດ” ເຊິ່ງໄດ້ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການປັບປຸງເງື່ອນໄຂດ້ານນ້ຳກິນນ້ຳໃຊ້ຂອງພີ່ນ້ອງປະຊາຊົນເຂດພູດອຍ ທັງຊ່ວຍໃຫ້ບັນລຸເປົ້າໝາຍຫຼຸດພົ້ນອອກຈາກຄວາມທຸກຍາກແລະສ້າງຄວາມຮັ່ງມີຂຶ້ນ.
ບ້ານສ້າວຫວາງປ້າ ທີ່ທ່ານຫວງຕ້າຟ່າດຳລົງຊີວິດຢູ່ນັ້ນ ຕັ້ງຢູ່ສ່ວນເລິກຂອງເຂດພູດອຍໃນນະຄອນຈຸ່ນຢີ້ ແຂວງກຸ້ຍໂຈ່ວ. ຕັ້ງຢູ່ບ່ອນສູງກວ່າລະດັບສະເລ່ຍຂອງໜ້ານ້ຳທະເລ 1400 ແມັດ , ຕ່ຳສຸດແມ່ນ 600ແມັດ. ນ້ຳໂລຊືສຸຍ ຫ່າງຈາກບ້ານດັ່ງກ່າວໄປທາງທິດຕາເວັນຕົກບໍ່ເຖິງ 6 ກິໂລແມັດ, ແຕ່ພູຜາສະຫຼັບສັບຊ້ອນໄດ້ຂວາງກັ້ນແຫຼ່ງນ້ຳດັ່ງກ່າວກັບບ້ານສ້າວຫວາງປ້າ, ຊາວບ້ານທັງຫຼາຍຈິ່ງທຸກຍາກກາກກຳແຕ່ກໍສຸດວິໄສ.
ຈົນມາຮອດປີ1992, ຊາວບ້ານທັງຫຼາຍກໍຍັງບໍ່ຮູ້ລົດຊາດຂອງເຂົ້າຫຸງສີຂາວວ່າມັນເປັນຄືແນວໃດ. ເນື່ອງຈາກຂາດແຄນນ້ຳ, ເຂົາເຈົ້າມີແຕ່ປູກສາລີຢູ່ດິນແຫຼ້ງແລ້ງແຕກແຫງ, ເປັນເວລາຫຼາຍປີມາແລ້ວ, ນ້ຳກິນນ້ຳໃຊ້ຂອງພວກຊາວບ້ານແມ່ນອາໄສນ້ຳຂຸ່ນປົນຕົມເຫຼືອງໃນ“ນ້ຳສ້າງຟ້າ”ຢູ່ຕີນພູ, ຄຳວ່າ “ນ້ຳສ້າງຟ້າ” ໝາຍເຖິງ ນ້ຳໃນສ້າງທີ່ເກັບຈາກນ້ຳຝົນ, ຖ້າຢາກຂົນນ້ຳສ້າງຈາກຕີນພູຂຶ້ນເມືອເທິງບ້ານ, ໄປກັບເທື່ອໜຶ່ງກໍຕ້ອງໃຊ້ເວລາເຖິງ 2 ຊົ່ວໂມງ.ປີໃດພົບຄວາມແຫຼ້ງແລ້ງຮ້າຍແຮງ, ຕົ້ນສາລີໃນທົ່ວບ້ານຫ່ຽວແຫ້ງຕາຍຈົນໝົດ.
“ມີນ້ຳເຂົ້າເຖິງບ້ານ, ພີ່ນ້ອງທັງຫຼາຍມີເຂົ້າກິນ.”, ນີ້ຄືຄວາມຄິດທີ່ລຽບງ່າຍຂອງທ່ານຫວງຕ້າຟ່າ ເກີດຂຶ້ນຍ້ອນຄວາມທຸກຍາກມາຫຼາຍປີ.
ປີ1958, ທ່ານຫວງຕ້າຟ່າ ມີອາຍຸ 23 ປີ, ຫຼັງຈາກໄດ້ດຳລົງຕຳແໜ່ງເປັນຫົວໜ້າໜ່ວຍຜະລິດຂອງບ້ານສ້າວຫວາງປ້າແລ້ວ, ທ່ານໄດ້ນຳພາຊາວບ້ານຂຸດ ຄອງນ້ຳເປັນເທື່ອທຳອິດ. ແຕ່ເນື່ອງຈາກຂາດແຄນເງິນທຶນ,ເຕັກນິກແລະແຮງງານ, ຊາວບ້ານທັງຫຼາຍຈິ່ງຈຳຕ້ອງໃຊ້ດິນຕົມມາເປິໃສ່ດ້ານໃນຂອງຄອງນ້ຳ ແຕ່ກໍບໍ່ສາມາດທົນທານຕໍ່ກັບຟ້າຝົນໄດ້, ຄອງນ້ຳສາຍນີ້ຖືກສ້ອມແປງມາຕະຫຼອດເປັນເວລາ 10 ກວ່າປີແລ້ວ, ແຕ່ກໍຍັງບໍ່ສາ ມາດນຳເອົານ້ຳເຂົ້າເຖິງບ້ານສ້າວຫວາງປ້າໄດ້.
ການທົດລອງຂຸດຄອງນ້ຳເທື່ອທຳອິດບໍ່ສາມາດປະສົບຜົນສຳເລັດໄດ້, ແຕ່ທ່ານຫວງຕ້າຟ່າກໍບໍ່ໄດ້ປ່ຽນແປງຄວາມຄິດໃນການສ້າງຄອງນ້ຳ. ນັບແຕ່ປີ1984 ເປັນຕົ້ນມາ, ທ່ານໄດ້ຂຽນໃບຄຳຮ້ອງເຖິງຂັ້ນເທິງອີກແລ້ວອີກຕື່ມ ເພື່ອຮ້ອງຂໍນຳຂັ້ນເທິງໃຫ້ສ້າງຄອງນ້ຳອີກຄັ້ງ. ໃນໃບຄຳຮ້ອງ, ທ່ານໄດ້ໃຫ້ຄຳປະຕິຍານແບບທະຫານວ່າ “ຫາກນ້ຳບໍ່ສາມາດເຂົ້າເຖິງບ້ານໄດ້,ຈະຂໍເອົາຊີວິດແລກ!”.
ປີ1989, ທ່ານຫວງຕ້າຟ່າ ທີ່ມີອາຍຸ 54 ປີ ໄດ້ຮັບໂອກາດເທື່ອໜຶ່ງໄປຮຽນຢູ່ສະຖານີຊັບພະຍາກອນນ້ຳ, ໃນຈຳນວນສຳມານາກອນຊຸດດຽວກັນ, ທ່ານມີອາຍຸຫຼາຍກວ່າໝູ່, ແຕ່ມີພື້ນຖານດ້ານວິຊາການອ່ອນທີ່ສຸດ ແມ່ນແຕ່ໜັງສືກໍຍັງອ່ານບໍ່ໄດ້ໝົດທຸກໂຕ. ທ່ານໄດ້ຖືວັດຈະນານຸກົມຕິດໂຕຢູ່ຕະຫຼອດ, ເມື່ອພໍ້ໜັງສືທີ່ບໍ່ຮູ້ຈັກກໍເບິ່ງນຳວັດຈະນານຸກົມ, ມີອັນໃດບໍ່ຮູ້ກໍໄປຖາມຄູແລະໝູ່, ເພື່ອຮຽນຄວາມຮູ້ພື້ນ ຖານກ່ຽວກັບການສ້າງຄອງນ້ຳໃຫ້ໄດ້ຈົນຄົບ.
ປີ1992, ໂຄງການກໍ່ສ້າງຄອງນ້ຳໄດ້ເລີ່ມ ຕົ້ນຄືນອີກຄັ້ງໃໝ່. ເຖົ້າແກ່ນ້ອຍໃຫຍ່ ຍິງຊາຍໃນທົ່ວບ້ານ, ຂໍພຽງແຕ່ມີຄວາມສາ ມາດອອກແຮງງານໄດ້ກໍສະໝັກເຂົ້າຮ່ວມເກືອບໝົດທຸກຄົນ. ເລື່ອງຫຍຸ້ງຍາກອັນທຳອິດທີ່ເຂົາເຈົ້າໄດ້ພົບພໍ້ກໍຄື ຕ້ອງວັດ ແທກລະດັບຄອງນ້ຳຢູ່ໃນລະດັບຄວາມສູງຂອງໜ້າຜາທີ່ສູງ 300 ກວ່າແມັດ, ຕາມເງື່ອນໄຂໃນເວລານັ້ນ, ໄດ້ແຕ່ໃຫ້ຜູ້ທີ່ໃຈກ້າເອົາເຊືອກມັດແອວແລ້ວຢ່ອນໂຕລົງຈາກພູລົງຮອດໜ້າຜາຊັນແບບຄ່ອຍໆຢ່ອນລົງເທື່ອລະສອກ ເພື່ອດຳເນີນການວັດແທກ. ທ່ານຫວງຕ້າຟ່າທີ່ປີນັ້ນມີອາຍຸໄດ້ 50 ກວ່າປີ ໄດ້ນຳໜ້າພາທາງເປັນຜູ້ທຳອິດທີ່ມັດເຊືອກໃສ່ແອວຢ່ອນໂຕລົງໜ້າຜາຊັນເພື່ອວັດແທກ.
ບ່ອນກໍ່ສ້າງຍາກທີ່ສຸດຂອງໂຄງການນີ້ກໍ່ຢູ່ລະຫວ່າງໜ້າຜາຊັນ 3 ແຫ່ງ, ທ່ານຫວງຕ້າຟ່າພ້ອມກັບຊາວບ້ານໄດ້ໃຊ້ເວລາ 2 ປີຂຸດຄອງນ້ຳຢູ່ເທິງໜ້າຜາຊັນ 3 ແຫ່ງໂດຍໃຊ້ເຄື່ອງມືທີ່ງ່າຍດາຍທີ່ສຸດ, ແຕ່ກໍບໍ່ເຄີຍເກີດອຸບົດຕິເຫດທີ່ເຮັດໃຫ້ຜູ້ໃດເສຍຊີ ວິດແລະບາດເຈັບຈັກຄົນ. ຊາວບ້ານຜູ້ທີ່ເຄີຍມີສ່ວນຮ່ວມໃນການຂຸດຄອງນ້ຳບອກໃຫ້ຮູ້ວ່າ: ນີ້ກໍຍ້ອນວ່າ ເມື່ອພົບສະ ພາບອັນຕະລາຍເທື່ອໃດ, ທ່ານຫວງຕ້າຟ່າ ກໍຕ້ອງນຳໜ້າເປັນຜູ້ທຳອິດລົງໄປສຳຫຼວດກວດເບິ່ງ, ໃນຂະບວນການຂຸດຄອງ, ຍັງໄດ້ແຕ່ງຄົນໄປລາດຕະເວນກວດກາເປັນປະຈຳອີກ.
ໃນທີ່ສຸດ,ໃນມື້ບຸນຕວນອູ່ ຄື ມື້ຂຶ້ນ 5 ຄ່ຳເດືອນ 5 ຕາມຈັນທະຄະຕິຈີນໃນປີ 1995, ຄອງນ້ຳສາຍຫຼັກທີ່ມີຄວາມຍາວ 7.200 ແມັດ,ຄອງນ້ຳສາຍສາຂາຍາວ 2.200 ແມັດ ທີ່ຄົດລ້ຽວກ້ຽວກອດອ້ອມພູໃຫຍ່ 3 ໜ່ວຍ, ລຽບຕາມໜ້າຜາ 9 ແຫ່ງນັ້ນໄດ້ສ້າງສຳເລັດແລ້ວ. ນ້ຳທີ່ຊາວບ້ານໄດ້ຄອງຄອຍນັບມື້ນັບວັນນັ້ນໃນທີ່ສຸດກໍໄດ້ໄຫຼເຂົ້າສູ່ບ້ານສ້າວຫວາງປ້າ, ໄດ້ເຮັດໃຫ້ປະຫວັດສາດທີ່ບ້ານສ້າວຫວາງປ້າຂາດແຄນນ້ຳມາເປັນເວລາດົນນານນັ້ນສິ້ນສຸດລົງ, ຊາວບ້ານທັງຫຼາຍໄດ້ເອີ້ນຄອງນ້ຳສາຍນີ້ດ້ວຍຄວາມເຄົາລົບວ່າ “ຄອງຕ້າຟ່າ”.
Loading...