ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນຕອນບ່າຍຂອງວັນທີ 20 ເມສາ 2022 ນີ້ ຢູ່ທີ່ບ້ານແຈ້ງ ເມືອງທຸລະຄົມ ແຂວງວຽງຈັນ ໄດ້ຮັບກຽດຕ້ອນຮັບການລົງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຂອງ ທ່ານ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ເລຂາທິ ການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກຄະນະພັກ, ອົງ ການປົກຄອງເມືອງ, ການຈັດຕັ້ງບ້ານ ແລະ ພໍ່ແມ່ປະຊາຊົນເປັນຢ່າງດີ, ພ້ອມນັ້ນ ຍັງໄດ້ຮັບກຽດເຂົ້າຮ່ວມຈາກການນໍາຂອງແຂວງວຽງຈັນ ນໍາໂດຍ: ທ່ານ ຄໍາພັນ ສິດທິດໍາພາ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆວຽງຈັນ, ມີຮອງເລຂາພັກແຂວງ, ຄະນະປະຈໍາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ພະແນກການ, ກົມກອງ, ອົງການ ແລະ ພາກສ່ວນກ່ຽວຂ້ອງຂັ້ນແຂວງ ແລະ ຂັ້ນເມືອງເຂົ້າຮ່ວມ; ໃນພິທີອັນມີຄວາມໝາຍສໍາຄັນນີ້ ທ່ານ ນາງ ວົງເດືອນ ວັດຕະໂສ ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆທຸລະຄົມ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະນໍາເມືອງ ແລະ ປະຊາຊົນບັນດາເຜົ່າຊາວເມືອງ ຂຶ້ນກ່າວຕ້ອນຮັບ ແລະ ລາຍງານຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງເມືອງທຸລະຄົມໃນໜຶ່ງປີ ຜ່ານມາ, ເຊິ່ງໄດ້ຍົກໃຫ້ເຫັນສະພາບລວມ, ສະພາບຈຸດພິເສດ ແລະ ທ່າແຮງຂອງເມືອງ, ການຈັດຕັ້ງຜັນຂະຫຍາຍມະຕິ XIຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກແຂວງວຽງຈັນ ຕິດພັນກັບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງເມືອງທຸລະຄົມ, ລາຍງານວຽກງານກໍ່ສ້າງພັກ-ພະນັກງານ ນັບແຕ່ຂັ້ນເມືອງຮອດຂັ້ນຮາກ ຖານ ຄຽງຄູ່ກັບການປະຕິບັດແຜນພັດທະນາເສດຖະກິດສັງ ຄົມຂອງອົງການປົກຄອງທຸກຂັ້ນວາງອອກ, ວຽກງານການປ້ອງ ກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງເຊື້ອພະຍາດໂຄວິດ 19 ແລະ ວຽງການຂະບວນ ການປິ່ນອ້ອມອື່ນໆ, ຈາກນັ້ນ ທ່ານ ບົວລຽນ ວົງວິໄລ ເລຂາພັກບ້ານ-ນາຍບ້ານໆແຈ້ງ ໄດ້ຕາງໜ້າໃຫ້ພໍ່ແມ່ປະຊາຊົນຂຶ້ນລາຍງານຫຍໍ້ກ່ຽວກັບການຈັດຕັ້ງ ແລະ ການ ເຄື່ອນໄຫວວຽກງານຮອບດ້ານພາຍໃນໜຶ່ງປີຜ່ານມາ ເຊິ່ງມີເນື້ອໃນສໍາຄັນບາງຕອນວ່າ: ບ້ານແຈ້ງຈັດເຂົ້າໃນກຸ່ມບ້ານພັດທະ ນາຕານປ່ຽວ ເປັນບ້ານໜຶ່ງຂອງ 42 ບ້ານທົ່ວເມືອງ, ມີເນື້ອທີ່ທັງໝົດ 1,152,22 ເຮັກຕ້າ, ມີພົນລະເມືອງ 2.044 ຄົນ, ຍິງ 1,044ຄົນ, ມີ 395 ຫລັງຄາ, ຈັດຕັ້ງເປັນ 1 ໜ່ວຍພັກ ຂຶ້ນກັບຄະນະພັກຮາກຖານກຸ່ມບ້ານຕານປ່ຽວ ໃຕ້ການນໍາພາໂດຍກົງຂອງຄະນະປະຈໍາພັກເມືອງ, ເນື້ອທີ່ຜະລິດນາປີ 443,95 ຮຕ, ນາແຊງ 120 ຮຕ, ເນື້ອທີ່ຄັງລ້ຽງ ສັດ-ໜອງປາ ແລະ ອື່ນໆ47,17 ຮຕ, ບ້ານແຈ້ງມີລະບົບຊົນລະ ປະທານສະໜອງນໍ້າເຂົ້າສູ່ການຜະລິດໄດ້ຕະຫລອດປີ, ແຕ່ໃດໆມາບ້ານແຈ້ງເຄີຍເປັນບ້ານທີ່ມີຄວາມເຂັ້ມແຂງໜັກແໜ້ນ ແລະ ເປັນບ້ານມີຊື່ສຽງຂອງເມືອງ, ເປັນແຫລ່ງຜະລິດສະບຽງອາ ຫານຈາກການປູກຝັງ-ລ້ຽງສັດ, ເປັນອູ່ເຂົ້າອູ່ປາຂອງຊາວເມືອງ ແລະ ເມືອງອ້ອມຂ້າງ, ເນື່ອງຈາກບ້ານແຈ້ງມີທ່າແຮງເອື້ອອໍານວຍທາງດ້ານການຜະ ລິດກະສິກໍາມາແຕ່ດົນນານ ຍ້ອນມີເນື້ອທີ່ກວ້າງ ຂວາງ, ມີດິນອຸດົມສົມບູນ, ພິເສດມີສາຍນໍ້າງື່ມ ນອກຈາກໄດ້ສະ ໜອງນໍ້າເຂົ້າສູ່ການຜະລິດແລ້ວ ຍັງສາມາດແກ້ໄຂຊີວິດການເປັນຢູ່ຈາກການຫາປາລ້ຽງຊີບ ແລະ ມີນໍ້າໄວ້ໃຫ້ສັດລ້ຽງກິນ; ນອກນັ້ນປະ ຊາຊົນຍັງມີມູນເຊື້ອດຸໝັ່ນຮັກການອອກແຮງງານເພີ່ມພູນຜະ ລິດຜົນ, ມູນເຊື້ອຮັກບ້ານເກີດເມືອງນອນ, ຮັກແພງສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ມີຄວາມເອກະພາບສູງຕໍ່ການນໍາພາຂອງພັກ, ຂອງຄະນະພັກທຸກຂັ້ນ ເຊິ່ງໃນເມື່ອກ່ອນບ້ານແຈ້ງຍັງເປັນເຂດເຄື່ອນໄຫວຂອງພະນັກ ງານຂົນຂວາຍຢູ່ແນວຫລັງ ເພື່ອເປັນເສນາທິການໃຫ້ຄະນະພັກຂັ້ນເທິງ ແລະ ໃຫ້ກໍາລັງຝ່າຍປະຕິວັດປົດປ່ອຍປະເທດຊາດທີ່ສໍາຄັນອີກແຫ່ງໜຶ່ງ; ເຊິ່ງມາເຖິງໄລຍະປະຈຸບັນ ຄະນະພັກ- ອົງການປົກຄອງບ້ານ ກໍ່ໄດ້ພ້ອມພຽງກັນປົກປັກຮັກສາ ແລະ ສ້າງສາບ້ານ ໄປຕາມການຊີ້ນໍາ-ນໍາພາຂອງພັກ, ສືບຕໍ່ສຸມໃສ່ວຽກ ງານປູກຝັງລ້ຽງສັດ ປະສົມປະສານກັບເຕັກນິກວິທະຍາສາດເພື່ອຫລຸດຜ່ອນແຮງງານຄົນ, ຂະຫຍາຍການຜະລິດເປັນສິນຄ້າ, ຜະ ລິດແນວພັນເຂົ້າ ແລະ ຜະລິດເຂົ້າໃຫ້ເປັນສິນຄ້າໃຫ້ນັບວັນຫລາຍຂຶ້ນ ຄຽງຄູ່ກັບການປົກປັກຮັກສາບ້ານນາມມະຍົດຕ່າງໆທີ່ໄດ້ປະກາດຮັບ ຮອງແລ້ວໃຫ້ມີຄວາມຍືນຍົງຢ່າງສົມກຽດ; ພາຍຫລັງໄດ້ຮັບຟັງການລາຍງານຂອງທ່ານເຈົ້າເມືອງ ແລະ ນາຍ ບ້ານ, ທ່ານ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ໃຫ້ກຽດມີຄໍາເຫັນໂອ້ລົມ ເຊິ່ງໂດຍລວມແລ້ວ ທ່ານໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານໃນແຕ່ລະດ້ານທີ່ປະຊາ ຊົນຊາວບ້ານແຈ້ງ ກໍ່ຄືຊາວເມືອງທຸລະຄົມ ສູ້ຊົນຍາດມາໄດ້, ພ້ອມນັ້ນ ທ່ານຍັງໄດ້ຖາມຂ່າວຄາວສຸກທຸກຂອງປະຊາຊົນ, ນໍາເອົາຄວາມເປັນຫ່ວງເປັນໃຍຂອງກົມການເມືອງ, ຂອງຄະນະເລຂາທິກາສູນກາງພັກ ກໍ່ຄືຄະນະບໍລິຫານງານສູນກາງພັກ ມາຍັງຊາວເມືອງທຸລະຄົມ ກໍ່ຄືຊາວແຂວງວຽງຈັນທຸກຖ້ວນໜ້າ;
ທ່ານຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຮຽກຮ້ອງ ແລະ ເນັ້ນໜັກ ໃຫ້ສືບຕໍ່ສຸມໃສ່ການຈັດຕັ້ງຜັນຂະຫຍາຍມະຕິ XI ຂອງພັກ, ວຽກງານປັບປຸງກໍ່ສ້າງ ແລະ ຂະຫຍາຍພັກ ດ້ວຍປະລິມານ ແລະ ຄຸນນະພາບຢ່າງສົມເຫດສົມຜົນ, ພ້ອມກັນຜັນຂະຫຍາຍມະຕິຂອງພັກ, ຂອງຄະນະພັກທຸກຂັ້ນເປັນແຜນງານລະອຽດ ຕິດພັນກັບການປະເມີນສະຫລຸບຖອດຖອນບົດ ຮຽນເປັນແຕ່ລະໄລຍະ, ສົ່ງເສີມບົດຮຽນຕັ້ງໜ້າ, ແກ້ໄຂແນວຄິດຄອງເດີມ, ຄໍາພີຕາຍຕົວ, ມັກງ່າຍ, ອາດຍາສິດ ແລະ ສິ່ງຫຍໍ້ທໍ້ອື່ນໆທີ່ອາດເກີດຂຶ້ນໃນຖັນແຖວພະນັກງານສະມາຊິກພັກ ເພື່ອແນໃສ່ສ້າງໃຫ້ພັກເຂັ້ມແຂງໜັກແໜ້ນປອດໃສ ນັບແຕ່ຂັ້ນພື້ນຖານຂຶ້ນໄປ, ເພີ່ມທະວີຄວາມສາມັກຄີເປັນຈິດໜຶ່ງໃຈດຽວເພື່ອເຂົ້າຮ່ວມ, ມີສ່ວນຮ່ວມ ຈັດຕັ້ງປະຕິບັດແນວທາງຂອງພັກ, ແຜນພັດທະນາເສດຖະກິດສັງຄົມຂອງອົງການປົກຄອງແຕ່ລະຂັ້ນວາງອອກຢ່າງເປັນຮູບປະທໍາ, ສ້າງຄອບຄົວຕົວແບບໃຫ້ໄດ້ຫລາຍຂະແໜງການ, ສຸມໃສ່ການຜະລິດເປັນສິນຄ້າໃຫ້ກວ້າງຂວາງ, ມີຜະລິດຕະພັນຫລາກຫລາຍ ທີ່ມີຄຸນນະ ພາບ, ສະອາດ ແລະ ປອດໄພ, ເຂົ້າຮ່ວມຢ່າງແຂງແຮງເພື່ອຕອບໂຕ້ກັບການລະບາດຂອງເຊື້ອພະຍາດໂຄວິດ 19, ຕ້ອງຮຽນຮູ້ເຂົ້າໃຈວິທີປ້ອງກັນຢ່າງຖືກຕ້ອງເພື່ອຫລີກເວັ້ນຜົນກະທົບຈາກເຊື້ອພະຍາດດັ່ງກ່າວ; ໃນໂອກາດຕອນທ້າຍການນໍາຂອງແຂວງວຽງຈັນ ແລະ ເມືອງທຸລະຄົມ ຍັງໄດ້ນໍາພາທ່ານຫົວໜ້າຄະນະຈັດຕັ້ງສູນກາງພັກ ໄປຢ້ຽມຢາມກຸ່ມສະຫະກອນຜະ ລິດ ແລະ ແປຮູບເຂົ້າຂອງບ້ານແຈ້ງ ແລະ ໄປຄໍານັບກາບໄຫວ້ຫໍສີລາຈາລຶກວິລະບູລຸດນັກຮົບປະສົມລາວ-ຫວຽດນາມ ຢູ່ທີ່ບ້ານໂພນແຮ່ອີກດ້ວຍ.
May be an image of 11 people, people standing and outdoors
May be an image of 7 people, people standing and outdoors
May be an image of 3 people, people standing and indoor
May be an image of 9 people, people standing and outdoors