ໃນລະຫວ່າງ ວັນທີ 25-26 ສິງຫາ 2022 ທ່ານ ກິແກ້ວ ໄຂຄໍາພິທູນ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຂົງເຂດການປົກຄອງ ແລະ ວັດທະນະທໍາ-ສັງຄົມ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດ ຕາມ, ກວດກາ ແລະ ຊຸກຍູ້ວຽກງານຢູ່ ແຂວງຊຽງຂວາງ ໂດຍສະເພາະ ການກະກຽມຄວາມພ້ອມ ໃຫ້ແກ່ການຈັດງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ໃນທ້າຍປີ 2022 ນີ້ ເຊິ່ງໃນການຕ້ອນຮັບ ແລະ ເຂົ້າຮ່ວມເຮັດວຽກ ມີທ່ານ ບຸນຈັນ ສີວົງພັນ, ເຈົ້າແຂວງຊຽງຂວາງ ພ້ອມດ້ວຍການນຳຫຼັກແຫຼ່ງຂອງແຂວງ ແລະ ຜູ້ຕາງໜ້າພາກສ່ວນກ່ຽວຂ້ອງ.
ໃນໂອກາດນີ້, ທ່ານເຈົ້າແຂວງໆຊຽງຂວາງ ໄດ້ລາຍງານໃຫ້ຊາບ ກ່ຽວກັບສະພາບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ປະຈຳປີ 2022 ແລະ ການກະກຽມຄວາມພ້ອມດ້ານຕ່າງໆ ໃຫ້ແກ່ການຈັດງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI ເຫັນວ່າ: ປັດຈຸບັນ ທົ່ວແຂວງ ສືບຕໍ່ມີຄວາມສະຫງົບໂດຍພື້ນຖານ, ເສດຖະກິດ- ສັງຄົມ ສືບຕໍ່ຂະຫຍາຍຕົວຕໍ່ເນື່ອງ, ຊີວິດການເປັນຢູ່ຂອງ ພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າ ນັບມື້ໄດ້ຮັບການປັບປຸງດີຂຶ້ນ, ຄາດຄະເນໝົດປີ ເສດຖະກິດ ຈະຂະຫຍາຍຕົວ 4,2%, ລາຍຮັບສະເລ່ຍຕໍ່ຫົວຄົນ 17,3 ລ້ານກີບຕໍ່ຄົນຕໍ່ປີ, ການເກັບລາຍຮັບເຂົ້າງົບປະມານ ສາມາດປະຕິບັດໄດ້ 33% ຂອງແຜນການປີ, ແຜນລາຍຈ່າຍປະຕິບັດໄດ້ 41% ຂອງແຜນການປີ, ການລະດົມທຶນທົ່ວສັງຄົມໄດ້ 35% ຂອງແຜນການປີ, ສາມາດດຶງດູດນັກທ່ອງທ່ຽວ ໄດ້ 31% ຂອງແຜນການປີ; ອັນພົ້ນເດັ່ນ ແມ່ນການປູກພືດ ແລະ ລ້ຽງສັດໃຫຍ່ ສາມາດປະຕິບັດໄດ້ລື່ນແຜນການ 11%, ການສົ່ງອອກສິນຄ້າ ສາມາດປະຕິບັດໄດ້ 88% ຂອງແຜນການປີ, ການພັດທະນາສີມືແຮງງານ ປະຕິບັດໄດ້ 63% ຂອງແຜນການປີ; ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໄດ້ກາຍເປັນຮູບປະທຳ, ໄດ້ຮັບຜົນດີ ແລະ ມີປະສິດທິຜົນ ຫຼາຍຂຶ້ນເປັນກ້າວໆ.
ສຳລັບການກະກຽມຄວາມພ້ອມດ້ານຕ່າງໆ ໃຫ້ແກ່ການຈັດງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI ມາຮອດປັດຈຸບັນ ຄະນະຮັບຜິດຊອບ ຈັດງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI ໄດ້ເປັນເອກະພາບ ໃນການກຳນົດມື້ເປີດງານມະຫາກຳກິລາ ໃນວັນທີ 13 ທັນວາ ແລະ ມື້ປິດ ໃນວັນທີ 22 ທັນວາ 2022, ເຊິ່ງໄດ້ກຳນົດລາຍການແຂ່ງຂັນ 25 ປະເພດກິລາ (ແຂ່ງຂັນໃນຮົ່ມມີ 18 ປະເພດກິລາ ແລະ ແຂ່ງຂັນກາງແຈ້ງ 7 ປະເພດກິລາ); ດ້ານບຸກຄະລາກອນ ປະກອບດ້ວຍ 10 ກໍາມະການ ແລະ 38 ອະນຸກໍາມະການ ລວມທັງໝົດ 460 ຄົນ; ດ້ານພື້ນຖານໂຄງລ່າງ ຮັບໃຊ້ການແຂ່ງຂັນ ແລະ ຝຶກຊ້ອມ ສຳເລັດ 99%, ສ່ວນທີ່ຍັງບໍ່ທັນສຳເລັດ ແມ່ນການປັບປຸງຄືນບາງຈຸດທີ່ເປ່ເພ, ອະນາໄມ ແລະ ປະດັບປະດາ; ສະຖານທີ່ຕ້ອນຮັບ ຄະນະນຳ, ຄູຝຶກ ແລະ ນັກກິລາ ແມ່ນໄດ້ກະກຽມທີ່ພັກ ຈໍານວນ 18 ໂຮງແຮມ, ຣີສອດ 2 ແຫ່ງ, ເຮືອນພັກ 118 ແຫ່ງ, ນອກຈາກນັ້ນ ຍັງໄດ້ກະກຽມ ໂຮງຮຽນອີກ 27 ແຫ່ງ, ສາມາດຮອງຮັບໄດ້ 8.580 ຄົນ.
ໃນໂອກາດດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ຕໍ່ການນຳຫຼັກແຫຼ່ງຂອງແຂວງ ແລະ ຄະນະຮັບຜິດຊອບ ຈັດງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI ໂດຍໄດ້ຕີລາຄາສູງ ຕໍ່ການນຳພາຊີ້ນຳ ກໍ່ຄືຄວາມພະຍາຍາມ, ຄວາມເອົາໃຈໃສ່ ແລະ ຮັບຜິດຊອບສູງຂອງອົງການປົກຄອງທຸກຂັ້ນ, ພ້ອມທັງ ຍົກໃຫ້ເຫັນຜົນ ສຳເລັດ, ຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ ໃນການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ລວມທັງ ສະພາບການພົ້ນເດັ່ນ ທີ່ເກີດຂຶ້ນ ຢູ່ພາຍໃນ ແລະ ຕ່າງປະເທດ. ອັນສຳຄັນ, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ຊີ້ນຳໃຫ້ອົງການປົກ ຄອງແຂວງຊຽງຂວາງ ແລະ ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ສືບຕໍ່ເອົາໃສ່ວຽກງານ ພັກ-ພະນັກ ງານ ແລະ ການນຳພາ-ຊີ້ນຳ ຂອງພັກ ໃຫ້ເລິກເຊິ່ງ, ແທດເຖິງ, ມີຄວາມປອດໃສ, ໜັກແໜ້ນ, ເຂັ້ມແຂງ; ກຳແໜ້ນແນວທາງນະໂຍບາຍຂອງພັກ ແລະ ລັດ ພ້ອມທັງ ກຳນົດໜ້າທີ່ ແລະ ຄວາມຮັບຜິດຊອບໃນວຽກງານ ໃຫ້ຖືກຕ້ອງ, ຈະແຈ້ງ, ເໝາະ ສົມ ແລະ ຫັນເປັນແຜນວຽກລະອຽດ; ປຸກລະດົມທົ່ວສັງຄົມ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ເປັນຂະບວນການແຂງແຮງກວ່າເກົ່າ; ເອົາໃຈໃສ່ວຽກງານປັບປຸງການຈັດຕັ້ງ, ການກໍ່ສ້າງ, ເລືອກເຟັ້ນ ແລະ ຈັດວາງພະນັກງານ ຕາມທິດກະທັດຮັດ, ສົມເຫດສົມຜົນ, ມີຄຸນນະພາບ, ຖືກຕ້ອງຕາມກົດໝາຍ, ສອດຄ່ອງກັບຄວາມຕ້ອງການຂອງວຽກງານ ແລະ ປະຢັດມັດທະຍັດ; ໃຫ້ພະນັກງານການນໍາຫຼັກແຫຼ່ງພາຍໃນແຂວງ ເປັນເຈົ້າການເສີມຂະຫຍາຍຫົວຄິດປະດິດສ້າງ ປັບປຸງປ່ຽນແປງສູ່ອັນໃໝ່ ທີ່ດີຂຶ້ນ; ສືບຕໍ່ກະກຽມຄວາມພ້ອມດ້ານຕ່າງໆແກ່ງານມະຫາກໍາກິລາແຫ່ງຊາດ ໃຫ້ດີ ໂດຍສະເພາະ ດ້ານເນື້ອໃນ, ພື້ນຖານໂຄງລ່າງຮັບໃຊ້ ແລະ ອື່ນໆ ບົນພື້ນຖານ ຮັບປະກັນຜົນສຳເລັດ ຕາມຈຸດປະສົງ ແລະ ຄາດໝາຍ ທີ່ກຳນົດໄວ້, ທັງຖືເປັນກາລະໂອກາດໂຄສະນາ ຊຸກຍູ້ສົ່ງເສີມການທ່ອງທ່ຽວ ແລະ ການພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃຫ້ດີຂຶ້ນ; ສືບຕໍ່ປະຕິບັດ 2 ວາລະແຫ່ງຊາດ ໂດຍສະເພາະ ດໍາລັດ ວ່າດ້ວຍລົດຂອງລັດ, ການແກ້ໄຂພາຫະນະທີ່ນໍາເຂົ້າບໍ່ຖືກຕ້ອງ ແລະ ວຽກຈຸດສຸມອື່ນໆ ໃຫ້ມີຄວາມຄືບໜ້າໄວ; ຂຸດຄົ້ນ ແລະ ນຳໃຊ້ທ່າແຮງບົ່ມຊ້ອນຂອງແຂວງ ເຂົ້າໃນການພັດທະນາ ໃຫ້ເກີດປະໂຫຍດສູງສຸດ ທັງຮັບປະກັນຄວາມຍືນຍົງ; ກະກຽມສົມໂພດພະເຈົ້າອົງຫຼວງ ກ່ອນເປີດງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI, ລວມທັງ ການກະກຽມສະເຫຼີມສະຫຼອງທົ່ງໄຫຫີນ ເຂົ້າເປັນມໍລະດົກໂລກ ບົນພື້ນຖານກະທັດຮັດ, ປະຢັດມັດທະຍັດ; ພາຍຫຼັງງານມະຫາກຳກິລາ ສີ້ນສຸດແລ້ວ ໃຫ້ສືບຕໍ່ປົກປັກຮັກສາ, ຄຸ້ມຄອງ ແລະ ນຳໃຊ້ສະໜາມກິລາ ໃຫ້ເກີດໝາກເກີດຜົນ ໂດຍເອົາວຽກງານກິລາກາຍະກຳຕິດພັນກັບການສຶກສາ, ການທ່ອງທ່ຽວ ແລະ ພັດທະນາຊັບພະຍາກອນມະນຸດ ໃຫ້ມີຄຸນນະພາບ ແລະ ມີພະລານາໄມທີ່ສົມບູນ. ທັງໝົດນັ້ນ ແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຮອບດ້ານ ຂອງແຂວງຊຽງຂວາງ ມີຜົນສຳເລັດ, ຮັບປະກັນປະສິດທິພາບ ແລະ ປະສິດທິຜົນ ຢ່າງແທ້ຈິງ.
ໃນໂອກາດເຄື່ອນໄຫວຊີ້ນຳວຽກງານຢູ່ແຂວງຊຽງຂວາງ ໃນຄັ້ງນີ້, ຄະນະຂອງທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ໄປກວດກາເບິ່ງຄວາມພ້ອມ ດ້ານພື້ນຖານໂຄງລ່າງ ຮັບໃຊ້ການແຂ່ງຂັນກິລາແຫ່ງຊາດ ຄັ້ງທີ XI ໂດຍສະເພາະ ສະໜາມກິລາປະເພດຕ່າງໆ, ສະຖານທີ່ພັກເຊົາຂອງຄະນະນັກກິລາ. ນອກຈາກນັ້ນ ຍັງໄດ້ໄປກວດກາເບິ່ງໂຄງການກໍ່ສ້າງພະເຈົ້າອົງຫຼວງ, ໂຮງງານຂ້າສັດທັນສະໄໝ ແລະ ໂຮງງານປຸງແຕ່ງຫີນອ່ອນ ຕື່ມອີກ.
ຂ່າວ;ພາບ: ກົມປະຊາສຳພັນ ສຳນັກງານນາຍົກລັດຖະມົນຕີ
May be an image of 10 people and people standing
May be an image of 16 people and people standing
May be an image of 10 people and people standing
Loading...