ໃນຕອນເຊົ້າຂອງ ວັນທີ 04 ກັນຍາ 2023 ທີ່ ຈາກາກຕາ, ອິນໂດເນເຊຍ, ທ່ານ ສະເຫລີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ (AMM), ກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ (APSC) ຄັ້ງທີ 27 ແລະ ກອງປະຊຸມສະພາປະສານງານອາຊຽນ (ACC) ຄັ້ງທີ 34, ໂດຍການເປັນປະທານຂອງ ອິນໂດເນເຊຍ.
ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ໄດ້ຮັບຊາບຄວາມຄືບໜ້າຂອງຂະບວນການສ້າງປະຊາຄົມອາຊຽນ ກໍຄືການຈັດຕັ້ງປະຕິບັດບັນດາບູລິມະສິດການເປັນປະທານອາຊຽນຂອງ ອິນໂດເນເຊຍ ພາຍໃຕ້ຄໍາຂວັນ “ອາຊຽນມີຄວາມສໍາຄັນ: ສູນກາງແຫ່ງການຈະເລີນເຕີບໂຕ”. ພ້ອມນັ້ນ, ກໍໄດ້ປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງ ກ່ຽວກັບສະພາບການໃນ ມຽນມາ. ນອກນັ້ນ, ສປປ ລາວ ໃນນາມປະເທດປະສານງານການພົວພັນອາຊຽນ-ອົດສະຕາລີ ກໍໄດ້ແຈ້ງກ່ຽວກັບຄວາມຄືບໜ້າການກະກຽມສໍາລັບກອງປະຊຸມສຸດຍອດພິເສດເພື່ອສະເຫຼີມສະຫຼອງການເປັນຄູ່ຮ່ວມເຈລະຈາອາຊຽນ-ອົດສະຕາລີ ຄົບຮອບ 50 ປີ ແລະ ສປປ ລາວ ໃນຖານະປະເທດປະສານງານໃຫ້ແກ່ການພົວພັນຮ່ວມມື ອາຊຽນ-ອົງການຮ່ວມມືເສດຖະກິດ (ECO) ໄດ້ແຈ້ງກ່ຽວກັບການກະກຽມຈັດກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ECO ຊຶ່ງຄາດຄະເນວ່າ ຈະຈັດຂຶ້ນໃນກາງເດືອນ ກັນຍາ 2023 ທີ່ ນິວຢອກ, ສ.ອາເມລິກາ.
ກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 27 ໄດ້ຮັບຊາບຄວາມຄືບໜ້າຂອງການຈັດຕັ້ງປະຕິບັດບັນດາກິດຈະກຳ ແລະ ວຽກງານຂອງຂະແໜງການທີ່ກ່ຽວຂ້ອງພາຍໃຕ້ເສົາຄ້ຳປະຊາຄົມການເມືອງ- ຄວາມໝັ້ນຄົງອາຊຽນ, ລວມທັງການຈັດຕັ້ງປະຕິບັດແຜນແມ່ບົດປະຊາຄົມການເມືອງ-ຄວາມໝັ້້ນຄົງອາຊຽນ 2025.
ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 34 ໄດ້ປຶກສາຫາລືກ່ຽວກັບ ການກະກຽມດ້ານຕ່າງໆ ລວມທັງ ເອກະສານຜົນກອງປະຊຸມ ສໍາລັບກອງປະຊຸມສຸດຍອດອາຊຽນ ຄັ້ງທີ 43 ແລະ ກອງປະຊຸມສຸດຍອດອື່ນໆທີ່ກຽວຂ້ອງ ທີ່ຈະຈັດຂຶ້ນໃນວັນທີ 05-07 ກັນຍາ 2023. ໃນນີ້, ກອງປະຊຸມ ໄດ້ເຫັນດີດ້ານຫຼັກການຮັບຮອງຮ່າງວິໄສທັດອາຊຽນ 2045 ທີ່ສ້າງໂດຍຄະນະສະເພາະກິດລະດັບສູງ ແລະ ຈະນໍາສະເໜີໃຫ້ຜູ້ນໍາອາຊຽນ ຮັບຊາບ. ພ້ອມນີ້, ກອງປະຊຸມ ກໍໄດ້ຮັບຊາບ ແລະ ຮັບຮອງເອົາບົດລາຍງານຕ່າງໆທີ່ກ່ຽວຂ້ອງ ເປັນຕົ້ນ ບົດລາຍງານຂອງເລ ຂາທິການໃຫຍ່ອາຊຽນ ກ່ຽວກັບວຽກງານອາຊຽນ ຕໍ່ກອງປະຊຸມສຸດຍອດອາຊຽນຄັ້ງທີ 43, ບົດລາຍງານຂອງຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນ, ບົດລາຍງານຂອງໜ່ວຍງານຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນ ແລະ ບົດລາຍງານຂອງຄະນະກຳມະການປະສານງານການເຊື່ອມຈອດອາຊຽນ.
ໃນຕອນບ່າຍຂອງວັນດຽວກັນ, ທ່ານ ຮອງນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ກໍໄດ້ເຂົ້າຮ່ວມພິທິລົງນາມ ເຂົ້າເປັນພາຄີ ສົນທິສັນຍາໄມຕີຈິດ ແລະ ການຮ່ວມມື ຢູ່ອາຊີຕາເວັນອອກສຽງໃຕ້ (TAC) ຂອງປະເທດ ແຊັກບີ (Serbia), ປານາມາ (Panama) ແລະ ກູເວດ (Kuwait), ຊຶ່ງເຮັດໃຫ້ສົນທິສັນຍາດັ່ງກ່າວມີພາຄີເພີ່ມຂຶ້ນເປັນ 54. ຫຼັງຈາກນັ້ນ, ທ່ານຮອງນາຍົກລັດຖະມົນຕີ ກໍໄດ້ສືບຕໍ່ເຂົ້າຮ່ວມພິທີລົງນາມ ບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງອາຊຽນ-ສະມາຄົມມະຫາສະໝຸດອິນເດຍ (ASEAN-IORA) ແລະ ອາຊຽນ-ໝູ່ເກາະປາຊີຟິກ (ASEAN-PIF).
ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ


