ເນື່ອງໃນໂອກາດທີ່ ສຈ.ປອ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນ ກາງພັກ, ຮອງນາຍົກລັດ ຖະມົນແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງແຂວງວຽງຈັນຄົບ ຮອບ 40 ປີ 1981-2021 ແລະ ວັນຄ້າຍວັນເກິດຂອງປະທານ ໄກສອນ ພົມວິ ຫານ ຄົບຮອບ 101 ປີ ຢູ່ທີ່ແຂວງວຽງຈັນ ໃນຄັ້ງວັນທີ 13 ທັນວາ 2021 ນີ້, ທ່ານຍັງໄດ້ລົງມາຕິດຕາມຊຸກຍູ້ການປັບປຸງບູລະນະຫໍສີລາຈາລຶກວິລະບູລຸດນັກຮົບປະສົມລາວ-ຫວຽດນາມ ຢູ່ທີ່ບ້ານໂພນແຮ່, ເມືອງທຸລະຄົມ, ແຂວງວຽງຈັນ ຕິດຕາມຄະນະຂອງທ່ານຮອງນາຍົກລັດຖະມົນຕີ ມີ ທ່ານ ຄໍາພັນ ສິດ ທິດໍາພາ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆວຽງຈັນ, ພ້ອມດ້ວຍການນໍາຂັ້ນສູງຂອງແຂວງວຽງຈັນ, ມີນັກທຸລະກິດຈໍານວນໜຶ່ງ, ການນໍາເມືອງທຸລະຄົມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ;

ພາຍຫລັງມາເຖິງສະຖານທີ່ດັ່ງກ່າວ ໄດ້ມີການຄໍານັບນ້ອມລະນຶກ ແລະ ຈູດທູບທຽນບູຊາເຖິງບຸນຄຸນຂອງນັກ ຮົບປະສົມລາວ-ຫວຽດນາມ ທີ່ໄດ້ເສຍສະຫລະຊີວິດໃນປາງສົງຄາມປົດປ່ອຍປະ ເທດຊາດ, ໂດຍສະເພາະແມ່ນບັ້ນຮົບຈັ້ງທ່າປ້ອງກັນການຮຸກຮານຂອງຈັກກະພັດຝຣັ່ງໄລຍະປີ 1945-1946 ໃນບັ້ນປ້ອງ ກັນເມືອງທຸລະຄົມໃນຄວາມນັ້ນ, ໂອກາດດັ່ງກ່າວ ທ່ານ ເຈົ້າແຂວງໆວຽງຈັນ ແລະ ທ່ານ ນາງ ວົງເດືອນ ວັດຕະໂສ ເຈົ້າເມືອງທຸລະຄົົມ ໄດ້ລາຍງານສະພາບຄວາມເປັນມາຂອງສະຖານທີ່ດັ່ງກ່າວໂດຍຫຍໍ້ ແລະ ລາຍງານກ່ຽວກັບຈຸດປະສົງຂອງການປັບປຸງບູລະນະສະຖານທີ່ແຫ່ງນີ້ ແມ່ນອີງຕາມຜົນສໍາເລັດກອງປະຊຸມສໍາມະນາວິທະຍາສາດລໍ້າລຶກຜົນງານແຂວງວຽງ ຈັນຄົບຮອບ 40 ປີໃນໄລຍະຂອງການກະກຽມກ່ອນພິທີສະເຫຼີມສະຫຼອງໃນວັນທີ 13 ທັນວາ 2021, ເນື່ອງຈາກຫໍສີລາຈາລຶກວິລະບູລຸດນັກຮົບປະສົມລາວ-ຫວຽດນາມແຫ່ງນີ້ ມີປະຫວັດສາດຕິດພັນກັບຂະບວນການປະຕິວັດປົດ ປ່ອຍປະເທດຊາດອີກແຫ່ງໜຶ່ງຂອງແຂວງ ວຽງຈັນໂດຍແທ້ຈິງ, ສະນັ້ນ ຄະ ນະປະຈໍາພັກແຂວງວຽງຈັນ ກໍ່ຄືຄະນະຮັບຜິດຊອບຈັດງານ ຈຶ່ງຕົກລົງໃຫ້ປັບປຸງປົວແປງບູລະນະໃຫ້ມີຄົບຈົບງາມ, ກາຍ ເປັນຫໍມູນເຊື້ອທາງດ້ານປະຫວັດສາດຂອງຊາດລາວເວົ້າລວມ, ເວົ້າສະເພາະແມ່ນຂອງແຂວງວຽງຈັນ ກໍ່ຄືເມືອງທຸລະຄົມ ເພື່ອໃຫ້ປະຊາຊົນ ກໍ່ຄືລູກຫລານຮຸ່ນເກີດໃໝ່ໃຫຍ່ລຸນໄດ້ສຶກສາຮຽນຮູ້ ແລະ ຈາລຶກບຸນຄຸນຂອງເຫຼົ່ານັກຮົບພິລະອາດ ຫານ ທີ່ເສຍສະຫລະເລືອດເນື້ອເພື່ອຊາດ-ເພື່ອປະຊາຊົນໃນໄລ ຍະຜ່ານມາ;


ໂອກາດດຽວກັນທ່ານຮອງນາຍົກລັດ ຖະມົນຕີ ຍັງໄດ້ໃຫ້ທິດຊີ້ນໍາຕໍ່ທ່ານເຈົ້າແຂວງ, ກໍ່ຄືຕໍ່ການນໍາແຂວງວຽງຈັນ ແລະ ການນໍາເມືອງທຸລະຄົມ ຈົ່ງສືບຕໍ່ຊຸກຍູ້ ແລະ ອໍານວຍຄວາມສະດວກ ໃຫ້ການປັບປຸງກໍ່ສ້າງສໍາເລັດຕາມເວລາທີ່ກໍານົດໄວ້, ພ້ອມປະດັບປະດາ, ປະກອບຮູບ ພາບ ໃຫ້ໃກ້ຄຽງກັບເຫດການສູ້ຮົບໃນເວລານັ້ນ ດ້ວຍຈິນຕະນາການປະສົມປະສານກັບການເກັບກໍາຂໍ້ມູນຈາກຜູ້ທີ່ຮັບຮູ້ເຫດການເມື່ອກ່ອນ, ໃຫ້ເກັບກໍາປະຫວັດຄືນຢ່າງລະອຽດເທົ່າທີ່ສາມາດເກັບກໍາໄດ້ ແລະ ສືບຕໍ່ປົກປັກຮັກສາໃຫ້ກາຍເປັນສະຖານທີ່ອະນຸສອນຈາລຶກໄປຍາວນານ ເພື່ອສະແດງເຖິງມູນເຊື້ອຄວາມສາມັກຄີ ແລະ ສາຍສໍາພັນສູ້ຮົບແບບພິເສດຂອງປະຊາຊົນສອງຊາດລາວ-ຫວຽດນາມທີ່ມີມາແຕ່ດົນນານ.

ຂ່າວ: ຫ້ອງການ ຖວທ ເມືອງທຸລະຄົມ.