ໃນຕອນບ່າຍຂອງວັນທີ 23 ສິງຫາ 2022, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ນາງ ເກຣດ ໂລເກນ (Grete Lochen), ເອກອັກຄະລັດຖະທູດ ແຫ່ງ ຣາຊະອານາຈັກນອກແວ ປະຈຳ ສປປ ລາວ ທີ່ມີສຳນັກ ງານຕັ້ງຢູ່ ຮ່າໂນ້ຍ, ສສ ຫວຽດນາມ ໃນໂອກາດ ສິ້ນສຸດວາລະການດຳລົງຕຳ ເເໜ່ງ ການທູດ ຢູ່ ສປປ ລາວ.
ໃນໂອກາດດັ່ງກ່າວ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ ທ່ານ ນາງ ເກຣດ ໂລເກນ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດ ແຫ່ງ ຣາຊະ ອານາຈັກນອກແວ ປະຈຳ ສປປ ລາວ, ພ້ອມທັງໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ-ຣາຊະອານາຈັກນອກເເວ ຕະຫຼອດໄລຍະ 30 ປີ ຜ່ານມາ. ພ້ອມທັງໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ລັດຖະບານ ແລະ ປະຊາຊົນ ນອກເເວ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໃນໄລຍະຜ່ານມາ ທັງໃນຂອບສອງຝ່າຍ ເເລະ ຫຼາຍຝ່າຍ ເປັນຕົ້ນແມ່ນການພັດທະນາຊັບພະຍາກອນມະນຸດ, ສາທາລະນະສຸກ, ພື້ນຖານໂຄງລ່າງ, ກະສິກໍາ, ການພັດທະນາບົດບາດຍິງຊາຍໃນເຂດຊົນນະບົດ ແລະ ອື່ນໆ, ເຊິ່ງເປັນການປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ກໍຄືການຍົກລະດັບຊີວິດການເປັນຢູ່ຂອງປະຊາ ຊົນລາວ ໃຫ້ດີຂຶ້ນເປັນກ້າວໆ. ພ້ອມດຽວກັນນັ້ນ, ກໍໄດ້ສະເໜີໃຫ້ ທ່ານທູດ ສືບຕໍ່ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືສອງຝ່າຍ ສປປ ລາວ-ຣາ ຊະອານາຈັກນອກເເວ ໃຫ້ຂະຫຍາຍຕົວ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ. ພ້ອມນັ້ນ ທ່ານ ສະເຫຼີມໄຊ ກົມມະສິດ ຍັງໄດ້ສະເເດງຄວາມຊົມເຊີຍ ທ່ານທູດ ເກຣດ ໂລເກນ ທີ່ໄດ້ພົບປະ ທ່ານທູດລາວ ປະຈໍາ ສສ. ຫວຽດນາມ ໃນວັນທີ 12 ພະ ຈິກ 2021 ທີ່ຜ່ານມາ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລາວ-ນອກເເວ ຄົບຮອບ 30 ປີ, ຊຶ່ງທັງສອງຝ່າຍໄດ້ແລກປ່ຽນສານຊົມເຊີຍເຊິ່ງກັນ ເເລະ ກັນ.
ໃນໂອກາດດຽວກັນນີ້, ທ່ານ ນາງ ເກຣດ ໂລເກນ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານຮອງນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ທີ່ໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້ ພ້ອມທັງຂອບໃຈທີ່ຝ່າຍລາວ ມີການພົວພັນຮ່ວມືອັນດີ ເເລະ ມີປະສິດທິຜົນ ກັບ ຝ່າຍນອກເເວ ທັງໃນຂອບສອງຝ່າຍ ເເລະ ຫຼາຍຝ່າຍ ໃນໄລຍະຜ່ານມາ ແລະ ໃຫ້ຄໍາໝັ້ນສັນຍາວ່າ ເຖິງທ່ານຈະຈົບໜ້າທີ່ປະຈຳການ ຢູ່ ສປປ ລາວ ໄປແລ້ວກໍຕາມ ເເຕ່ເຊື້ອໝັ້ນວ່າທ່ານທູດນອກເເວຄົນໃໝ່ ຈະສືບຕໍ່ ຈະສຸມທຸກຄວາມພະຍາຍາມທັງທາງດ້ານເຫື່ອແຮງ ແລະ ສະຕິປັນຍາຂອງຕົນ ເພື່ອປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ໃຫ້ນັບມື້ນັບໄດ້ຮັບການເພີ່ມພູນຄູນສ້າງຂະຫຍາຍຕົວຍິ່ງໆຂຶ້ນ.
ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ
Loading...