ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນລະຫວ່າງວັນທີ 12-13 ມິຖຸນາ 2023 ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຂົງເຂດການປົກຄອງ ແລະ ວັດທະນະທໍາ-ສັງຄົມ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວເຮັດວຽກ ແລະ ພົບປະໂອ້ລົມກັບຄະນະນໍາພ້ອມດ້ວຍພະນັກງານຫຼັກແຫຼ່ງຂອງແຂວງບໍລິຄຳໄຊ.
ທ່ານ ເຈົ້າແຂວງໆບໍລິຄຳໄຊ ໄດ້ລາຍງານໃຫ້ ຕໍ່ທ່ານຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຊາບກ່ຽວກັບສະພາບພົ້ນເດັ່ນ ໃນການນໍາພາ-ຊີ້ນໍາຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ຕິດພັນກັບການຈັດ ຕັ້ງປະຕິບັດ 2 ວາລະແຫ່ງຊາດ ເຂົ້າສູ່ວຽກງານຕົວຈິງ ເຮັດໃຫ້ທົ່ວສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ແລະ ຮັບ ປະກັນໄດ້ຄວາມສະຫງົບປອດໄພໂດຍພື້ນຖານ ອັນໄດ້ສ້າງສະພາບແວດລ້ອມອັນດີ ແລະ ສ້າງເງື່ອນໄຂເອື້ອອໍານວຍໃຫ້ແກ່ການສ້າງສາພັດ ທະນາແຂວງ ລວມຍອດຜະລິດ ຕະພັນພາຍໃນ (GPP) ບັນລຸໄດ້ 4.711,76 ຕື້ກີບ (ແຜນປີ 8.662,13 ຕື້ກີບ) ດ້ວຍອັດຕາການຂະຫຍາຍຕົວ 4,53% (ແຜນປີ 4,7%),. ນັບແຕ່ຕົ້ນປີ ມາຮອດວັນທີ 8 ມິຖຸນາ 2023 ສາມາດຈັດເກັບລາຍຮັບໄດ້ທັງໝົດ 661,82 ຕື້ກີບ, ເທົ່າກັບ 57,34% ຂອງແຜນການປີ, ດ້ານລາຍ ຈ່າຍສາມາດປະຕິບັດໄດ້ 178,02 ຕື້ກີບ, ເທົ່າກັບ 44,41% ຂອງແຜນການປີ; ໄດ້ຊຸກຍູ້ສົ່ງເສີມການຜະລິດພືດສະບຽງອາຫານ ເພື່ອທົດແທນການນໍາເຂົ້າສາ ມາດປະຕິບັດປູກເຂົ້ານາແຊງໄດ້ 1.632 ເຮັກຕາເທົ່າກັບ 86,30% ທຽບໃສ່ແຜນ ການນາແຊງ; ສະເລ່ຍການບໍລິໂພກ ຊີ້ນ, ປາ, ໄຂ່ ແລະ ອື່ນໆ ສາມາດປະຕິບັດໄດ້ 30,46 ກິໂລ/ຄົນ/6ເດືອນ ທຽບໃສ່ແຜນປີ ໄດ້ 49,93% (ແຜນປີ 61 ກິໂລ/ຄົນ/ປີ); ໄດ້ສຸມໃສ່ວຽກງານກໍ່ສ້າງຮາກຖານການເມືອງ ແລະ ແກ້ໄຂຄວາມທຸກຍາກຕິດພັນກັບວຽກງານ 3 ສ້າງ ເຊິ່ງໄດ້ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ມີການປັບປຸງດີຂຶ້ນເທື່ອລະກ້າວ. ປັດຈຸ ບັນທົ່ວແຂວງ ມີ 7 ເມືອງ, 284 ບ້ານ, 57.663 ຄອບຄົວ, ເພີ່ມຂຶ້ນ 1.947 ຄອບຄົວ, ມີພົນລະເມືອງທັງໝົດ 318.179 ຄົນ, ຍິງ 157.371 ຄົນເພີ່ມ ຂຶ້ນ 3.600 ຄົນ; ມີຄອບຄົວພົ້ນທຸກທັງໝົດ 55.414 ຄອບຄົວ, ກວມ 96,09%. ຄອບຄົວທຸກຍາກມີ 2.249 ຄອບຄົວ, ກວມ 3,9% (ຫຼຸດລົງ 1,79%), ຊ່ວຍເຫຼືອບັນເທົາທຸກຄອບຄົວອະນາຖາ 13 ຄອບຄົວ, ປະຈຸບັນຍັງມີຄອບຄົວອະນາຖາ ຈໍານວນ 102 ຄອບຄົວ.
ໃນໂອກາດດັ່ງກ່າວ, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ແລະ ມີທິດຊີ້ນໍາ ຕໍ່ການນໍາຫຼັກແຫຼ່ງຂອງແຂວງ, ກ່ອນອື່ນ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄວາມພະຍາຍາມຂອງອໍານາດການປົກຄອງແຂວງ ແລະ ທຸກພາກສ່ວນສັງຄົມພາຍໃນແຂວງ ທີ່ໄດ້ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ເຮັດໃຫ້ມີຜົນສໍາເລັດຫຼາຍດ້ານ ແລະ ມີອັນພົ້ນເດັ່ນ ຕະຫຼອດໄລຍະຜ່ານມາ. ພ້ອມດຽວກັນນັ້ນ, ກໍໄດ້ມີຄໍາເຫັນຊີ້ນໍາ ໃຫ້ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ສືບຕໍ່ເອົາໃຈໃສ່ສຶກສາອົບຮົມແນວຄິດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ເພື່ອເສີມຂະຫຍາຍມູນເຊື້ອປະຕິວັດຮັກຊາດ, ດຸໝັ່ນຂະຫຍັນພຽນ, ມີຄວາມສາມັກຄີ ເປັນປຶກແຜ່ນ ແລະ ເດັດດ່ຽວເອກະພາບ ໃນການປະຕິບັດແນວທາງນະໂຍບາຍ ຂອງພັກ ແລະ ລັດຖະບານ; ຍົກສູງສະຕິລະວັງຕົວ ຕ້ານປະກົດການທີ່ບໍ່ຖືກຕ້ອງ; ມີສະຕິຕໍ່ອິດທິກໍາລັງປໍລະປັກ ແລະ ຄົນທີ່ບໍ່ຫວັງດີຕໍ່ພັກ-ລັດ, ກໍາໄດ້ຫາງສຽງສັງຄົມ, ບໍລິໂພກຂໍ້ມູນຂ່າວສານຜ່ານສື່ອອນລາຍຕ່າງໆຢ່າງມີສະຕິ; ສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ ຕິດພັນກັບການປະຕິບັດ 2 ວາລະແຫ່ງຊາດຂອງແຂວງ ເປັນຕົ້ນແມ່ນ ການສ້າງຄວາມເຂັ້ມແຂງໃນການເກັບລາຍຮັບ ແລະ ອັດການຮົ່ວໄຫຼຂອງງົບປະມານ, ຄຸ້ມຄອງລາຍຈ່າຍ ຢ່າງມີປະສິດທິພາບ ຕາມທິດປະຢັດມັດທະ ຍັດ; ເອົາໃຈໃສ່ການປະຕິບັດກົດໝາຍ ແລະ ລະບຽບການ ຢ່າງເຂັ້ມງວດ, ເປັນຮູບປະທໍາຫຼາຍຂຶ້ນ; ເພີ່ມທະວີການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ຕິດພັນກັບການປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ທີ່ເປັນສາເຫດຂອງການເກີດປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ໂດຍມີມາດຕະການແກ້ໄຂຢ່າງເດັດຂາດ ແລະ ສອດຄ່ອງຕາມກົດໝາຍກ່ຽວຂ້ອງ; ສືບຕໍ່ຊຸກຍູ້ສົ່ງເສີມການຜະລິດກະສິກໍາ (ການປູກ -ການລ້ຽງ) ທີ່ປະຊາຊົນແຕ່ລະທ້ອງຖິ່ນມີທ່າແຮງ ໃຫ້ຫຼາຍຂຶ້ນ ເພື່ອໃຫ້ສາມາດຄໍ້າປະກັນສະບຽງອາຫານ, ທົດແທນການນຳເຂົ້າ ຄຽງຄູ່ກັບການປຸງແຕ່ງໃຫ້ກາຍເປັນຜະລິດຕະພັນສົ່ງອອກ; ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ເພື່ອສືບຕໍ່ກວດກາ ແລະ ປັບປຸງປະສິດທິຜົນໂຄງ ການລົງທຶນຂອງລັດໃຫ້ດີຂຶ້ນ ເພື່ອແກ້ໄຂຄວາມທຸກຍາກເປັນບູລິມະສິດ; ສືບຕໍ່ປັບປຸງ ແລະ ພັດທະນາ ວຽກງານທີ່ຕິດພັນກັບການທ່ອງທ່ຽວ ເປັນຕົ້ນ ການບໍລິການ ແລະ ໂຄງລ່າງພື້ນຖານຕ່າງໆ ເພື່ອສາມາດດຶງດູດນັກທ່ອງທ່ຽວໃຫ້ຫຼາຍ, ຮັບປະກັນຄວາມສະດວກ, ປອດໄພ ແລະ ສ້າງຄວາມປະທັບໃຈ.
ໃນໄລຍະການເຄື່ອນໄຫວເຮັດວຽກຢູ່ແຂວງບໍລິຄໍາໄຊ ທ່ານຮອງນາຍົກລັດ ຖະມົນຕີ ພ້ອມດ້ວຍຄະນະ ຍັງໄດ້ລົງຕິດ ຕາມຊຸກຍູ້ໂຄງການກໍ່ສ້າງ, ປັບປຸງ ແລະ ສ້ອມແປງເສັ້ນທາງເລກທີ 13 ໃຕ້ ຂອບ ເຂດຊາຍແດນແຂວງ ບໍລິຄໍາໄຊ ແລະ ໂຄງການກໍ່ສ້າງຂົວມິດຕະພາບ 5 (ບໍລິຄໍາໄຊ-ບຶງການ) ຢູ່ເມືອງປາກຊັນ ຕື່ມອີກ.
ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ