
ໃນຕອນເຊົ້າຂອງວັນທີ 30 ມັງກອນ 2022. ທ່ານ ບຸນທອງ ຈິດມະນີ ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກ, ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງໄຊສົມບູນ. ໂດຍໃຫ້ການຕ້ອນຮັບຂອງທ່ານ ພົນຕີ ຄໍາລຽງ ອຸທະໄກສອນ ກໍາະມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໄຊສົມບູນ ພ້ອມດ້ວຍຄະນະນໍາຂອງແຂວງ ເຂົ້າຮ່ວມ.


ໂອກາດ ທີ່ມາເຄື່ອນໄຫວເຮັດວຽກ ຢູ່ແຂວງໄຊສົມບູນ ໃນຄັ້ງນີ້ ທ່ານຮອງປະທານປະເທດພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມໂຮງ ງານຜະລິດແປ້ງມັນສະຄູ ຂອງກຸ່ມບໍລິສັດໂກເອກໂກ ຢູ່ບ້ານອອມ ແລະ ການປູກຜືດກະສິກຳອິນຊີ ຂອງບໍລິສັດ ທູແຮັບປີຟາມ ລາວ-ເກົາຫຼີ ຈໍາກັດ ຢູ່ບ້ານພູຫົວຊ້າງ ເມືອງອະນຸວົງ ທີ່ເປັນພື້ນ ຖານການຜະລິດກະສິກຳ ຕິດພັນກັບດໍາລັດ 414 ຂອງລັດຖະບານ ກໍຄື 5 ທ່າແຮງ ໃນການພັດທະນາ ແຂວງໄຊສົມບູນ ເປັນຕົ້ນແມ່ນການຜະລິດກະສິກຳເປັນສິນຄ້າ ຫັນຈາກການຊົມໃຊ້ມາເປັນການຜະລິດ. ຊຶ່ງສອງບໍລິສັດດັ່ງກ່າວ ແມ່ນມີຈຸດປະສົງເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນ ດ້ວຍການຊຸກຍູ້, ສົ່ງເສີມ ປະຊາ ຊົນຜະລິດກະສິກໍາເປັນສິນຄ້າ ສ້າງລາຍຮັບເຂົ້າໃນຄອບຄົວ ແນໃສ່ປັບປຸງຊີວິດການເປັນຢູ່ຂອງເຂົາເຈົ້າໃຫ້ໄດ້ຮັບການພັດທະນາດີຂຶ້ນ ແລະ ຫຼຸດພົ້ນອອກຈາກຄວາມທຸກຍາກ ເທື່ອລະກ້າວ.


ໂອກາດດັ່ງກ່າວ ທ່ານ ບຸນທອງ ຈິດມະນີ ໄດ້ເນັ້ນໜັກໃຫ້ ພາກ ສ່ວນທີ່ກ່ຽວຂ້ອງ ກໍຄືການນໍາແຂວງໄຊສົມບູນ ຈົ່ງສືບຕໍ່ປຸກລະດົມປະຊາຊົນ ໃຫ້ຫັນມາຢຶດຖືອາຊີບການປູກຟັງ-ລ້ຽງສັດ ຂາຍເປັນສິນຄ້າ ໃຫ້ນັບມື້ນັບຫລາຍ ເພື່ອຫຼຸດຜ່ອນການຖາງປ່າເຮັດໄຮ່ແບບເລື່ອນລອຍ, ພ້ອມທັງເອົາ ໃຈໃສ່ຊອກຫາແນວພັນຜືດທີ່ດີ ເພື່ອສະໜອງໃຫ້ປະຊາຊົນປູກ ຄຽງຄູ່ກັບການຈັດຝຶກອົບຮົມແນະນໍາເຕັກນິກວິຊາການ ກຽ່ວກັບການປູກ-ການລ້ຽງ ແລະ ວິທີ ການປົກປັກຮັກສາຕ່າງໆ ເພື່ອໃຫ້ເຂົາເຈົ້າໄດ້ນໍາໃຊ້ເຂົ້າໃນການຈັດຕັ້ງປະຕິບັດຕົວຈິງ ໃຫ້ໄດ້ຮັບໝາກ-ຜົນດີຂຶ້ນກ່ວາເກົ່າ, ທັງເປັນການສ້າງໃຫ້ເຂົາເຈົ້າມີອາຊີບທີ່ໝັ້ນຄົງ, ມີຊີວິດການເປັນຢູ່ທີ່ດີ, ເສດຖະກິດຄອບຄົວໄດ້ຮັບການແກ້ໄຂ ແລະ ພັດທະນາໄປຕາມທິດທີ່ພັກ-ລັດ ໄດ້ກໍານົດໄວ້.

ບ.ກ: ຄໍາສາວ ເລືອງຄໍາທິບ ຂ່າວ: ພາພອນ ນະວົງໄຊ