ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນລະຫວ່າງວັນທີ 9-11 ພະຈິກ 2022 ຜ່ານມານີ້, ທ່ານ ນາງ ສູນທອນ ໄຊຍະຈັກ, ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມພົບປະລະຫວ່າງຜູ້ນຳສະມັດຊາລັດ ຖະສະພາລະຫວ່າງຊາດອາຊຽນ ຫລື AIPA ແລະ ຜູ້ນໍາອາຊຽນ ໃນລະຫວ່າງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 40 ແລະ 41 ທີ່ ພະນົມເປັນ, ຣາຊະອານາຈັກ ກໍາປູເຈຍ. ກອງປະຊຸມດັ່ງກ່າວ, ເປັນກົນໄກປະຈຳ ລະຫວ່າງໄອປາ ແລະ ອາຊຽນ ຊຶ່ງເປີດໂອ ກາດໃຫ້ຜູ້ນໍາສອງອົງການ ໄດ້ມີການພົບປະ ແລະ ປຶກສາຫາລືກັນ ເພື່ອສະໜັບສະໜູນ ແລະ ຊຸກຍູ້ການຈັດຕັ້ງປະຕິບັດຂໍ້ລິເລີ່ມ ຕ່າງໆ ຂອງອາຊຽນ.
ກ່ອນການເຂົ້າຮ່ວມກອງປະຊຸມພົບປະລະຫວ່າງຜູ້ນໍາໄອປາ ແລະ ອາຊຽນ ຄັ້ງນີ້, ຄະນະຜູ້ແທນຈາກສະມາຊິກໄອປາ ທີ່ນໍາໂດຍຂັ້ນປະທານ, ຮອງປະທານ ແລະ ສະມາຊິກສະພາແຫ່ງຊາດ ຈາກ 8 ປະ ເທດຄື: ບຣູໄນ, ກຳປູເຈຍ, ອິນໂດເນເຊຍ, ລາວ, ຫວຽດນາມ, ສິງກາໂປ, ຟິລິບປິນ ແລະ ໄທ ພ້ອມດ້ວຍເລຂາທິການໃຫຍ່ໄອປາ ໄດ້ມີກອງປະຊຸມປຶກສາຫາລື ແລະ ກະກຽມເນື້ອໃນສານຂອງຜູ້ນຳໄອປາ ເຖິງຜູ້ນຳອາຊຽນ. ໃນກອງປະຊຸມດັ່ງກ່າວ, ທ່ານ ປອ. ນາງ ສູນທອນ ໄຊຍະຈັກ, ຮອງປະທານສະພາແຫ່ງຊາດ, ຫົວໜ້າຄະນະຜູ້ແທນລາວ ໄດ້ແລກປ່ຽນຄຳຄິດຄຳເຫັນ ຕໍ່ຮ່າງສານຂອງຜູ້ນຳໄອປາ ທີ່ຈະສະເໜີໃນກອງປະຊຸມພົບປະລະຫວາ່ງຜູ້ນຳໄອປາ ແລະ ອາຊຽນ ໂດຍທ່ານໄດ້ເນັ້ນເພີ່ມເຖິງການເສີມສ້າງການເຊື່ອມຈອດດ້ານການຄົມມະນາຄົມ ແລະ ການເຊື່ອມໂຍງດ້ານດ້ານໂລຈິສະຕິກໃນພາກພື້ນອາຊຽນ.
ໃນກອງປະຊຸມພົບປະກັນນັ້ນຜູ້ນຳໄອປາ ແລະ ຜູ້ນຳອາຊຽນ, ບັນດາທ່ານນາຍົກລັດຖະມົນຕີ, ປະທານສະພາແຫ່ງຊາດ, ຄະນະຜູ້ແທນຂອງລັດຖະບານ ແລະ ສະພາແຫ່ງຊາດ ຈາກບັນດາປະເທດສະມາຊິກອາຊຽນ ພ້ອມດ້ວຍເລຂາ ທິການໃຫຍ່ອາຊຽນ ແລະ ເລຂາທິການໃຫຍ່ໄອປາ ໄດ້ປຶກສາຫາລືຫຼາຍບັນຫາທີ່ສຳຄັນ ທີ່ເປັນສິ່ງທ້າຍ ແລະ ມີຄວາມກັງວົນຮ່ວມກັນຂອງພາກພື້ນ ແລະ ຂອງໂລກ. ຜູ້ນຳໄອປາໄດ້ສະແດງຄວາມຊົມເຊີຍ ຕໍ່ຜູ້ນຳອາຊຽນ ໃນການຮ່ວມມືກັນຈັດຕັ້ງປະຕິບັດໜ້າທີ່ວຽກງານ, ເຮັດໃຫ້ອາຊຽນມີສະຖຽນລະພາບ, ມີການເຕີບໃຫຍ່ເຂັ້ມແຂງ, ສາມາດຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ລວມໄປເຖິງການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ເປັນຢ່າງດີ. ພ້ອມກັນນັ້ນ, ຍັງໄດ້ສະເໜີໃຫ້ຜູ້ນໍາອາຊຽນ ສົ່ງເສີມການພັດທະນາທີ່ຖືກເອົາປະຊາຊົນເປັນໃຈກາງ ແລະ ຮັບປະ ກັນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ປີ 2030; ໃຫ້ຄວາມສຳຄັນຕໍ່ການນຳໃຊ້ພະລັງງານສະອາດ ແລະ ການລົງທຶນທີ່ເປັນມິດຕໍ່ສິ່ງແວດລ້ອມ; ຍົກລະດັບພາກພື້ນອາຊຽນ ໃນການຮັບມືກັບບັນຫາສຸກເສີນຕ່າງໆ; ສົ່ງເສີມການຮ່ວມມື, ການເຊື່ອມໂຍງເຊື່ອມຈອດ, ສົ່ງເສີມສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພື້ນ ເພື່ອເຮັດໃຫ້ເກີດຄວາມຍືນຍົງ ແລະ ຈະເລີນຮຸ່ງເຮືອງໃນອາຊຽນ. ໃນໂອກາດດຽວກັນ, ຜູ້ນຳອາຊຽນ ກໍ່ໄດ້ສະແດງຄວາມຊົມເຊີຍ ຕໍ່ການປະຕິບັດພາລະບົດບາດ ແລະ ໜ້າທີ່ ຂອງຜູ້ນໍາບັນດາສະມາຊິກໄອປາ ໃນການຊຸກຍູ້ສົ່ງເສີມວຽກງານຕ່າງໆ ຂອງອາຊຽນ ໂດຍສະເພາະແມ່ນການປະຕິບັດໜ້າທີ່ທາງດ້ານນິຕິບັນຍັດ ເພື່ອຊຸກຍູ້ການຈັດ ຕັ້ງປະຕິບັດບັນດາຂໍ້ລິເລີ່ມຕ່າງໆ ຂອງອາຊຽນ. ພ້ອມດຽວກັນນັ້ນ, ຜູ້ນຳອາຊຽນ ໄດ້ຮັບເອົາຂໍ້ສະເໜີຂອງຜູ້ນຳໄອປາ ໂດຍຈະສືບຕໍ່ສົ່ງເສີມການຮ່ວມມື ແລະ ປະ ສານງານກັນຢ່າງໃກ້ຊິດ ລະຫວ່າງລັດ ຖະບານ ແລະ ລັດຖະບານ, ລັດຖະບານ ແລະ ລັດຖະສະພາ ຂອງບັນດາປະເທດສະມາຊິກອາຊຽນ ລວມໄປເຖິງຄູ່ຮ່ວມເຈລະຈາ ເພື່ອຄວາມຈະເລີນຮຸ່ງເຮືອງ ແລະ ວັດຖະນາຖາວອນຂອງອາຊຽນ ໃນຕໍ່ໜ້າ.
ນອກຈາກນັ້ນ, ທາງເຈົ້າພາບ ຍັງໄດ້ຈັດໃຫ້ຄະນະຜູ້ແທນສະພາແຫ່ງຊາດລາວ ໄປຢ້ຽມຢາມພື້ນຖານເສດຖະ ກິດ ທີ່ທ່າເຮືອສີຫານຸວິວ ຊຶ່ງເປັນທ່າເຮືອທີ່ໃຫຍ່ ແລະ ເປັນຈຸດບໍລິການສົ່ງອອກ-ນຳເຂົ້າ ສິນຄ້າຈາກທົ່ວໂລກ.