ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນລະຫວ່າງວັນທີ 29-30 ພຶດສະພາ 2023, ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງ ປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສຊາຍແດນ ລາວ-ກໍາປູເຈຍ ພ້ອມດ້ວຍຄະນະທີ່ຕາງຫນ້າຈາກພາກສ່ວນກ່ຽວຂ້ອງສູນກາງ ຈໍານວນຫນຶ່ງ ໄດ້ລົງເຄື່ອນໄຫວເຮັດວຽກ ຢູ່ ແຂວງຈໍາປາສັກ.
ໃນໂອກາດການເຄື່ອນໄຫວໃນຄັ້ງນີ້ ຄະ ນະໄດ້ພົບປະ ແລະ ເຮັດວຽກຮ່ວມກັບຄະນະຮັບຜິດຊອບວຽກງານຊາຍແດນຂອງແຂວງ ຊຶ່ງນໍາໂດຍ ທ່ານ ໂສມ ບຸດຕະກຸນ, ຮອງເຈົ້າແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງແຂວງ. ໃນການເຮັດວຽກຮ່ວມກັນຄັ້ງນີ້້, ຄະນະຈາກສູນກາງ ແລະ ແຂວງ ໄດ້ປຶກສາຫາລືແລກປ່ຽນສະພາບຄວາມຄືບໜ້າວຽກງານຊາຍແດນ ລາວ-ກໍາປູເຈຍ ພາຍຫຼັງທີ່ສອງຝ່າຍໄດ້ລົງນາມສົນທິສັນຍາ ວ່າດ້ວຍການກໍານົດຊາຍແດນປະເທດຮ່ວມກັນ ຊຶ່ງສອງຝ່າຍໄດ້ພົບປະປຶກສາຫາລື ທັງໃນລະດັບວິຊາການ ແລະ ລະດັບຄະນະກໍາມະການຊາຍແດນຮ່ວມ ເພື່ອປຶກສາຫາລືການຈັດຕັ້ງປະຕິບັດເນື້ອໃນສົນທິສັນຍາ, ທີ່ສໍາຄັນສອງຝ່າຍໄດ້ເປັນເອກະພາບກັນ ດໍາເນີນການກໍ່ສ້າງຫຼັກໝາຍຊາຍແດນແບບໃໝ່ ທີ່ແໜ້ນໜາຖາວອນປ່ຽນແທນຫຼັກໝາຍໃນປະຈຸບັນທີ່ມີຂະໜາດນ້ອຍ ແລະ ປັກຫຼັກໝາຍຊາຍແດນເພີ່ມເຕີມສໍາລັບບໍລິເວນຊາຍແດນທີ່ສອງຝ່າຍໄດ້ເອກະພາບກັນ ແລະ ໄດ້ປັກຫຼັກໝາຍຮ່ວມກັນແລ້ວ 121 ຫຼັກໝາຍ.
ຈາກນັ້ນ, ທ່ານຮອງລັດຖະມົນຕີພ້ອມຄະນະ ກໍ່ໄດ້ລົງກວດກາພຶ້ນທີ່ຕົວຈິງຊາຍແດນ ລາວ-ກໍາປູເຈຍ ຢູ່ບໍລິເວນເວີນຄາມ ແລະ ບໍລິເວນດ່ານສາກົນໜອງນົກຂຽນ. ພ້ອມນີ້, ທ່ານຮອງລັດຖະມົນຕີ ຍັງໄດ້ຖືໂອກາດຢ້ຽມຢາມ ແລະ ໂອ້ລົມໃຫ້ທິດຊີ້ນໍາ ອ້າຍນ້ອງວິຊາການກອງສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນ ລາວ-ກໍາປູເຈຍ ທີ່ພວມຈັດຕັ້ງປະຕິບັດໃນການປັກຫຼັກໝາຍຊາຍແດນໃໝ່ປ່ຽນແທນຫຼັກໝາຍເກົ່າ ແລະ ຫຼັກໝາຍເພີ່ມເຕີມຮ່ວມກັບຝ່າຍກໍາປູເຈຍ ຢູ່ພື້ນທີ່ຕົວຈິງທີ່ຂຶ້ນກັບເມືອງໂຂງ.
ພ້ອມດຽວກັນນັ້ນ, ກໍ່ຍັງໄດ້ລົງກວດກາພຶ້ນທີ່ຕົວຈິງບໍລິເວນຈຸດຈະກໍ່ສ້າງຂົວຂ້າມເຊລໍາເພົາ, ບໍລິເວນຊາຍແດນຍອດເຊລໍາເພົາ ແລະ ຖືໂອກາດນີ້ຢ້ຽມຢາມ ແລະ ມອບເຄື່ອງຈໍານວນໜຶ່ງໃຫ້ອ້າຍນ້ອງທະຫານຊາຍແດນທີ່ປະຈໍາຢູ່ຄ້າຍທະຫານຊາຍແດນ 529 ທີ່ປະຕິບັດໜ້າທີ່ຢູ່ເຂດຫ່າງໄກສອກຫຼີກທີ່ຂຶ້ນກັບເມືອງມູນລະປະໂມກ ເພື່ອໃຫ້ກຳລັງໃຈ ແລະ ຊຸກຍຸ້ໃນການຈັດຕັ້ງໜ້າປະຕິບັດໜ້າທີ່ການເມືອງກໍ່ຄືໜ້າທີ່ໃນຖານະການເປັນຮົ້ວຂອງຊາດໃນການປົກປັກຮັກສາຄວາມສະຫງົບຮຽບຮ້ອຍຢູ່ຕາມບໍລິເວນຊາຍແດນກັບປະເທດໃກ້ຄຽງ.
May be an image of 8 people and tree