ວັນທີ 17​ ຫາ 21 ພຶດສະພານີ້ ທ່ານ ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້າແຂວງອຸດົມໄຊ ພ້ອມດ້ວຍ ຄະນະ ມີ: ພະແນກອຸດສາຫະກຳ ແລະ ການຄ້າ, ພະແນກກະສິກຳ ແລະປ່າໄມ້, ສະພາການຄ້າ ແລະ ອຸດສາຫະກຳ ແລະ ຂະແໜງການທີ່ກ່ຽວຂ້ອງຈາກແຂວງ ແລະ ເມືອງໄຊ ໄດ້ລົງຕິດຕາມ, ຊຸກຍູ້ ຜູ້ປະກອບການ ຜະລິດສະບຽງອາຫານ ຢູ່ພາຍໃນເທດສະບານແຂວງອຸດົມໄຊ.
ການລົງເຄື່ອນໄຫວ ຕິດຕາມ, ຊຸກຍູ້ ຂອງ ທ່ານຮອງເຈົ້າແຂວງ ພ້ອມດ້ວຍບັນດາພາກສ່ວນກ່ຽວຂ້ອງ ແມ່ນເພື່ອເປັນການປະເມີນກຳລັງການຜະລິດ ແນໃສ່ດູນດຽງກັບຄວາມຕ້ອງການພາຍໃນ ແລະຈັດສັນໄດ້ຕະຫຼາດຮອງຮັບແກ່ການຜະລິດໃນຕໍ່ໜ້າ. ໂດຍຮັບປະກັນໄດ້ຄວາມພຽງພໍດ້ານສະບຽງອາຫານ ໃນຊ່ວງການແຜ່ລະບາດຂອງພະຍາດໂຄວິດ-19 ເພື່ອແນໃສ່ກະຕຸ້ນໃຫ້ຜູ້ປະກອບການຜະລິດດ້ານສະບຽງອາຫານ ສົ່ງຕອບສະຫນອງທ່ວງທັນຕາມຄວາມຮຽກຮ້ອງຕ້ອງການຂອງຜູ້ບໍລິໂພກ ກໍຄື ພໍແມ່ປະຊາຊົນຢູ່ພາຍໃນແຂວງອຸດົມໄຊ, ສາມາດເກັບກໍາໄດ້ຕົ້ນທຶນ​ການຜະລິດ ແລະ ໂຄງສ້າງລາຄາໃນແຕ່ລະຂອດຂອງການຈໍລະຈອນສິນຄ້າ, ເພື່ອເປັນຂໍ້ມູນແກ່ການຄົ້ນຄວ້າ ຂະຫຍາຍຕະຫຼາດໃຫ້ມີຄວາມແນ່ນອນໃນຕໍ່ຫນ້າ.
ຂ່າວ,​ພາບ:ໄມພອນ
May be an image of 2 people, people standing and outdoors
May be an image of standing and outdoors
May be an image of outdoors
Loading...