ໃນວັນທີ 20 ເມສາ 2022 , ທ່ານ ພອຍຄຳ ຮຸ່ງບຸນຍວງ ເລຂາພັກເເຂວງ ເຈົ້າເເຂວງໆ ໄຊສົມບູນ ໄດ້ລົງຢ້ຽມຢາມ ແລະ ພົບປະໂອ້ລົມຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງຢູ່ກອງພັນໃຫຍ່ 101 ກອງພົນທີ 1 ໂດຍການໃຫ້ກຽດຕ້ອນຮັບຂອງ ພັນເອກ ບຸນຂູ້ມ ສີຄຳໄຊ ເລຂາຄະນະພັກ ຫົວໜ້າການເມືອງ ກອງພັນໃຫຍ່ 101, ມີບັນດາຄະນະພັກ-ຄະນະບັນຊາ ຕະ ຫຼອດເຖີງພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
ໃນໂອກາດລົງພົບປະໂອ້ລົມໃນຄັ້ງນີ້, ທ່ານເຈົ້າເເຂວງໆ ໄຊສົມບູນ ກໍ່ໄດ້ຮັບຟັງການ ລາຍງານສະ ພາບການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາໂດຍຫຍໍ້ຈາກ ພັນເອກ ບຸນຂູ້ມ ສີຄຳໄຊ ຫົວໜ້າການເມືອງ ກອງພັນໃຫຍ່101. ຈາກນັ້ນ ທ່ານ ພອຍຄຳ ຮຸ່ງບຸນຍວງ ໄດ້ມີຄໍາເຫັນໂອ້ລົມ ກ່ອນອື່ນທ່ານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານ ແລະ ຜົນສໍາເລັດໃນການຈັດປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາ ໂດຍສະເພາະທ່ານໄດ້ຊົມເຊີຍ ຕໍ່ຜົນງານການເຄື່ອນໄຫວຮັບປະກັນເຮັດໃຫ້ສະພາບມີຄວາມສະຫງົບ ເຊິງກອງພັນໃຫຍ່101 ໄດ້ເປັນກຳລັງຫຼັກແຫຼ່ງໃນການຈັດຕັ້ງເຄື່ອນໄຫວ ເເກ້ໄຂບັນຫາສະພາບການຕ່າງໆ ພາຍໃນເເຂວງ ຈົນສາມາດຮັບປະກັນເຮັດໃຫ້ສະ ພາບພາຍໃນຂອບເຂດ ເເຂວງ ໄຊສົມບູນ ມີຄວາມສະຫງົບປອດໄພໂດຍພື້ນຖານ. ພ້ອມນີ້ທ່ານຍັງໄດ້ຍົກໃຫ້ເຫັນ ສະພາບການຂອງໂລກ ແລະ ພາກພື້ນທີ່ພວມຜັນແປໄປຢ່າງສະຫຼັບສັບຊ້ອນ ໂດຍສະເພາະບັນຫາທາງດ້ານເສດຖະ ກິດ, ການເງິນ ແລະ ບັນຫາການແຜ່ລະບາດຂອງພະຍາດ ໂຄວິດ 19, ຍົກໃຫ້ເຫັນເຖິງສະພາບການເຕີບໃຫຍ່ເຂັ້ມເເຂງ ແລະ ການພັດທະນາຂອງເເຂວງ ໄຊສົມບູນ ຕໍ່ບັນດາທ່ານໄດ້ຮັບຊາບ. ພ້ອມນີ້ທ່ານຍັງໄດ້ເນັ້ນໜັກໃຫ້ຄະນະ ພັກ-ຄະນະບັນຊາແຕ່ລະຂັ້ນຈົ່ງເອົາໃຈໃສ່ເພີ່ມທະວີເຮັດວຽກ ງານສຶກສາອົບຮົມການເມືອງ – ແນວຄິດໃຫ້ແທດເໝາະກັບສະ ພາບເງື່ອນໄຂຕົວຈິງ, ຍົກສູງພາລະບົດບາດການຊີ້ນໍາ-ນໍາພາຕໍ່ໜ້າທີ່ການເມືອງໃຫ້ສູງຂຶ້ນ ເອົາ ໃຈໃສ່ປຸງປັບກໍ່ສ້າງພັກ- ພະນັກ ງານ ແລະ ກໍ່ສ້າງກໍາລັງ ໃຫ້ເຕີບໃຫຍ່ທາງດ້ານຈຳນວນ ແລະ ຄຸນນະພາບ ສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ຕາມທິດນໍາຂອງພັກ ແລະ ເອົາໃຈໃສ່ເຮັດວຽກງານການກຽມພ້ອມສູ້ຮົບປ້ອງກັນເວນຍາມຕາມສະຖານທີ່ສໍາຄັນຕ່າງໆ ໃຫ້ມີຄວາມສະຫງົບເປັນລະບຽບຮຽບຮ້ອຍ, ຍົກສູງຄຸນນະພາບທາງດ້ານການອົບ ຮົມ-ຫັດແອສິລະປະຍຸດ-ຍຸດ ທະວິທີ, ປັບປຸງລະບຽບແບບແຜນຂອງກົມກອງໃຫ້ໜັກແໜ້ນ ເຂັ້ມເເຂງ, ເປັນເຈົ້າການຄຸ້ມຄອງກວດກາດ້ານຈໍານວນພົນ ແລະ ພາຫະ ນະອາວຸດ ເພື່ອຮັບປະກັນເຄື່ອນ ໄຫວກຽມພ້ອມສູ້ຮົບ ແລະ ປະຕິ ບັດໜ້າທີ່ການເມືອງຕົວຈິງໃຫ້ທ່ວງທັນກັບສະພາບການ ໄປພ້ອມກັບການເອົາໃຈໃສ່ເຮັດວຽກງານຮັບປະກັນທາງດ້ານພະລາທິການໂດຍຖືເອົາທ່າເເຮງບົ່ມຊ້ອນຂອງກົມກອງໃນການຍູ້ເເຮງ ຂະບວນການເພີ່ມພູນຜະລິດຜົນສ້າງເສດຖະກິດແກ້ໄຂຊີວິດການເປັນຢູ່ຂອງກົມກອງໃຫ້ນັບມື້ດີຂື້ນເທື່ອລະກ້າວ.
ຂ່າວ: ອົ້ນ ລໍພະຈັນ
ນັກຂ່າວກອງພັນໃຫຍ່ 101


