ພາຍຫຼັງທີ່ເກີດມີຝົນຕົກຕິດຕໍ່ກັນເປັນເວລາຫຼາຍຊົວໂມງ ເລີ່ມຕັ້ງແຕ່ເວລາ 3 ໂມງເຊົ້າ ຈົນເຖິງຕອນບ່າຍ ວັນທີ 26 ສິງຫາ 2022 ເຮັດໃຫ້ນ້ຳກໍ ນ້ຳມາວ ມີລະດັບປະລິມານນ້ຳສູງຂຶ້ນ ພ້ອມທັງເກີດມີນ້ຳປ່າໄຫຼສຸແຮງ ເຮັດໃຫ້ເກີດມີນ້ຳອັ່ງຖ້ວມ ຖະໜົນຫົນທາງ ໂດຍສະເພາະແມ່ນເສັ້ນທາງເລກ 2 ຕາເວັນອອກ ທາງໄປເມືອງຫຼາ, ທາງເລກ 13 ເໜືອ ທາງໄປເມືອງນາໝໍ້, ນອກຈາກນີ້ກໍຍັງຍືງຖ້ວມບ້ານເຮືອນຂອງປະຊາຊົນ ຢູ່ຕາມແຄມນ້ຳກໍ ແລະ ເຂດພື້ນທີ່ຕ່ຳ. ຕໍ່ກັບສະພາບການດັ່ງກ່າວ ທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງອຸດົມໄຊ ພ້ອມດ້ວຍຄະນະ ກໍໄດ້ລົງ ຕິດຕາມສະພາບການຢ່າງໄກ້ຊິດ ພ້ອມທັງລົງຕິດຕາມກວດກາຜົນກະທົບຢູ່ເຂດຕ່າງໆພາຍໃນເທດສະບານແຂວງ ແລະ ເສັ້ນທາງ ໃນນີ້ເສັ້ນທາງເລກ 2 ຕາເວັນອອກຫຼື (2E) ເຫັນວ່າເສັ້ນທາງສາຍດັ່ງກ່າວເກີດມີດິນເຈື່ອນຖົມທາງ, ຕົ້ນໄມ້ຫັກລົ້ມທັບຕາມເສັ້ນທາງຫຼາຍຈຸດ ເສົາໄຟຟ້າຫັກລົ້ມ ຈຳນວນໜື່ງເຮັດໃຫ້ໄຟ້າ ສັນຍານໂທລະສັບບໍ່ສາມາດໃຊ້ໄດ້ ແລະ ສຳລັບເຂດບ້ານໂຮມໄຊ (ຫຼັກ 15 ) ເມືອງຫຼາ ແຂວງອຸດົມໄຊ ເກີດມີນ້ຳປ່າໄຫຼສຸແຮງ ພັດເຂົ້າບ້ານເຮືອນຂອງປະຊາຊົນ ເຮັດໃຫ້ມີເຮືອນຖືກພັດໄຫຼນ້ຳຈຳນວນ ໜຶ່ງ ແລະ ມີດິນເຊາະເຈື່ອນບໍລິເວນຂົວ ພົບຄວາມຫຍຸ້ງຍາກໃນການສັນຈອນ ຕໍ່ເຫດການດັ່ງກ່າວນີ້ທ່ານເຈົ້າແຂວງ ກໍໄດ້ແນະນຳໃຫ້ອົງການປົກຄອງບ້ານໂຮມໄຊ ໃຫ້ເອົາໃຈໃສ່ຊ່ວຍເຫຼືອເຊິງກັນ ແລະ ກັນ ໂດຍສະເພາະແມ່ນໃຫ້ການຊ່ວຍເຫຼືອ ຈັດສັນບ່ອນຢູ່ ແລະ ອາຫານ ຊ່ວຍເຫຼືອຄອບຄົວທີ່ໄດ້ຮັບຜົນກະທົບໃນເບື້ອງຕົ້ນ ພ້ອມທັງແນະນຳໃຫ້ຕິດຕາມຕໍ່ກັບສະພາບການທີ່ເກີດຂຶ້ນຢ່າງມີສະຕິ.
ປັດຈຸບັນທາງແຂວງອຸດົມໄຊໄດ້ລະດົມກຳລັງຊາວໜຸ່ມ,ສອງກຳລັງ ປກຊ-ປກສ ລົງຊ່ວຍພື້ນທີ່ທີຖືກນໍ້າຖວ້ມ ພ້ອມທັງປະເມີນ ແລະ ກຳເກັບຂໍ້ມູນຄວາມເສຍຫາຍ ສ່ວນລາຍລະອຽດນັ້ນຈະລາຍງານໃຫ້ຊາບເປັນແຕ່ລະໄລຍະ.
ຂ່າວ;ພາບ: ສີຈັນ ເກດວົງສາ
May be an image of 4 people, nature, tree and road
May be an image of 2 people, tree and road
May be an image of 17 people, people standing, body of water and tree
May be an image of 13 people, body of water and tree
May be an image of body of water, nature, tree and road
May be an image of 1 person and body of water
Loading...