ຕອນເຊົ້າວັນທີ 26 ກັນຍານີ້, ໃນພິທີສ້າງຕັ້ງກອງທຶນເພື່ອການລົງທຶນດ້ານອຸດສາຫະກຳສື່ປະສົມຂອງ CCTV ທີ່ຈັດຂຶ້ນຢູ່ນະຄອນຊຽງໄຮ, ທ່ານເຊີ້ນໄຫຊົງ ຮອງຫົວໜ້າຄະນະໂຄສະນາອົບຮົມຂອງສູນກາງພັກກອມມູນິດຈີນ, ຜູ້ອຳນວຍ ການໃຫຍ່ ທັງເປັນບັນນາທິການໃຫຍ່ຂອງວິທະຍຸໂທລະພາບສູນກາງຈີນຫຼື CMG ໄດ້ກ່າວວ່າ ການຖ່າຍທອດສົດຢູ່ CCTV ກ່ຽວກັບນາງເມີ້ງຫວານໂຈ່ນກັບຄືນປະເທດຊາດ ໄດ້ມີສຽງຕອບຮັບຢ່າງຟົດຟື້ນຫຼາຍທີ່ສຸດ, ພຽງແຕ່ຢູ່ເວທີສື່ສັງຄົມອອກລາຍຂອງ CMG ,ກໍ່ມີຈຳນວນຊາວເນັດສະແດງຄວາມຊົມເຊີຍ 400 ລ້ານເທື່ອຄົນ ເຊິ່ງຫຼາຍກວ່າຈຳ ນວນປະຊາກອນຂອງອາເມລິກາ ບວກກັບ ການາດາ.

“ນີ້ແມ່ນຄວາມປາຖະໜາຂອງປະ ຊາຊົນ, ແມ່ນກຳລັງແຮງຂອງປະຊາຊົນ!” ທ່ານເຊີ້ນໄຫຊົງກ່າວວ່າ, ນາງເມີ້ງຫວານໂຈ່ວສາມາດກັບຄືນສູ່ປະເທດຈີນ, ໄດ້ສະແດງໃຫ້ເຫັນເຖິງທັດສະນະກຳອຳ ນາດຂອງພັກກອມມູນິດຈີນທີ່ເຄົາລົບປະຊາຊົນຢ່າງເຕັມສ່ວນ, ເປັນແບບຢ່າງທີ່ມີຊີວິດຊີວາທີ່ສຸດຂອງແນວຄິດການພັດທະນາທີ່ຖືປະຊາຊົນເປັນສູນກາງໃນຍຸກສະໄໝໃໝ່. “ການນຳພາອັນໝັ້ນແກ່ນຂອງພັກແມ່ນເສົ້າຄ້ຳທີ່ໝັ້ນແກ່ນໃຫ້ກັບປະຊາຊົນຈຳນວນ 1,4 ຕື້ຄົນ, ປະເທດ ຊາດທີ່ເຂັ້ມແຂງແມ່ນເສົາຄ້ຳອັນໝັ້ນແກ່ນໃຫ້ປະຊາຊົນຈີນ.”