ວັນທີ 25 ພຶດສະພາ 2021 ທີ່ ກອງບັນ ຊາການທະຫານນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ໄດ້ມີພິທີມອບ-ຮັບ ເຄື່ອງຊ່ວຍເຫຼືອຈາກ ກອງບັນຊາການທະຫານນະຄອນຫຼວງຮ່າໂນ້ຍ ເພື່ອສົ່ງຕໍ່ໄປໃຫ້ກອງບັນຊາການທະຫານນະ ຄອນຫຼວງວຽງຈັນ, ໂດຍມີການເຂົ້າຮ່ວມຂອງສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ, ສະຫາຍພົນຈັດຕະວາ ຫງວຽນ ກວັກ ຢຽດ, ຜູ້ບັນຊາການກອງບັນຊາການທະຫານນະຄອນຫຼວງຮ່າໂນ້ຍ, ກະຊວງປ້ອງກັນປະເທດ ສສ ຫວຽດນາມ ພ້ອມດ້ວຍພະນັກງານຂອງທັງສອງຝ່າຍ ລາວ-ຫວຽດນາມ.
ເຄື່ອງທີ່ນຳໄປມອບຄັ້ງນີ້ມີ ຜ້າອັດປາກການແພດ ຈຳນວນ 50.000 ອັນ, ນ້ຳຢາງລ້າງມື (ເຈວລ້າງມື) ຈຳນວນ 1.000 ແກ້ວ ແລະ ເຄື່ອງວັດແທກອຸນຫະພູມ ຈຳນວນ 50 ອັນ ເພື່ອສົ່ງໃຫ້ ກອງບັນຊາການທະຫານນະຄອນຫຼວງວຽງຈັນ, ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ.
ໃນໂອກາດນີ້, ສະຫາຍພົນຈັດຕະວາ ຫງວຽນ ກວັກ ຢຽດ ກໍໄດ້ກ່າວສະແດງຄວາມເປັນຫ່ວງເປັນໄຍຕໍ່ການລະ ບາດຂອງເຊື້ອພະຍາດໂຄວິດ-19 ຮອບໃໝ່ຢູ່ ສປປ ລາວ ຊຶ່ງເຄື່ອງຊ່ວຍເຫຼືອທີ່ມອບໃນຄັ້ງນີ້ ເປັນການປະກອບສ່ວນດ້ວຍຄວາມຈິງໃຈຈາກ ກອງບັນຊາການທະຫານນະຄອນຫຼວງຮ່າໂນ້ຍ ເພື່ອປະກອບສ່ວນຊ່ວຍເຫຼືອ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ກໍຄື ປະຊາຊົນລາວ ທີ່ກຳລັງປະສົບຄວາມຍຸ້ງຍາກຢູ່ໃນຄະນະນີ້ ເພື່ອເປັນການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ- 19 ທີ່ກຳລັງລະບາດຢູ່ລາວໃນປັດຈຸບັນ. ສະຫາຍໃຫ້ຄວາມເຊື່ອໝັ້ນວ່າ ນະຄອນຫຼວງວຽງຈັນຈະພ້ອມກັນສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດຂອງເຊື້ອພະຍາດດັ່ງກ່າວໄດ້ໂດຍໄວ ເພື່ອເຮັດໃຫ້ປະຊາຊົນລາວໄດ້ກັບມາໃຊ້ຊີວິດແບບປົກກະຕິ.
ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຂອບອົກຂອບໃຈຢ່າງຈິງໃຈມາຍັງ ສະຫາຍພົນຈັດຕະວາ ຫງວຽນ ກວັກ ຢຽດ, ຜູ້ບັນຊາການກອງບັນຊາການທະຫານນະຄອນຫຼວງຮ່າໂນ້ຍ, ກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ໃນການຊ່ວຍເຫຼືອຄັ້ງນີ້ ຊຶ່ງມີຄວາມໝາຍສຳຄັນຢ່າງຍິ່ງຕໍ່ນະຄອນຫຼວງວຽງຈັນ ແລະ ເປັນການສະແດງໃຫ້ເຫັນເຖິງ ການຊ່ວຍເຫຼືອຢ່າງມິດຈິດມິດໃຈຂອງກອງບັນຊາການທະຫານນະຄອນຫຼວງຮ່າໂນ້ຍ, ເຖິງວ່າ ຢູ່ຫວຽດ ນາມກໍມີການລະບາດຂອງເຊື້ອພະຍາດໂຄວິດ 19 ຮອບໃໝ່ກໍຕາມ ແຕ່ກໍໄດ້ບິແບ່ງຄວາມຫຍຸ້ງຍາກຂອງປະຊາຊົນລາວ ທີ່ກຳລັງປະເຊີນຢູ່ໃນປັດຈຸບັນ, ແບ່ງປັນບົດຮຽນ, ປະສົບການ, ໃຫ້ການຊ່ວຍເຫຼືອທາງດ້ານງົບປະມານ, ເຄື່ອງອຸປະກອນການແພດ ແລະ ສົ່ງຊ່ຽວຊານດ້ານການແພດ ໄປຊ່ວຍ ສປປ ລາວ ຢ່າງທັນການ ແລະ ຮີບດ່ວນ, ຄືດັ່ງຄໍາເວົ້າຂອງ ປະທານ ໂຮ່ຈີມິນ ຜູ້ນໍາທີ່ຍິ່ງໃຫຍ່ ໄດ້ເວົ້າວ່າ: “ຊ່ວຍເພື່ອນ ຄືຊ່ວຍຕົນເອງ”,“ຮ່ວມທຸກ, ຮ່ວມສຸກ, ເຂົ້າເມັດຫັກ, ຜັກເສັ້ນໜຶ່ງກໍບິແບ່ງປັນກັນກິນ”, ທັງເປັນການປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ພ້ອມທັງຢືນຢັນວ່າ ຈະປະສານໄປຍັງພາກສ່ວນທີ່ກ່ຽວຂ້ອງຂອງລາວ ເພື່ອມາຮັບເອົາເຄື່ອງຈຳນວນດັ່ງກ່າວ ໄປນຳໃຊ້ຢ່າງມີປະສິດທິຜົນ ໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ -19 ໂດຍໄວ.
ຂ່າວ,ພາບ: ໂອລໍາ
Loading...