ວັນທີ 17 ມິຖຸນາ 2021 ທີ່ ກົມພົວພັນຕ່າງປະເທດ, ກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ໄດ້ມີພິທີມອບ -ຮັບ ເຄື່ອງຊ່ວຍເຫຼືອຈາກກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ມອບໃຫ້ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໂດຍການເຂົ້າຮ່ວມຂອງສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ, ສະຫາຍພົນຕີ ວູ ຈຽນ ຖັງ, ຫົວໜ້າກົມພົວພັນຕ່າງປະເທດ, ກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍພະນັກງານຂອງທັງສອງຝ່າຍ ລາວ-ຫວຽດນາມ.
ເຄື່ອງທີ່ນຳໄປມອບຄັ້ງນີ້ມີ ຊຸດເຄື່ອງນຸ່ງການແພດປ້ອງກັນໂຄວິດ ຂັ້ນ 4 (ຊຸດ PPE) ຈຳນວນ 10.000 ຊຸດ, ຜ້າອັດປາກການແພດ N95 ຈຳນວນ 10.000 ອັນ ເພື່ອສົ່ງໃຫ້ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ.
ໃນໂອກາດນີ້, ສະຫາຍ ພົນຕີ ວູ ຈຽນ ຖັງ ໄດ້ກ່າວສະແດງຄວາມເປັນຫ່ວງເປັນໄຍຕໍ່ການລະບາດຂອງເຊື້ອພະຍາດໂຄວິດ-19 ຮອບໃໝ່ຢູ່ ສປປ ລາວ ຊຶ່ງເຄື່ອງຊ່ວຍເຫຼືອທີ່ມອບໃນຄັ້ງນີ້ ເປັນການຊ່ວຍເຫຼືອດ້ວຍຄວາມຈິງໃຈຈາກ ກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ໃຫ້ແກ່ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ກໍຄື ປະຊາຊົນລາວ ທີ່ກຳລັງປະສົບຄວາມຍຸ້ງຍາກຢູ່ໃນຄະນະນີ້ ເພື່ອເປັນການປະກອບສ່ວນຕ້ານ, ສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດຂອງເຊື້ອພະຍາດໂຄວິດ – 19 ທີ່ພວມລະບາດຢູ່ລາວ. ສະຫາຍໃຫ້ຄວາມເຊື່ອໝັ້ນວ່າ ສປປ ລາວ ຈະພ້ອມກັນສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດຂອງເຊື້ອພະຍາດດັ່ງກ່າວໄດ້ໂດຍໄວ ເພື່ອເຮັດໃຫ້ປະຊາຊົນລາວໄດ້ກັບມາໃຊ້ຊີວິດແບບປົກກະຕິ.
ສະຫາຍ ແສງເພັດ ຮຸ່ງບຸນຍວງ, ຕາງໜ້າກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ຕີລາຄາສູງ ແລະ ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງຈິງໃຈ ມາຍັງ ສະຫາຍ ພົນຕີ ວູ ຈຽນ ຖັງ, ຫົວໜ້າກົມພົວພັນຕ່າງປະເທດ ທີ່ຕາງໜ້າກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ໄດ້ມອບເຄື່ອງຊ່ວຍເຫຼືອອຸປະກອນການແພດປ້ອງກັນເຊື້ອພະຍາດໂຄວິດ-19 ດັ່ງກ່າວນີ້ ໃຫ້ແກ່ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ຂໍຢືນຢັນວ່າ ເຄື່ອງອຸປະກອນການແພດເຫຼົ່ານີ້ຈະຖືກນໍາໃຊ້ໃຫ້ເກີດປະໂຫຍດສູງສຸດ ໃນການສະກັດກັ້ນ ແລະ ຕ້ານພະຍາດ COVID-19 ຢູ່ ສປປ ລາວ. ພ້ອມທັງເຊື່ອ ໝັ້ນວ່າ ພວກເຮົາຈະພ້ອມກັນຜ່ານພົ້ນຄວາມຫຍຸ້ງຍາກນີ້ໄປໄດ້ດ້ວຍດີ ພ້ອມກັນພັດທະນາເສດຖະກິດ ແລະ ຊິວິດການເປັນຢູ່ຂອງປະຊາຊົນ ດີຂຶ້ນເປັນກ້າວໆ. ພ້ອມທັງ ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ, ລະຫວ່າງສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດ ລາວ-ຫວຽດ ນາມ ຈົ່ງຈະເລີນງອກງາມ ແລະ ໝັ້ນຄົງຂະນົງແກ່ນຕະຫຼອດກາລະນານ.
ຂ່າວ,ພາບ: ໂອລໍາ
Loading...