ໃນເວລາ 14:00ໂມງ ຂອງວັນທີ 08 ກັນ ຍາ 2021, ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ທີ່ ຮ່າໂນ້ຍ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງ ທ່ານ ວາລໍາ ກະໂສຢານ (Vahram KAZHOYAN) ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະ ທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ອາກເມນີ ປະຈໍາ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໂດຍມີສຳນັກ ງານຕັ້ງຢູ່ ນະຄອນຫຼວງຮ່າໂນ້ຍ, ສສ ຫວຽດນາມ.
ຫຼັງຈາກສໍາເລັດພິທີຍື່ນສານຕາຕັ້ງ, ທັງ ສອງຝ່າຍໄດ້ພົບປະ ແລະ ແລກປ່ຽນຄຳຄິດເຫັນນໍາກັນ ໂດຍທ່ານເອກອັກຄະລັດຖະທູດອາກເມນີ ໄດ້ສະແດງຄວາມຂອບໃຈຕໍ່ກັບການຕ້ອນຮັບອັນອົບອຸ່ນ ແລະ ຖືເປັນກຽດຢ່າງສູງທີ່ໄດ້ເຂົ້າຍື່ນສານຕາຕັ້ງ ຜ່ານທ່ານເອກອັກຄະລັດ ຖະທູດລາວ ປະຈຳ ສສ ຫວຽດນາມ ເພື່ອຍື່ນຕໍ່ໄປຍັງ ພະນະທ່ານ ທອງລຸນ ສີສຸລິດ ປະ ທານປະເທດ ແຫ່ງ ສປປ ລາວ ເນື່ອງຈາກສະພາບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19; ຢືນຢັນຈະທຸ່ມເທທຸກຄວາມພະຍາຍາມ ເພື່ອສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສາທາລະນະລັດ ອາກເມນີ ແລະ ສປປ ລາວ ໃຫ້ມີການຂະຫຍາຍຕົວເພີ່ມສູງຂຶ້ນ.
ກ່ອນໜ້ານີ້, ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດ ກໍໄດ້ຕ້ອນຮັບການເຂົ້າມາຍື່ນສານຕາຕັ້ງຂອງ ທ່ານ Georgios STILIANOPOULOS, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາ ລະນະລັດ ເກຣັກ ແລະ ທ່ານ ນາງ ສາມີນາ ເມຕາ (Mrs. Samina Mehtab), ເອກອັກຄະລັດຖະ ທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ອິດສະລາມ ປາກິດສະຖານ (Pakistan) ປະຈຳ ສປປ ລາວ ໂດຍມີສຳນັກງານຕັ້ງຢູ່ນະຄອນຫຼວງຮ່າໂນ້ຍ, ສສ ຫວຽດນາມ.
ໃນການຕ້ອນຮັບທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ໄດ້ສະແດງຄວາມຍິນດີ ແລະ ຊົມ. ເຊີຍ ຕໍ່ບັນດາເອກອັກຄະລັດຖະທູດ ທີ່ໄດ້ຮັບການແຕ່ງຕັ້ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈຳ ສປປ ລາວ ພ້ອມທັງຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ລາວ – ອາກເມນີ, ລາວ – ເກຣັກ (Greece), ລາວ – ປາກິດສະຖານ (Pakistan) ໃນໄລຍະຜ່ານມາ ແລະ ຫວັງວ່າຈະໄດ້ຮັບການເພີ່ມພູນຄູນສ້າງໃຫ້ນັບມື້ໄດ້ຮັບການພັດທະນາຂຶ້ນໄປເລື້ອຍໆ.
ຂ່າວ: ສະຖານທູດລາວ ທີ່ນະຄອນຫຼວງຮ່າໂນ້ຍ

