ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດ ນາມ ພ້ອມດ້ວຍຄະນະ ໄດ້ຕາງໜ້າ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ກະຊວງປ້ອງກັນປະເທດລາວ ແລະ ສະຖານເອກອັກຄະລັດຖະ ທູດ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດ ນາມ ເຂົ້າໄຫວ້ອາໄລ ແລະ ເຊັນປື້ມ ເພື່ອອາໄລຮັກເຖິງດວງວິນຍານຂອງ ສະຫາຍ ພົນເອກ ຟຸ່ງ ກວາງ ແທງ, ອະດີດກຳມະ ການສູນກາງພັກກອມມູນິດຫວຽດນາມ ສະໄໝທີ IX, X, XI; ອະດີດກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ ສະໄໝທີ X, XI, ອະດີດສະມາຊິກສະພາແຫ່ງຊາດ ສະໄໝທີ XI, XII, XIII, ອະດີດຮອງເລຂາຄະນະພັກການທະຫານສູນກາງ, ອະດີດລັດຖະ ມົນຕີກະຊວງປ້ອງກັນປະເທດຫວຽດ ນາມ ແຕ່ປີ 2006-2016.
ພັກ, ລັດ, ກອງທັບ ແລະ ປະຊາຊົນລາວ ສະແດງຄວາມໂສກເສົ້າເສຍດາຍ ແລະ ອາໄລອາວອນຢ່າງສຸດຊື້ງຕໍ່ ການຈາກໄປຂອງ ສະຫາຍ ພົນເອກ ຟຸ່ງ ກວາງ ແທງ ຊຶ່ງການຈາກໄປຂອງສະຫາຍບໍ່ພຽງແຕ່ເປັນການສູນເສຍອະດີດຜູ້ນໍາທາງການ ເມືອງ ຜູ້ມີຄວາມປີຊາສາມາດ, ຜູ້ປ່ຽມລົ້ນໄປດ້ວຍປະສົບການ ຂອງພັກ, ລັດ ຖະບານ, ກອງທັບ ແລະ ປະຊາຊົນຫວຽດນາມ ເທົ່ານັ້ນ, ແຕ່ຍັງເປັນການສູນເສຍເພື່ອນມິດຜູ້ໃກ້ຊິດສະໜິດສະໜົມຂອງພັກ, ລັດຖະບານ, ກອງທັບ ແລະ ປະຊາຊົນລາວບັນດາເຜົ່າຂອງ ພວກຂ້າພະເຈົ້າອີກດ້ວຍ, ສະຫາຍ ພົນເອກ ຟຸ່ງ ກວາງ ແທງ ໄດ້ມີບົດບາດສຳຄັນໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະ ພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ – ຫວຽດນາມ ເວົ້າລວມ, ເວົ້າສະເພາະແມ່ນ ສອງກອງທັບລາວ- ຫວຽດນາມ.
ນະໂອກາດແຫ່ງຄວາມໂສກເສົ້າເສຍດາຍນີ້, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ກໍຄືໃນນາມຕາງໜ້າ ຄະນະບໍລິຫານງານສູນ ກາງພັກປະຊາຊົນປະຕິວັດລາວ, ກະຊວງປ້ອງກັນປະເທດແຫ່ງສປປ ລາວ ແລະ ໃນນາມສ່ວນຕົວ, ພວກຂ້າພະເຈົ້າ ຂໍແບ່ງເບົາຄວາມທຸກໂສກ, ຄວາມອາໄລອາ ວອນຢ່າງສຸດຊື້ງຮ່ວມກັບຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ກອງທັບ ແລະ ປະຊາຊົນຫວຽດນາມ ຕະຫຼອດຮອດ ຄອບຄົວ, ຍາດຕິພີ່ນ້ອງ ແລະ ເພື່ອນມິດຂອງ ສະຫາຍ ພົນເອກ ຟຸ່ງ ກວາງ ແທງ ທຸກທົ່ວໜ້າ.
(ຂ່າວ,ພາບ: ໂອລຳ ຈັນທະວິໄລ)

