ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ຕອນເຊົ້າຂອງວັນທີ 23 ກັນຍາ 2021, ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ທີ່ ຮ່າໂນ້ຍ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງທ່ານ ອາໂກສທິນໂຫ ແອນເດຣ໌ ເດີ ກາເວນໂຫ ເຟີນັນເດດສ໌ (AGOSTINHO ANDRÉ DE CARVALHO FERNANDES) ເພື່ອດຳ ລົງຕຳແໜ່ງເປັນເອກອັກຄະລັດຖະທູ ດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາ ລະນະລັດ ອັງໂກລາ ປະຈໍາ ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນລາວ, ໂດຍມີສຳນັກງານສະຖານທູດຕັ້ງຢູ່ ຮ່າໂນ້ຍ, ສສ ຫວຽດນາມ.
ຫລັງຈາກຍື່ນສານຕາຕັ້ງ, ທັງສອງຝ່າຍໄດ້ພົບປະ ແລະ ແລກປ່ຽນຄຳຄິດຄຳເຫັນ ໂດຍທ່ານເອກອັກຄະລັດຖະທູດອັງໂກລາ ໄດ້ສະແດງຄວາມຂອບໃຈຕໍ່ກັບການຕ້ອນຮັບອັນອົບອຸ່ນ ແລະ ຖືເປັນກຽດຢ່າງສູງທີ່ໄດ້ເຂົ້າຍື່ນສານຕາຕັ້ງ ຜ່ານທ່ານເອກອັກຄະລັດຖະທູດ ສປປ ລາວ ປະຈຳ ສສ ຫວຽດນາມ ເພື່ອຍື່ນຕໍ່ໄປຍັງ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ທີ່ ນະຄອນຫລວງວຽງ ຈັນ ເນື່ອງຈາກສະພາບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19; ຢືນຢັນຈະທຸ່ມເທທຸກຄວາມພະຍາຍາມ ເພື່ອສົ່ງ ເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສາທາລະນະລັດ ອັງໂກລາ ແລະ ສປປ ລາວ ໃຫ້ມີການຂະຫຍາຍຕົວເພີ່ມສູງຂຶ້ນ.
ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານ ທ່ານ ອາໂກສທິນໂຫ ແອນເດຣ໌ ເດີ ກາເວນໂຫ ເຟີນັນເດດສ໌ ທີ່ໄດ້ຮັບການແຕ່ງ ຕັ້ງເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ອັງໂກລາ ປະຈຳ ສປປ ລາວ; ສະແດງຄວາມຍິນດີ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືສອງຝ່າຍ ລາວ-ອັງ ໂກລາ ທີ່ມີບາດກ້າວຂະຫຍາຍຕົວ ໂດຍທັງສອງຝ່າຍໄດ້ມີການພົວພັນອັນດີນຳກັນ ໂດຍມີການແລກປ່ຽນສານອວຍ ພອນ ແລະ ຊົມເຊີຍ ເນື່ອງໃນໂອກາດວັນສຳຄັນຕ່າງໆຮ່ວມກັນ.
ທັງສອງຝ່າຍ ໄດ້ເຫັນດີຈະປະສານສົມ ທົບກັນຢ່າງໃກ້ຊິດ ເພື່ອສືບຕໍ່ເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມ ມື ລະຫວ່າງສອງປະເທດ ກໍຄື ສອງສຳ ນັກງານຕາງໜ້າການທູດ ໃຫ້ມີບາດກ້າວຂະຫຍາຍຕົວ ແລະ ນຳເອົາຜົນປະໂຫຍດຕົວຈິງມາສູ່ທັງສອງປະເທດ ໃຫ້ເພີ່ມສູງຂຶ້ນເລື້ອຍໆ.
ສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ແລະ ສາທາລະນະລັດ ອັງໂກລາ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 11 ກໍລະກົດ 1980.