ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 08 ຕຸລາ 2021 ທີ່ຫ້ອງຮັບແຂກ ກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ໄດ້ມີພິທີມອບ-ຮັບເຄື່ອງຊ່ວຍເຫຼືອອຸປະກອນການແພດຈາກກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ມອບໃຫ້ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໃຫ້ກຽດມອບໂດຍ ສະຫາຍ ພົນໂທ ຮ່ວງ ຊວນ ຈຽນ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ແລະ ຕາງໜ້າໃຫ້ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ຮັບເອົາໂດຍສະຫາຍ ແສງເພັດ ຮ່ວງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງພະນັກງານທັງສອງຝ່າຍ ລາວ – ຫວຽດນາມ.
ອຸປະກອນການແພດທີ່ນຳໄປມອບຄັ້ງນີ້ປະກອບມີ ຊຸດເຄື່ອງນຸ່ງການແພດປ້ອງກັນໂຄວິດ ຂັ້ນ 4 (ຊຸດ PPE), ເຄື່ອງກວດຫາເຊື້ອ Covid-19 ( test kit ) ແລະ ນ້ຳຢາເຄມີຂ້າເຊື້ອ ລວມເປັນມູນຄ່າ 5.2 ຕື້ ດົງ.
ໃນໂອກາດນີ້, ສະຫາຍ ພົນໂທ ຮ່ວງ ຊວນ ຈຽນ ໄດ້ກ່າວສະແດງຄວາມເປັນຫ່ວງເປັນໄຍຕໍ່ການລະບາດຂອງເຊື້ອພະຍາດໂຄວິດ-19 ຮອບໃໝ່ຢູ່ ສປປ ລາວ ຊຶ່ງເຄື່ອງຊ່ວຍເຫຼືອທີ່ມອບໃນຄັ້ງນີ້ ເປັນການຊ່ວຍເຫຼືອດ້ວຍຄວາມຈິງໃຈຈາກ ກະ ຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດ ນາມ ໃຫ້ແກ່ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ກໍຄື ປະຊາຊົນລາວ ທີ່ກຳລັງປະສົບຄວາມຍຸ້ງຍາກຢູ່ໃນຄະນະນີ້, ທັງເປັນການປະກອບສ່ວນຕ້ານ, ສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດຂອງເຊື້ອພະຍາດໂຄວິດ – 19 ທີ່ພວມລະບາດຢູ່ລາວ. ສະຫາຍໃຫ້ຄວາມເຊື່ອໝັ້ນວ່າ ສປປ ລາວ ຈະພ້ອມກັນສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດຂອງເຊື້ອພະຍາດດັ່ງກ່າວໄດ້ໂດຍໄວ ເພື່ອເຮັດໃຫ້ປະຊາຊົນລາວໄດ້ກັບມາໃຊ້ຊີວິດແບບປົກກະຕິໃໝ່.
ສະຫາຍ ແສງເພັດ ຮຸ່ງບຸນຍວງ, ຕາງໜ້າໃຫ້ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ຕີລາຄາສູງ ແລະ ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງຈິງໃຈ ມາຍັງ ສະຫາຍ ພົນໂທ ຮ່ວງ ຊວນ ຈຽນ ທີ່ໄດ້ຕາງໜ້າໃຫ້ກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ມອບເຄື່ອງຊ່ວຍ ເຫຼືອອຸປະກອນການແພດປ້ອງກັນເຊື້ອພະຍາດໂຄວິດ-19 ດັ່ງກ່າວນີ້ ໃຫ້ແກ່ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ຂໍຢືນຢັນວ່າ ເຄື່ອງອຸປະກອນການແພດເຫຼົ່ານີ້ຈະຖືກນໍາໃຊ້ໃຫ້ເກີດປະໂຫຍດສູງສຸດ ໃນການສະກັດກັ້ນ ແລະ ຕ້ານພະຍາດ COVID-19 ຢູ່ ສປປ ລາວ. ພ້ອມທັງເຊື່ອ ໝັ້ນວ່າ ພວກເຮົາຈະພ້ອມກັນຜ່ານພົ້ນຄວາມຫຍຸ້ງຍາກນີ້ໄປໄດ້ດ້ວຍດີ ພ້ອມກັນພັດທະນາເສດ ຖະກິດ ແລະ ຊິວິດການເປັນຢູ່ຂອງປະຊາຊົນ ດີຂຶ້ນເປັນກ້າວໆ. ພ້ອມທັງ ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ, ລະຫວ່າງສອງພັກ, ສອງລັດ, ສອງກອງທັບ ແລະ ປະ ຊາຊົນສອງຊາດ ລາວ-ຫວຽດນາມ ຈົ່ງຈະເລີນງອກງາມ ແລະ ໝັ້ນຄົງຂະໜົງແກ່ນຕະຫຼອດກາລະນານ.
ນອກຈາກນີ້, ທັງສອງຝ່າຍຍັງໄດ້ມີການປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນກ່ຽວກັບການຈັດຕັ້ງຜັນຂະຫຍາຍແຜນການຮ່ວມມືລະຫວ່າງສອງກະຊວງປ້ອງກັນປະເທດ ລາວ – ຫວຽດນາມ ໃນໄລຍະທ້າຍປີ 2021 ອີກດ້ວຍ.
ຂ່າວ, ພາບ: ພັນຕີ ທະວີເດດ