ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນລະຫວ່າງວັນທີ 15-16 ທັນ ວາ 2021, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວປະຈໍາ ສສ ຫວຽດ ນາມ ພ້ອມດ້ວຍຄະນະ ໄດ້ໄປເຄື່ອນໄຫວ ແລະ ເຮັດວຽກຢູ່ ແຂວງຖາຍຫງວຽນ.
ໃນການເຄື່ອນໄຫວ ຄັ້ງນີ້ ຄະນະໄດ້ເຂົ້າຮ່ວມກອງປະຊຸມສໍາມະນາ ຫົວຂໍ້ “ຍົກສູງຄຸນນະພາບໃນການກໍ່ສ້າງ ແລະ ຄຸ້ມຄອງນັກສຶກສາລາວ ທີ່ແຂວງຖາຍຫງວຽນ ຄັ້ງທີ 2 –2021”, ເຂົ້າຮ່ວມກອງປະ ຊຸມຄັ້ງນີ້ຝ່າຍຫວຽດນາມ ນຳໂດຍ ສະຫາຍ ຫງວຽນ ຢວນ ກິງ ປະ ທານຄະນະປະຈໍາສະມາຄົມມິດ ຕະພາບຫວຽດນາມ-ລາວ ແຂວງຖາຍຫງວຽນ,ຕາງໜ້າສະມາຄົມມິດຕະພາບຫວຽດນາມ-ລາວຂັ້ນສູນກາງ, ຕາງໜ້າຄະນະປະຈຳພັກແຂວງ, ຄະນະປະຈຳສະຫະພັນແນວໂຮມປະເທດຫວຽດນາມ ແຂວງຖາຍຫງວຽນ, ຕາງໜ້າຄະ ນະນຳມະຫາວິທະຍາໄລແຂວງຖາຍຫງວຽນທີ່ມີນັກສຶກສາລາວ ພ້ອມດ້ວຍຜູ້ອຳນວຍການ, ຜູ້ບໍລິຫານ, ຄູອາຈານ ແລະ ພະ ນັກງານ ຈາກບັນດາສະຖານການສຶກສາຂອງແຂວງຖາຍ ຫງວຽນ, ຝ່າຍລາວ ນຳໂດຍ ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວປະຈໍາ ສສ ຫວຽດນາມ ແລະ ສະຫາຍ ປ.ອ ຄຳພັນ ຄຳອ່ອນ ທີ່ປຶກສາຝ່າຍສຶກສາ-ວັດທະນະທຳ ພ້ອມດ້ວຍພະນັກງານຈຳນວນໜຶ່ງ, ກອງປະຊຸມຄັ້ງນີ້ ສອງຝ່າຍໄດ້ປຶກສາຫາລືຮ່ວມກັນຫຼາຍບັນຫາ ໂດຍສະເພາະແມ່ນການຈັດຕັ້ງປະ ຕິບັດສັນຍາຮ່ວມມືໃນໂຄງການ “ຍົກສູງຄຸນນະພາບ ແລະ ປະສິດທິຜົນການຮ່ວມມື ລາວ- ຫວຽດນາມ ໃນຂົງເຂດສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ ໄລຍະ 2021-2030” ທີ່ລັດຖະບານ ລາວ – ຫວຽດນາມ ໄດ້ຕົກລົງກັນ ໃນຕົ້ນປີ 2021.
ໂອກາດດັ່ງກ່າວ ສະຫາຍ ແສງເພັດ ຮຸ່ງບຸນຍວງ ຕາງໜ້າຝ່າຍລາວໄດ້ມີຂໍ້ຄິດເຫັນແລກປ່ຽນບາງບັນຫາ ເພື່ອແນໃສ່ປະກອບສ່ວນເຂົ້າໃນການຍົກສູງຄຸນນະ ພາບໃນການກໍ່ສ້າງ ແລະ ການຄຸ້ມຄອງນັກສຶກສາລາວ ໃຫ້ໄດ້ຄຸນນະ ພາບ ເປັນຕົ້ນ ການຄັດ ເລືອກນັກສຶກສາລາວມາຮຽນຢູ່ຫວຽດນາມ, ສະເໜີບັນດາສະ ຖານການສຶກສາສືບຕໍ່ຈັດຕັ້ງການສອນເພີ່ມພາສາຫວຽດ ແລະ ຄວາມຮູ້ວິຊາສະເພາະ ໃຫ້ນັກສຶກສາລາວ ຜູ້ມີລະດັບພາສາຫວຽດອ່ອນ ຫຼື ມີຜົນການຮຽນຍັງບໍ່ທັນໄດ້ມາດຕະຖານ, ສະເໜີບັນດາສະຖານການສຶກສາ ສະ ຫຼຸບລາຍງານດ້ານການເຄື່ອນໄຫວຮໍ່າຮຽນ ແລະ ຜົນການຮຽນຂອງນັກສຶກສາລາວ ສົ່ງໄປຍັງສະ ຖານທູດລາວ ໃນທ້າຍເດືອນ 6 ແລະ ທ້າຍເດືອນ 12 ຂອງປີ. ສະເໜີບັນດາສະຖານການສຶກສາ ສືບຕໍ່ປະຕິບັດນະໂຍບາຍ, ຂໍ້ກໍານົດ, ກົດລະບຽບຕ່າງໆ ຕໍ່ນັກສຶກສາລາວ ຢ່າງເຂັ້ມງວດ.
ໃນໂອກາດທີ່ໄປເຄື່ອນໄຫວວຽກ ງານຄັ້ງນີ້ ສະຫາຍເອກອັຄະລັດ ຖະທູດ ຍັງໄດ້ໄປພົບປະກັບຄະ ນະອໍານວຍການຄູອາຈານຂອງວິທະຍາໄລເສດຖະກິດ-ການເງິນແຂວງຖາຍຫງວຽນ, ມະຫາວິ ທະຍາໄລກະສິກໍາ ແລະ ໂອ້ລົມນັກສຶກສາລາວ ທີ່ກຳລັງສຶກສາຢູ່ທັງ ສອງສະຖາບັນດັ່ງກ່າວ ຊຶ່ງສະ ຫາຍໄດ້ຮຽກຮ້ອງໃຫ້ນັກສຶກສາລາວທຸກຄົນຕັ້ງໃຈສຶກສາຄົ້ນຄວ້າຮ່ຳຮຽນເອົາຄວາມຮູ້ນໍາຄູອາຈານ ແລະ ເອົາບົດຮຽນນຳໝູ່ເພື່ອນຫວຽດນາມທີ່ຮຽນຮ່ວມຫ້ອງດຽວກັນ, ນອກ ຈາກນີ້ ກໍຄວນຊອກຮູ້ດ້ວຍຕົນເອງໃຫ້ຫຼາຍຂຶ້ນຕື່ມ ຈຶ່ງຈະກໍາແໜ້ນເນື້ອໃນບົດ ຮຽນໄດ້ດີ ເພື່ອຈະໄດ້ນຳເອົາຄວາມຮູ້ດັ່ງກ່າວໄປນຳໃຊ້ເຂົ້າໃນວຽກງານວິຊາສະເພາະຂອງຕົນ ກໍຄືການພັດທະນາປະເທດຂອງພວກເຮົາ, ສິ່ງສຳຄັນແມ່ນໃຫ້ພ້ອມກັນປະຕິບັດລະບຽບ, ຂໍ້ກໍານົດຕ່າງໆຂອງໂຮງຮຽນວາງອອກ ຢ່າງເຂັ້ມງວດ.
ແຂວງຖາຍຫງວຽນ ໄດ້ແຮກສຽວກັບບັນດາແຂວງຂອງລາວ ເປັນຕົ້ນ ແມ່ນ ແຂວງຫົວພັນ, ແຂວງຜົ້ງສາລີ, ແຂວງຫຼວງພະບາງແລະແຂວງອຸດົມໄຊ. ນອກນັ້ນ, ຍັງມີການຮ່ວມມືດ້ານວິ ຊາການລະຫວ່າງມະຫາວິທະຍາໄລສ້າງຄູຖາຍຫງວຽນ ກັບບັນດາສະຖານການສຶກສາຂອງລາວ ເຊັ່ນ: ມະຫາວິທະຍາໄລ ສຸພານຸວົງ, ວິທະຍາໄລຄູດົງຄໍາຊ້າງ ນະຄອນຫຼວງວຽງຈັນ, ວິທະ ຍາໄລຄູຫຼວງນໍ້າທາ, ວິທະຍາໄລຄູຫຼວງພະບາງ, ວິທະຍາໄລຄູບ້ານເກິນ ແຂວງວຽງຈັນ, ວິທະຍາໄລຄູສະຫວັນນະເຂດ ແລະ ພະ ແນກສຶກສາທິການ ແລະກິລາແຂວງວຽງຈັນ, ຈັດຕັ້ງປະຕິບັດບັນດາການເຄື່ອນ ໄຫວຮ່ວມມືຢ່າງມີປະສິດທິຜົນໃນຫຼາຍຂົງ ເຂດ.
ແຂວງຖາຍຫງວຽນມີນັກສຶກສາລາວສຶກສາຢູ່ 11 ສະຖາບັນ ໃນນັ້ນມະຫາວິທະຍາໄລ 10 ແຫ່ງ ແລະ ວິທະ ຍາໄລ 1 ແຫ່ງ: ມະ ຫາວິທະຍາໄລ ສ້າງຄູຖາຍຫງວຽນ, ມະຫາວິທະຍາໄລຫວຽດບັກ, ມະຫາວິທະຍາໄລກະສິກຳ, ມະຫາວິທະຍາໄລວິທະຍາສາດ, ມະຫາວິທະຍາໄລນາໆຊາດ, ມະ ຫາວິທະຍາໄລອຸດສາຫະກຳ, ມະຫາວິທະຍາໄລເສດຖະ ກິດ – ການເງິນ, ມະຫາວິທະຍາໄລແພດສາດ, ມະຫາວິທະຍາໄລເຕັກໂນໂລຊີ-ການສື່ສານ ແລະ ວິທະຍາໄລເສດຖະ ກິດ – ການເງິນ ມີນັກສຶກສາມາສຶກສາ 3 ແບບທຶນສຶກສາຄື: ທຶນລັດ ຖະບານ, ທຶນຮ່ວມມື ແລະ ທຶນສ່ວນຕົວ ລວມທັງໝົດ 791 ຄົນ .
ຂ່າວ,ພາບ: ໂອລຳ ຈັນທະວິໄລ