
ໃນລະຫວ່າງວັນທີ 23-24 ມີນາ 2022, ທ່ານ ໂພລ ແຄລີ ເອກອັກຄະລັດຖະທູດອົດສະຕຣາລີ ປະຈໍາລາວ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງໄຊຍະບູລີ, ໃຫ້ການຕ້ອນຮັບໂດຍທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງ ໄຊຍະບູລີ ທີ່ຫ້ອງຮັບຮອງຫ້ອງວ່າການແຂວງ.


ກ່ອນອື່ນ ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງ ໄດ້ລາຍງານສະພາບການພັດທະນາຂອງແຂວງ, ການພົວພັນຮ່ວມມື ແລະ ການຊ່ວຍເຫຼືອຂອງ ປະເທດ ອົດສະຕຣາລີ ຕໍ່ແຂວງ ໄຊຍະບູລີ ໃນໄລຍະຜ່ານມາເປັນຕົ້ນແມ່ນໂຄງການຊ່ວຍເຫຼືອລ້າຜ່ານອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານຄື: ກອງທຶນເລັ່ງລັດ ແລະ ລັດຖະບານອົດສະຕາລີ ມູນຄ່າ 8,4 ຕຶ້ກີບ ໃນການຂະຫຍາຍໂອກາດການເຂົ້າເຖິງການສຶກສາຂັ້ນພື້ນຖານ ແລະ ສ້າງອາຄານຮຽນຊັ້ນປະຖົມ 11 ຫຼັງ, ອົງການຊ່ວຍເຫຼືອເດັກອົດສະຕຣາລີ ມີ 3 ໂຄງ ການຄື: ໂຄງການຮັກສາສຸຂະພາບຂັ້ນຕົ້ນ ມູນຄ່າ 1.071.716 ໂດລາສະຫະລັດ, ໂຄງການສົ່ງເສີມຄວາມເຂັ້ມແຂງໃນລະບົບປ້ອງກັນເດັກ ມູນຄ່າ 2.125.300 ໂດລາສະຫະລັດ ແລະ ໂຄງການລຸດຜ່ອນໄພພິບັດຮອບດ້ານ ມູນຄ່າ 2.069.000 ໂດລາອົດສະຕາລີ, ມູນນິທິອິດມິດເວສ ໃນການຊຸກຍູ້ສົ່ງເສີມດ້ານນໍ້າ ແລະ ສຸຂະອານາໄມ, ໂຄງການເມີລິເອີ ມູນຄ່າ 3.009.400 ໂດລາສະຫະລັດ ໃນການສ້າງຄວາມເຂັ້ມແຂງ ແລະ ປັບ ປຸງຄຸນນະພາບຫ້ອງວິເຄາະດ້ານຊີວະວິທະຍາການແພດຢູ່ໂຮງໝໍແຂວງໄຊຍະບູລີ, ສໍາລັບການພັດທະນາສ້າງເສດຖະກິດຂອງແຂວງແມ່ນອີງໃສ່ 3 ທ່າແຮງ ທີ່ເປັນເສົາຄໍ້າຄື: ການຜະລິດ ກະສິກໍາຮອບດ້ານຕິດພັນກັບການປຸງແຕ່ງ, ການບໍລິການທາງຜ່ານ, ການທ່ອງທ່ຽວ ແລະ ທ່າແຮງດ້ານອຸດສາຫະກຳພະລັງໄຟຟ້າ; ໃນ 1 ປີຜ່ານມາ ເສດຖະກິດຂອງແຂວງໄດ້ສືບຕໍ່ຂະຫຍາຍຕົວສະເລ່ຍໃນລະດັບ 4,4 % ລວມຍອດຜະລິດຕະພັນພາຍໃນບັນລຸໄດ້ 11.041 ຕື້ກີບ, ສະເລ່ຍໃສ່ຫົວຄົນໄດ້ 3.115 ໂດລາ, ຈາກນັ້ນທີມງານຂອງທ່ານທູດກໍ່ໄດ້ເຂົ້າຢ້ຽມຊົມເບິ່ງ ເຂື່ອນໄຟຟ້າພະລັງງານນໍ້າ-ນໍ້າຂອງ ພ້ອມທັງໄດ້ຮັບຟັງການລາຍງານຫຍໍ້ຈາກ ອໍານວຍການ ບໍລິສັດ ໄຊຍະບູລີ ພາວເວີ້ ຈໍາກັດ ໂດຍໄດ້ລົງເລິກກ່ຽວກັບການບໍລິຫານຈັດການນໍ້າໃນເຂື່ອນ, ການຂຶ້້ນ-ລ່ອງຂອງເຮືອແຕ່ລະຂະໜາດ ແລະ ການຂຶ້ນ-ລົງຂອງປານ້ອຍ-ໃຫຍ່, ເຂົ້າເບິ່ງສູນອານຸລັກຊ້າງ ເຂື່ອນຊົນລະປະທານ ນໍ້າຕຽນ ແລະ ຢ້ຽມຢາມ ບໍລິສັດໂດມີນຽນ (ລາວ) ເພື່ອຂຸດຄົ້ນ, ສໍາຫຼວດແຮ່ທອງ ຢູ່ບ້ານເມືອງປາ ເມືອງປາກລາຍ.

ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ