ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 31 ສິງຫາ 2021 ນີ້, ທີ່ສູນຝຶກແອບທະຫານແຫ່ງຊາດທີ 4 ສສ ຫວຽດນາມ ໄດ້ມີພິທີເປີດການແຂ່ງຂັນກິລາການທະຫານສາກົນ (ARMY GAMES 2021) ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ພົນໂທ ຫງວຽນ ເຕີນ ເກືອງ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ພ້ອມດ້ວຍຄະນະນຳກະຊວງປ້ອງກັນປະເທດຫວຽດນາມ, ບັນດາທຸຕານຸທູດ, ທີ່ປຶກສາຝ່າຍປ້ອງກັນຊາດຂອງສະຖານທູດຕ່າງປະເທດປະຈຳ ສສ ຫວຽດນາມ ທີ່ມີທີມກິລາຂອງຕົນເຂົ້າຮ່ວມ, ບັນດານາຍ,ພົນທະຫານ, ບັນດາທີມນັກກິລາທະຫານຈາກ 8 ປະ ເທດ ແລະ ກໍາມະການຕັດສິນ ເຂົ້າຮ່ວມຢ່າງພ້ອມພຽງ, ສຳລັບສະຖານທູດລາວປະຈຳຫວຽດນາມກໍມີ ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ, ທ່ານ ພັນເອກ ວົງໄຊ ອິນທະຄຳ ທີ່ປຶກສາຝ່າຍປ້ອງກັນຊາດ ພ້ອມຄະນະເຂົ້າຮ່ວມພິທີ.
ການແຂ່ງຂັນຄັ້ງນີ້ ເປັນຄັ້ງທຳອິດທີ່ ຫວຽດນາມເປັນເຈົ້າພາບໃນຂອບກິລາການທະຫານສາກົນ 2021 ໂດຍມີ ສອງປະເພດກິລາແຂ່ງຂັນກັນເຊັ່ນ: ການແຂ່ງຂັນກິລາປະເພດຍິງປືນ (Sniper) ແລະ ການແຂ່ງຂັນກິລາກູ້ໄພສຸກເສີນ. ໃນນີ້ກອງທັບປະຊາຊົນລາວໄດ້ສົ່ງທີມກູ້ໄພສຸກເສີນ ນຳໂດຍ: ທ່ານ ພັນໂທ ຄຳຟອງ ເກິ່ງທອນສິມພ້ອມດ້ວຍຄະນະ ຫົວໜ້າການທະຫານກອງພັນ 579, ກົມຊ່າງແສງ, ກົມໃຫຍ່ເສນາທິການກອງທັບ, ເປັນຫົວໜ້າຄະນະນັກກິລາທີມກູ້ໄພສຸກເສີນ, ພ້ອມດ້ວຍຄະນະ 17 ສະຫາຍ, ສຳລັບທີມກິລາປະເທດຍິງປືນ (Sniper): ນຳໂດຍ ທ່ານ ພັນຕີ ສູນທອນ ສົງຜາສຸກ, ຫົວໜ້າການທະຫານກອງຮ້ອຍ 1, ກອງພັນ 233, ກົມ 213, ເປັນຫົວໜ້າຄະນະ ພ້ອມດ້ວຍຄະນະ 7 ສະຫາຍ. ໃນນີ້ ກິລາປະເພດຍິງປືນມີ 7 ປະເທດເຂົ້າຮ່ວມແຂ່ງຂັນ: ຫວຽດນາມ, ບັງກລາເທດ, ເບລາຣຸດ, ລາວ, ລັດເຊຍ , ອຸດສະເບກິດສະຖານ ແລະ ເວເນຊູເອລາ. ສ່ວນການແຂ່ງຂັນກິລາກູ້ໄພສຸກເສີນ ມີ 5 ປະເທດເຂົ້າຮ່ວມ: ຫວຽດນາມ, ເບລາຣຸດ, ລາວ, ມາລີ ແລະ ລັດເຊຍ.
ການແຂ່ງຂັນກິລາການທະຫານສາກົນໃນຄັ້ງນີ້ ແມ່ນຈະໄດ້ດຳເນີນໄປຮອດວັນທີ 4 ກັນຍາ 2021, ການຈັດແຂ່ງຂັນໃນຄັ້ງນີ້ແມ່ນມີຄວາມໝາຍຄວາມສຳຄັນຢ່າງຍິ່ງໃນສະພາບທີ່ຍັງມີການແຜ່ລະບາດຂອງເຊື້ອພະຍາດໂຄວິດ 19 ດ້ວຍເຫດນັ້ນປະເທດເຈົ້າພາບໄດ້ເປັນເຈົ້າການ ແລະ ໃຫ້ຄວາມເອົາໃຈໃສ່ເປັນພິເສດຕໍ່ຄະນະນັກກິລາ ແລະ ຄູຝຶກແຕ່ລະປະເທດ, ຮັບປະກັນໄດ້ສະຖານທີ່ພັກເຊົາ, ຄວາມປອດໄພ, ສະຖານທີ່ຝຶກແອບ, ສະຖານທີ່ແຂ່ງຂັນ, ວຽກງານພາລາທິການ ແລະ ສິ່ງສຳຄັນກໍແມ່ນການຮັບປະກັນບໍ່ໃຫ້ມີການຕິດເຊື້ອພະຍາດໂຄວິດ-19, ເຮັດໃຫ້ຫຼາຍປະເທດເຫັນໄດ້ເຖິງຄວາມພ້ອມ, ຄວາມຮັບຜິດຊອບສູງ, ຄວາມສາມາດຂອງປະເທດເຈົ້າພາບ, ພ້ອມກັນນັ້ນ ກໍເປັນການຍົກສູງບົດ ບາດຂອງກອງທັບປະຊາຊົນຫວຽດນາມໃນເວທີສາກົນ ແລະ ພາກພື້ນ, ສ້າງຄວາມສາມັກຄີຮັກແພງ, ສາຍພົວພັນມິດຕະພາບ, ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ ລະຫວ່າງແຕ່ລະປະເທດ, ພ້ອມທັງເປັນການແລກປ່ຽນປະສົບການ ແລະ ບົດຮຽນຕົວຈິງຂອງແຕ່ລະປະເພດກິລາ.
ສຳລັບຜົນການແຂ່ງຂັນແຕ່ລະປະເພດກິລາຈະໄດ້ປະກາດ ວັນທີ 04 ກັນຍາ 2021 ຊຶ່ງເປັນມື້ປິດການແຂ່ງຂັນ.
ຂ່າວ,ພາບ: ໂອລຳ ຈັນທະວິໄລ