ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ຕາມຂ່າວເວັບໄຊທາງການຂອງຄະນະກຳມະການໂອລິມປິກສາກົນທີ່ແຈ້ງໃຫ້ຮູ້ໃນວັນທີ 15 ກຸມພານີ້ວ່າ, ທ່ານໂທມັສ ບັກສ ປະທານຄະນະກຳມະການໂອລິມປິກສາກົນໄດ້ສະແດງຄວາມຊົມເຊີຍສະຖານີວິທະຍຸໂທລະພາບສູນກາງຈີນ ຫຼື CMGທີ່ໄດ້ປະກອບສ່ວນເຂົ້າໃນການຖ່າຍທອດສົດ ແລະລາຍງານຂ່າວກ່ຽວກັບງານກິລາໂອລິມປິກລະດູໜາວປັກກິ່ງປີ 2022.
ມາຮອດວັນທີ 11 ກຸມພານີ້, ຜູ້ຊົມຊາວຈີນທີ່ໄດ້ຮັບຊົມງານກິລາໂອລິມປິກລະດູໜາວປັກກິ່ງປີ 2022 ຜ່ານທາງໂທລະພາບລວມເວລາທັງໝົດແມ່ນ 2,05 ຕື້ຊົ່ວໂມງ. ຕົວເລກດັ່ງກ່າວສູງກວ່າ 15% ເມື່ອທຽບໃສ່ຍອດຈຳນວນເວລາຮັບຊົມຂອງຜູ້ເບິ່ງໂທລະພາບໃນງານກິລາໂອລິມປິກລະດູໜາວສອງຄັ້ງຜ່ານມາ ຄື: ງານກິລາໂອລິມປິກລະດູໜາວພຽງຊາງປີ 2018 ແລະງານກິລາໂອລິມປິກລະດູໜາວໂຊຈີປີ 2014.
ເພື່ອສະແດງຄວາມຍ້ອງຍໍຊົມເຊີຍຜົນງານຂອງສະຖານີວິທະຍຸໂທລະພາບສູນກາງຈີນ ແລະສາຍພົວພັນຄູ່ຮ່ວມມືຍາວນານລະຫວ່າງສະຖານີວິທະຍຸໂທລະພາບສູນກາງຈີນ ກັບຄະນະກຳມະການໂອລິມປິກສາກົນ, ທ່ານໂທມັສ ບັກສ ໄດ້ມອບລາງວັນປະທານຄະນະກຳມະການໂອລິມປິກສາກົນໃຫ້ແກ່ທ່ານເຊີ້ນໄຫຊົງ ຜູ້ອຳນວຍການໃຫຍ່ສະຖານີວິທະຍຸໂທລະພາບສູນກາງຈີນ.