
ໃນຕອນເຊົ້າວັນທີ 25 ກໍລະກົດ 2022, ທ່ານ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ພ້ອມຄະນະ ໄດ້ຢ້ຽມຢາມ ແລະ ເຮັດວຽກຢູ່, ແຂວງ ໄຊຍະບູລີ, ໃຫ້ການຕ້ອນຮັບໂດຍ ທ່ານ ພົງສະຫວັນ ສິດທະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ໄຊຍະບູລີ, ມີການນໍາທຸກພາກສ່ວນຂອງແຂວງ ແລະ ການນໍາ 11 ເມືອງທົ່ວແຂວງເຂົ້າຮ່ວມ.

ທ່ານ ພົງສະຫວັນ ສິດທະວົງ ໄດ້ລາຍ ງານ ສະພາບພົ້ນເດັ່ນໃນການນໍາພາ-ຊີ້ນໍາຈັດຕັ້ງປະຕິບັດວຽກງານໃນໄລຍະ 6 ເດືອນຕົ້ນປີ 2022 ເຊິ່ງທ່ານໄດ້ກ່າວວ່າ: ໂດຍລວມແລ້ວບັນຍາກາດການຜະລິດສະບຽງອາຫານ, ຜະລິດສິນຄ້າຂອງປະ ຊາຊົນ ຍັງສືບຕໍ່ເປັນຂະບວນການຢ່າງຕໍ່ເນື່ອງດີ, ຄາດວ່າໝົດປີເສດຖະກິດຂອງແຂວງຈະເຕີບໂຕໃນລະດັບ 4,8%, ໃນໄລຍະ 6 ເດືອນຕົ້ນປີ ປະຕິບັດແຜນລາຍຮັບງົບປະມານ ໄດ້ 584,29 ຕື້ກີບ, ເທົ່າ ກັບ 51,29% ຂອງແຜນການປີ; ມູນຄ່າສິນຄ້າສົ່ງອອກ ປີ 2021 ບັນລຸ 73,14 ລ້ານໂດສະຫະລັດ, ມູນຄ່າສິນຄ້ານໍາເຂົ້າ 55,09 ລ້ານໂດລາສະຫະລັດ, ການຜະ ລິດໄດ້ສຸມໃສ່ຜະລິດເຂົ້າເພື່ອຄໍ້າປະກັນສະບຽງອາຫານ ແລະ ພືດເປັນສິນຄ້າ, ມາຮອດປະຈຸບັນປັກດໍາເຂົ້ານາປີສຳເລັດແລ້ວ 33,131 ກວ່າເຮັກຕາ, ເທົ່າກັບ 97%; ປູກພືດເປັນສິນຄ້າປະຕິບັດໄດ້ 106.940 ກວ່າເຮັກຕາ, ອັນພົ້ນເດັ່ນແມ່ນການປູກມັນຕົ້ນຂອງປະຊາຊົນ ເຊີ່ງມີເນື້ອທີ່ 55,300 ກວ່າເຮັກຕາ, ສໍາລັບວຽກງານກວດກາ ໃນໄລຍະ 1 ປີຜ່ານ ໄດ້ກວດກາປະເມີນຜົນສະມາຊິກພັກ, ການຈັດຕັ້ງ ພົບເຫັນກໍລະນີ ໜ່ວຍພັກ, ສະມາຊິກພັກ ທົ່ວແຂວງມີ 30 ກໍລະນີ, ມີ 162 ສະຫາຍ, ຍິງ 25 ສະຫາຍ ໃນນີ້ບັນຫາທີ່ເກີດຂຶ້ນຫຼາຍກວ່າໝູ່ ແມ່ນປະລະໜ້າທີ່ ແລະ ພົວພັນຢາເສບຕິດ, ການແກ້ໄຂກໍລະນີຄະນະພັກ, ສະມາຊິກພັກແມ່ນໄດ້ສຶກສາອົບຮົມກ່າວເຕືອນ ແລະ ປະຕິບັດວິໄນຕາມຄວາມເໝາະສົມຄື: ເຮັດບົດບັນທືກ, ຂຽນໃບຫຼວດ ແລະ ສືກສາອົບຮົມກັບທີ່ 53 ສະຫາຍ, ເອົາອອກຈາກພັກ 50 ສະຫາຍ, ປົດຕໍາ ແໜ່ງພາຍໃນພັກ 5 ສະຫາຍ, ໂຈະຮ່ວມຊີວິດພັກ 9 ສະຫາຍ, ໂອກາດດັ່ງກ່າວ ທ່ານ ຄໍາພັນ ພົມມະທັດ ຍັງໄດ້ໂອ້ລົມ ແລະ ເນັ້ນໜັກໃຫ້ການນໍາຂອງແຂວງຈົ່ງເອົາໃຈໃສ່ຕໍ່ວຽກງານຕ້ານການສໍ້ລາດບັງຫຼວງ, ເອົາໃຈໃສ່ກວດກາວຽກງານຕ່າງໆໃຫ້ມີຄວາມເຂັ້ມແຂງ, ແກ້ໄຂບັນຫາຢາເສບ ຕິດ, ເອົາໃຈໃສ່ຕໍ່ວຽກງານເສດຖະກິດຂອງແຂວງເຮັດໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ,

ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ