ວັນທີ 17 ກກໍລະກົດ 2021, ທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະພັກກະຊວງ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ, ເຮັດວຽກຢູ່ເຂື່ອນນໍ້າກົງ 3 ແລະ ນໍ້າກົງ 1 ໂດຍການໃຫ້ກຽດຕ້ອນຮັບ ຂອງທ່ານ ສົມສະໜິດ ສຸວັນນະລາດ ຮອງປະທານບໍລິສັດ ຈະເລີນເຊກອງ ພະລັງງານຈໍາກັດ ພ້ອມຄະນະ.
ການລົງມາຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້, ກ່ອນອື່ນໝົດທ່ານກໍໄດ້ຮັບຟັງການລາຍງານສະພາບການກ່ຽວກັບຄວາມຄືບໜ້າການປະຕິບັດໂຄງການໃນແຕ່ລະໄລຍະ ຊຶ່ງນໍາສະເໜີໂດຍທ່ານ ທອງໃສ ທໍາມະວົງ ຜູ້ຈັດການໂຄງການນໍ້າກົງ 3 ໂດຍໄດ້ນໍາສະເໜີຄວາມຄືບໜ້າຂອງການຈັດຕັ້ງປະຕິບັດໂຄງການທີ່ໄດ້ຮັບຜົນສໍາເລັດ ແລະ ແຜນສືບຕໍ່ໃນຕໍ່ໜ້າເຊັ່ນ: ໄດ້ຮັບຟັງການສະເໜີປະຫວັດຄວາມເປັນມາຂອງໂຄງການກໍ່ສ້າງເຂື່ອນນໍ້າກົງ 3 ຊຶ່ງມີທີ່ຕັ້ງ ຢູ່ບ້ານວັງແຄນ ເມືອງພູວົງ ແຂວງອັດຕະປື ໂດຍເລີ່ມລົງມືກໍ່ສ້າງໂຄງການ ໃນວັນທີ 12 ກຸມພາ 2018 ແລະ ສໍາເລັດການກັກເກັບນໍ້າໃນວັນທີ 20 ທັນວາ 2020, ພື້ນທີ່ອ່າງຈາກຕົວຈິງ (ເນື້ອທີ່ຂອງອ່າງໂຕ່ງ) 646 Km2, ເນື້ອທີ່ອ່າງເກັບນໍ້າ 39 Km2, ບໍລິມາດລວມເຕັມອ່າງເກັບ 573.500.000 Km3, ພະລັງງານໄຟຟ້າ 206 GWh, ໄລຍະສໍາປະທານ 25 ປີ, ດ້ານວິສະວະກໍາຂອງໂຄງການ, ຊະນິດເຂື່ອນອາຊີຊີ, ຄວາມສູງຂອງເຂື່ອນ 65 ແມັດ, ກວ້າງ 58,7 ແມັດ, ອຸໂມງມີຄວາມຍາວ 824 ແມັດ, (ແບບເບຕົງເສີມເຫຼັກ ແລະ ແບບທໍ່ເສີມເຫຼັກ) ຊະນິດຈັກປັ່ນໄຟ (ແບບແກນຕັ້ງ Vertical Francis 3 ເຄື່ອງ, ມີກໍາລັງການຜະລິດ 54 MW, ລະບົບສາຍສົ່ງມີຄວາມຍາວ 116 ກິໂລແມັດ, ຈໍານວນເສົາສາຍສົ່ງ 287 ຕົ້ນ, ຂາຍໄຟໄປປະເທດ ສສ ຫວຽດນາມ 100%, ມາຮອດປັດຈຸບັນຄວາມຄືບໜ້າຂອງໂຄງການສໍາເລັດ 99,17% ໃນນັ້ນວຽກໂຄງສ້າງເຊັ່ນ: ກໍ່ສ້າງເຂື່ອນ DAM 97,73%, ວຽກກໍ່ສ້າງຝາຍນໍ້າລົ້ນສໍາເລັດ 99,2%, ວຽກເທພື້ນສັນເຂື່ອນ 55%,ວຽກກໍ່ສ້າງປາກທາງນໍ້າເຂົ້າອຸໂມງ 100%, ວຽກກໍ່ສ້າງອຸໂມງສົ່ງນໍ້າ 100%, ສໍາເລັດການຕິດຕັ້ງທໍ່ສົ່ງນໍ້າແຮງດັນສູງ, ກໍ່ສ້າງອາຄານເຮືອນຈັກ 99,90%, ວຽກກໍ່ສ້າງສະຖານີແປງໄຟ 100%, ວຽກກໍ່ສ້າງຄອງສົ່ງນໍ້າທ້າຍເຮືອນຈັກ 100%, ວຽກໄຟຟ້າກົນຈັກ 98,40%, ວຽກຕິດຕັ້ງຈັກປັ່ນໄຟ ແລະ ລະບົບໄຟຟ້າເຊັ່ນ: ກັງຫັນປັ່ນໄຟ 97,9%, ຈັກປັ່ນໄຟ 96,5%, ລະບົບໄຟຟ້າ EPS 53,3%, ວຽກກົນຈັກທາງນໍ້າ 91,49%, ແລະ ວຽກຕິດຕັ້ງອຸປະກອນຕິດຕາມຕົວເຂື່ອນມີທັງໝົດ 9 ປະເພດ, ມີ 197 ອັນ ເທົ່າກັບ 86%, ວຽກກໍ່ສ້າງສາຍສົ່ງສໍາເລັດ 95%, ວຽກກໍ່ສ້າງສະຖານີຮ່ວມ 93,36%, ຈະເລີ່ມຜະລິດໄຟສົ່ງອອກເລີ່ມແຕ່ເດືອນ 10/2021; ພ້ອມດຽວກັນນີ້, ທ່ານ ດາວວົງ ພອນແກ້ວ ພ້ອມຄະນະ ຍັງໄດ້ສືບຕໍ່ລົງເຮັດວຽກທີ່ເຂື່ອນນໍ້າກົງ 1 ເພື່ອຕິດຕາມ, ກວດກາ ແລະ ຊຸກຍູ້ຄວາມຄືບໜ້າຂອງໂຄງການ ແລະ ໄດ້ຮັບການລາຍງານຫຍໍ້ຈາກຜູ້ປະສານງານໂຄງ​ການເຂື່ອນນໍ້າກົງ 1 ຕື່ມອີກ ໂດຍໄດ້ຍົກໃຫ້ເຫັນບັນດາໜ້າວຽກທັງໝົດຂອງໂຄງການສ່ວນໃຫຍ່ແມ່ນມີຜົນສໍາເລັດເກືອບ 100%. ຄຽງຄູ່ກັບຜົນສໍາເລັດດັ່ງກ່າວຍັງໄດ້ສົນທະນາແລກປ່ຽນຄໍາຄິດຄໍາເຫັນທາງດ້ານວິຊາການ ເພື່ອພ້ອມກັນຊອກຊ່ອງທາງແກ້ໄຂບັນຫາໜ້າວຽກທີ່ຍັງຄົງຄ້າງ ໂດຍສະເພາະການກວດກາຄືນຄວາມລະອຽດຂອງການຈັດຕັ້ງປະຕິບັດໂຄງການ ເຊັ່ນ: ວຽກໂຄງສ້າງ, ວຽກກົນຈັກໄຟຟ້າ, ວຽກກົນຈັກທາງນໍ້າ, ວຽກຕິດຕັ້ງອຸປະກອນ, ວຽກກໍ່ສ້າງສາຍສົ່ງ, ການຈັດຕັ້ງປະຕິບັດສັນຍາຕ່າງໆ, ການພັດທະນາພື້ນຖານໂຄງລ່າງ ແລະ ການປະກອບສ່ວນຕໍ່ສັງຄົມ, ຂໍ້ສະດວກ ແລະ ຫຍຸ້ງຍາກ ອື່ນໆ, ໃຫ້ຖືສໍາຄັນປະສານສົມທົບກັບພາກສ່ວນກ່ຽວຂ້ອງ ແລະ ລາຍງານທ່ວງທັນກັບກຳນົດເວລາ, ສືບຕໍ່ເອົາໃຈໃສ່ການປະຕິບັດພັນທະຂອງຕົນ, ຖືສໍາຄັນການຄຸ້ມຄອງທຸກວຽກງານໃນທຸກໄລຍະການພັດທະນາໂຄງການ.
(ຂ່າວ-ພາບ: ຊິບປະໄຊ)
Loading...