ວັນທີ 26 ມິຖຸນາ 2023 ທີ່ ໂຮງແຮມ ຄຣາວພລາຊາ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ໄດ້ໃຫ້ກຽດເປັນປະທານເປີດ ກອງປະຊຸມສໍາມະນາ ກ່ຽວກັບການສ້າງຄວາມອາດສາມາດ ສໍາລັບ ຕີມໍແລັດສະເຕ ໃນການສະຫມັກເຂົ້າເປັນສະມາຊິກອາຊຽນ; ພ້ອມນີ້, ກໍມີຜູ້ຕາງໜ້າຈາກສະຖານທູດອົດສະຕຣາລີ ແລະ ທ່ານ ເອກອັກຄະລັດຖະທູດ ຕີມໍແລັດສະເຕ ປະຈຳ ສປປ ລາວ ໃຫ້ກຽດເຂົ້າຮ່ວມໃນພິທີເປີດ.
ກອງປະຊຸມສຳມະນາດັ່ງກ່າວ ແມ່ນຂໍ້ລິເລີ້ມຂອງ ສປປ ລາວ ທີ່ໄດ້ຮັບການສະຫນັບສະຫນູນຈາກ ອົດສະຕຣາລີ ຊຶ່ງຈັດຂື້ນເພື່ອເປັນການຖອດຖອນບົດຮຽນ ຂອງ ສປປ ລາວ ແລະ ຫວຽດນາມ ໃນການເຂົ້າເປັນສະມາຊິກອາຊຽນ ແລະ ແລະ ແລກປ່ຽນບົດຮຽນ ກ່ຽວກັບການຮ່ວມມື ແລະ ການປະສານງານໃນກົນໄກຂອງອາຊຽນ ພາຍໃຕ້ 3 ເສົາຄ້ຳປະຊາຄົມອາຊຽນ ໃນລະດັບພາກພື້ນ ແລະ ພາຍ ໃນປະເທດ ໃຫ້ແກ່ເຈົ້າຫນ້າທີ່ຂອງ ຕີມໍແລັດສະເຕ. ຂໍ້ລິເລີ້ມນີ້ ແມ່ນເປັນການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍຄໍາຕົກລົງຂອງຜູ້ນໍາອາຊຽນໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 40 ແລະ 41 ໃນປີ 2022 ທີ່ໄດ້ເຫັນດີດ້ານຫຼັກການຮັບ ຮອງເອົາ ຕີມໍແລັດສະເຕ ເຂົ້າເປັນສະ ມາຊິກອາຊຽນ ປະເທດທີ 11 ແລະ ໃຫ້ສະຖານະເປັນປະເທດສັງເກດການ, ແລະ ທັງຮຽກຮ້ອງໃຫ້ທຸກປະເທດສະມາຊິກ ອາຊຽນ ແລະ ຄູ່ເຈລະຈາ ໃຫ້ການຊ່ວຍເຫລືອ ເພື່ອກຽມຄວາມພ້ອມເຂົ້າເປັນສະມາຊິກອາຊຽນ.
ກອງປະຊຸມສໍາມະນາດັ່ງກ່າວ ແມ່ນຈະດໍາເນີນແຕ່ວັນທີ 26 – 30 ມິຖຸນາ 2023 ແລະ ມີຜູ້ເຂົ້າຮ່ວມຈາກ ກະຊວງການຕ່າງປະເທດ, ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະ ຫງົບ, ກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ສູນກາງຊາວໜຸ່ມປະ ຊາຊົນປະຕິວັດລາວ, ສູນກາງສະຫະພັນແມ່ຍິງລາວ ຂອງ ສປປ ລາວ ແລະ ຜູ້ຕາງໜ້າຈາກກົມອາຊຽນ, ກະຊວງການຕ່າງປະ ເທດຂອງ ສສ ຫວຽດນາມ ເຂົ້າຮ່ວມເພື່ອແລກປ່ຽນບົດຮຽນ ໃຫ້ແກ່ ເຈົ້າຫນ້າທີ່ຂອງ ຕີມໍແລດສະເຕ.

