ໃນຕອນເຊົ້າວັນທີ່ 12/10/2020, ທ່ານທອງຜ່ານສະຫັວນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານນາງ Sonomi Tanaka, ຜູ້ອໍານວຍການ ຫ້ອງການທະນາຄານພັດທະນາອາຊີ (ADB) ເພື່ອຍື່ນໜັງສືແຕ່ງຕັ້ງເນື່ອງໃນໂອກາດດຳລົງຕຳແໜ່ງ ຜູ້ອໍານວຍການຜູ້ໃໝ່ປະຈຳ ສປປລາວ.
ໃນໂອກາດນີ້, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຊົມເຊີຍ ທ່ານ ນາງ Sonomi Tanaka ທີ່ຖືກແຕ່ງຕັ້ງໃຫ້ເປັນຜູ້ອໍານວຍການຫ້ອງການທະນາຄານພັດທະນາອາຊີ (ADB) ຜູ້ໃໝ່ ປະຈໍາ ສປປ ລາວພ້ອມທັງໄດ້ສະແດງຄວາມຂອບໃຈ ຕໍ່ ADB ທີ່ໄດ້ປະກອບສ່ວນອັນສໍາຄັນ ເຂົ້າໃນການຊ່ວຍເຫຼືອພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນຫຼາຍຂະແໜງການ ຕະຫຼອດໄລຍະ 50 ກວ່າປີ ຜ່ານມາ ແລະ ເຊື່ອໝັ້ນວ່າ ADB ຍັງຈະສືບຕໍ່ປະກອບສ່ວນຊ່ວຍເຫຼືອ ສປປ ລາວ ເພື່ອໃຫ້ສາມາດບັນລຸເປົ້າໝາຍທີ່ວາງໄວ້ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ທ້າຍສະໄໝ, ຍຸດທະສາດການເປັນຄູ່ຮ່ວມມືໃໝ່ ລະຫວ່າງ ສປປ ລາວ ແລະ ADB, ລວມທັງການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ຂອງສະຫະປະຊາຊາດຮອດປີ 2030.
ໃນໂອກາດດຽວກັນນີ້, ທ່ານ ນາງ Sonomi Tanaka ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ຂອງທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຢືນຢັນວ່າ ADB ຈະສືບຕໍ່ໃຫ້ການຮ່ວມມື ກັບ ລັດຖະບານ ສປປ ລາວ ເພື່ອຈັດຕັ້ງປະຕິບັດແຜນການຮ່ວມມື ລະຫວ່າງ ADB ແລະ ລັດຖະບານ ສປປ ລາວ, ໂດຍສະເພາະໃນໂອກາດທີ່ທ່ານ ນາງ Sonomi ຮັບໜ້າທີ່ ຢູ່ ສປປ ລາວ ຈະໃຫ້ການຮ່ວມມືຢ່າງໃກ້ຊິດ ແລະ ສືບຕໍ່ໃຫ້ການສະຫນັບສະຫນູນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໂດຍສະເພາະການຟື້ນຟູເສດຖະກິດໃນໄລຍະແລະຫລັງການແຜ່ລະບາດຂອງພະຍາດ COVID -19 ໃຫ້ໄດ້ຮັບໝາກຜົນເປັນຮູບປະທໍາຫຼາຍຂຶ້ນ.
ໃນຕອນທ້າຍ, ທ່ານ ທອງຜ່ານ ສະຫວັນເພັດໄດ້ກ່າວອວຍພອນທ່ານ ນາງ Sonomi Tanaka ຈົ່ງປະສົບຜົນສໍາເລັດໃນການປະຕິບັດໜ້າທີ່ວຽກງານໃໝ່ແລະ ຫວັງຢ່າງຍິ່ງວ່າ ADB ຈະສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນ ສປປ ລາວ ໃນຕໍ່ໜ້າຕື່ມອີກ.
ນັບແຕ່ ສປປ ລາວ ໄດ້ເຂົ້າເປັນສະມາຊິກ ADB ໃນປີ 1967 ເປັນຕົ້ນມາ ADB ໄດ້ສະໜັບສະໜູນ ສປປ ລາວ ທາງດ້ານການເງິນ ແລະ ການຊ່ວຍເຫລືອດ້ານວິຊາການເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແກ່ ສປປ ລາວ ໃນຫຼາຍດ້ານເຊັ່ນ: ດ້ານກະສິກຳ, ດ້ານພື້ນຖານໂຄງລ່າງ, ດ້ານການສຶກສາ ໂດຍສະເພາະ ການພັດທະນາດ້ານພະລັງງານໄຟຟ້າ ແລະ ການກໍ່ສ້າງຖະໜົນຫົນທາງ ເພື່ອຊຸກຍູ້ການຂະຫຍາຍຕົວທາງດ້ານເສດຖະກິດ ແລະ ຫຼຸດຜ່ອນຄວາມທຸກຍາກ ຢູ່ໃນ ສປປ ລາວ.