ໃນວັນທີ 7 ມິຖຸນາ 2021 ທີ່ເມືອງຊົງຊິງ, ສປຈີນ, ທ່ານທອງຜ່ານສະຫວັນເພັດ, ຮອງລັດຖະມົນຕີກະຊວງ ການຕ່າງປະເທດທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສວ່າດ້ວຍການຈັດຕັ້ງປະຕິບັດຖະແຫຼງການແຫ່ງການປະພຶດຂອງບັນດາຝ່າຍໃນທະເລຈີນໃຕ້ ຄັ້ງທີ19 ພາຍໃຕ້ການເປັນປະທານຮ່ວມຂອງຟີລິບປິນ ແລະ ສປ ຈີນ ໃນໂອກາດກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ຈີນ ສະໄໝພິເສດເພື່ອສະເຫຼີມສະຫຼອງຄົບຮອບ 30 ປີ ແຫ່ງການພົວພັນຮ່ວມມືອາຊຽນ-ຈີນ. ກອງປະຊຸມຄັ້ງນີ້ຖືເປັນຄັ້ງທຳອິດທີ່ບັນດາເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ສປ ຈີນ ໄດ້ມີໂອກາດພົບປະກັນແບບເຊິ່ງໜ້າພາຍຫຼັງທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ນັບຕັ້ງແຕ່ທ້າຍປີ 2019 ເປັນຕົ້ນມາ.
ໃນກອງປະຊຸມ, ບັນດາເຈົ້າໜ້າທີ່ອາວຸໂສຂອງບັນດາປະເທດສະມາຊິກອາຊຽນ ແລະ ສປ ຈີນ ໄດ້ທົບທວນຄືນການຈັດຕັ້ງປະຕິບັດຖະແຫຼງການແຫ່ງການປະພຶດຂອງບັນດາຝ່າຍໃນທະເລຈີນໃຕ້ ຫຼື ດີໂອຊີ ພ້ອມທັງຕີລາຄາສູງຕໍ່ຄວາມຄືບໜ້າໃນການຈັດຕັ້ງປະຕິບັດບັນດາກິດຈະກຳ ແລະ ຂໍ້ລິເລີ່ມ ແນໃສ່ສົ່ງເສີມຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຊື່ອໝັ້ນ ເຊິ່ງກັນ ແລະ ກັນ ລະຫວ່າງ ບັນດາປະເທດສະມາຊິກອາຊຽນ ແລະ ສປ ຈີນໃນທ່າມກາງການແຜ່ລະບາດຂອງພະຍາດໂຄວິດ-19. ພ້ອມດຽວກັນນີ້, ກອງປະຊູມໄດ້ຕົກລົງເຫັນດີໃຫ້ລິເລີ່ມການປຶກສາຫາລືການຮ່າງແຜນວຽກ ເພື່ອຈັດຕັ້ງປະຕິບັດດີໂອຊີ ສະບັບໃໝ່ສໍາລັບສົກປີ 2022-2026, ລວມທັງຊຸກຍູ້ໃຫ້ຈັດຕັ້ງປະຕິບັດບັນດາກິດຈະກຳ ແລະ ຂໍ້ລິເລີ່ມທີ່ຍັງຄົງຄ້າງ ພາຍໃຕ້ແຜນວຽກ ດີໂອຊີ ສຳລັບສົກປີ 2016-2021 ໃຫ້ເປັນຮູບປະທຳ.
ນອກຈາກນີ້, ບັນດາປະເທດສະມາຊິກອາຊຽນແລະສປຈີນໄດ້ເຫັນດີເປັນເອກະພາບ ກ່ຽວກັບຄວາມສໍາຄັນໃນການລິເລີ່ມການເຈລະຈາດ້ານເນື້ອໃນ ໂດຍໝູນໃຊ້ຊ່ອງທາງດີຈີຕອນເນື່ອງຈາກສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຍັງສືບຕໍ່ແຜ່ລະບາດເປັນວົງກ້ວາງຢູ່ໃນພາກພື້ນ ເພື່ອກະກຽມໃຫ້ແກ່ຂະບວນການລິເລີ່ມການເຈລະຈາຮ່າງກົດແຫ່ງການປະພຶດຫຼືຊີໂອຊີຮອບທີສອງໃຫ້ສາມາດສຳເລັດພາຍໃນເວລາທີ່ໄດ້ກຳນົດໄວ້.
