ວັນທີ 10 ກໍລະກົດ 2023 ທີ່ ຈາກາກຕາ, ອິນໂດເນເຊຍ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ໂດຍການເປັນປະທານຂອງ ອິນໂດເນເຊຍ ພາຍໃຕ້ຄໍາຂວັນ “ ອາຊຽນມີຄວາມສໍາຄັນ: ສູນກາງແຫ່ງການຈະເລີນເຕີບໂຕ” ໂດຍມີບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ຮອງເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມ.
ກອງປະຊຸມ ໄດ້ຮັບຊາບຄວາມຄືບໜ້າການຜັນຂະຫຍາຍບັນດາບູລິມະສິດພາຍໃຕ້ການເປັນປະທານອາຊຽນຂອງອິນໂດເນເຊຍ ໃນປີ 2023 ເພື່ອຮັດແໜ້ນປະຊາຄົມອາຊຽນ, ລວມທັງການເສີມສ້າງຄວາມອາດສາມາດ ແລະ ປະສິດ ທິພາບດ້ານສະຖາບັນອາຊຽນ.
ພ້ອມນີ້, ກອງປະຊຸມ ໄດ້ປຶກສາຫາລືການພົວພັນຮ່ວມມືກັບພາຍນອກຂອງອາຊຽນ ໂດຍໄດ້ຢໍ້າຄືນຄວາມສໍາຄັນໃນການຮັດແໜ້ນການຮ່ວມມື ແລະ ໄດ້ປຶກສາຫາລືເພື່ອກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 56 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ. ໃນນີ້, ສປປ ລາວ ໃນຖານະປະເທດປະສານງານໃຫ້ແກ່ການພົວພັນຮ່ວມມື ອາຊຽນ-ອົດສະຕຣາລີ ໄດ້ລາຍງານຄວາມຄືບໜ້າກ່ຽວກັບການກະກຽມຈັດກອງປະຊຸມສຸດຍອດສະໄໝພິເສດ ເພື່ອສະເຫຼີມສະຫຼອງການພົວພັນອາຊຽນ-ອົດສະຕຣາລີ ຄົບຮອບ 50 ປີ ໃນປີ 2024 ທີ່ ອົດສະຕຣາລີ ແລະ ການກະກຽມໃຫ້ແກ່ການສ້າງແຜນປະຕິບັດງານອາຊຽນ-ອົດສະຕຣາລີ ສໍາລັບສົກປີ 2025-2029.
ໃນຕອນບ່າຍຂອງມື້ດຽວກັນນີ້, ທ່ານຮອງລັດຖະມົນຕີ ທອງຜ່ານ ສະຫວັນເພັດ ພ້ອມດ້ວຍຄະນະ ກໍໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມຄະນະກໍາມະການເຂດປອດອາວຸດນິວເຄລຍອາຊີຕາເວັນອອກສ່ຽງໃຕ້ ຊຶ່ງກອງປະຊຸມ ໄດ້ທົບຄວນຄືນຄວາມຄືບໜ້າຂອງການຈັດຕັ້ງປະຕິບັດແຜນງານຂອງສົນທິສັນຍາເຂດປອດອາວຸດນິວເຄລຍ ອາຊີຕາເວັນອອກສ່ຽງໃຕ້ (2023-2027) ແລະ ຄວາມເປັນໄປໄດ້ໃນການລົງນາມ ອະນຸສັນຍາຂອງສົນທິສັນຍາດັ່ງກ່າວ ໂດຍປະເທດທີ່ມີອາວຸດນິວເຄລຍ.
