ທ່ານ ທອງລຸນ ສີສຸລິດ ເລຂາທິ ການໃຫຍ່ຄະນະບໍລິຫານງານສູນ ກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍ ຄະນະນຳຈາກສູນ ກາງ ໄດ້ເຄື່ອນໄຫວຢ້ຽມຢາມແຂວງຈຳປາສັກໃນວັນທີ 17- 18 ທັນວາ 2021 ນີ້ ໂອກາດນີ້ ຢູ່ທີ່ສະໂມສອນຫຼັກ 4 ທ່ານ ທອງລຸນ ສີສຸລິດ ປະທານປະເທດ ໄດ້ເປັນກຽດພົບປະໂອ້ລົມຄະນະພັກ – ອົງການປົກແຂວງ ,ນະຄອນ
,ເມືອງ,ພະແນກການອ້ອມຂ້າງ ແລະ ພະນັກງານການນຳຫຼັກແຫຼ່ງຂອງແຂວງຈຳປາສັກ. ໃນຕອນບ່າຍວັນທີ 18 ທັນວາ 2021.

ໂອກາດນີ້ ທ່ານໄດ້ຟັງລາຍງານສະພາບການພັດທະນາເສດຖະ ກິດ-ສັງຄົມ,ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການກໍ່ສ້າງພັກ-ພະນັກງານ,ການຄວບຄຸມແກ້ໄຂການລະບາດພະຍາດໂຄວິດ -19 ແລະອື່ນໆ ຈາກ ທ່ານ ວິໄລວົງ ບຸດດາຄຳ ກຳມະ ການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຈຳປາສັກ ເຊິ່ງຍົກໃຫ້ເຫັນຜົນງານການນຳພາຂອງອົງຄະນະພັກແຂວງໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ- ສັງຄົມ ໃນ ປີ 2021, ຕິດພັນກັບການຜັນຂະຫຍາຍ ວາລະແຫ່ງ ຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະ ກິດ- ການເງິນ;ແລະວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບ ຕິດ.
ຜ່ານການຈັດຕັ້ງປະຕິບັດຕົວຈິງ ເຫັນວ່າ ການພັດທະນາເສດ- ສັງຄົມແຂວງຈຳປາສັກ ມີທ່ວງທ່າດີຂຶ້ນເປັນກ້າວໆ; ການດູ່ນດ່ຽງເສດຖະກິດມະຫາພາກ ມູນຄ່າລວມຍອດຜະລິດຕະພັນພາຍໃນ (GDP) ປະຕິບັດໄດ້ທັງໝົດ 19.980,25 ຕື້ກີບ, ທຽບໃສ່ແຜນປີໄດ້ 85% (ຄາດຄະເນໝົດປີຈະບັນລຸໄດ້ 22.641,6 ຕື້ກີບ ເທົ່າ ກັບ 96,3%), ອັດຕາການຂະຫຍາຍຕົວຂອງ GDP ຢູ່ໃນລະດັບ 3,08% ( ແຜນ 4,82% ), ສະເລັ່ຍໃສ່ພົນລະເມືອງໄດ້ 2.713 ໂດລາສະຫະລັດຕໍ່ຄົນ ( ຄາດຄະເນໝົດປີ ຈະບັນລຸໄດ້ 3.075 ໂດລາສະຫະລັດຕໍ່ຄົນ ເທົ່າກັບ 90% ); ໃນໂຄງປະກອບເສດຖະກິດເຫັນວ່າຂະແຫນງກະສິກໍາມີມູນຄ່າເພີ່ມຂື້ນ 44.31 % ເມື່ອທຽບໃສ່ແຜນປີ.

ຈາກຜົນງານທີ່ຍາດມາໄດ້ນັ້ນ,ແຂວງຈຳປາສັກຍັງພົບກັບບັນຫາສະພາບຄວາມຍຸ້ງຍາກ ແລະສິ່ງທ້າທາຍຫຼາຍຢ່າງຕໍ່ການພັດທະນາ ແລະການແກ້ໄຂຄວາມທຸກຍາກຂອງປະຊາຊົນ. ເຊິ່ງມີສາເຫດມາຈາກສະພາບ ການລະບາດຂອງພະຍາດໂຄວິດ -19.ຊຶ່ງພາຍພາຍຫລັງຮັບຟັງການລາຍງານແລ້ວ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ກໍໄດ້ເປັນກຽດໂອ້ລົມເຊິ່ງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກອົງການປົກຄອງແຂວງທີ່ເອົາໃຈໃສນຳພາຜ່ານຜ່າຄວາມຫຍຸ້ງຍາກ ແລະສາມາດເຮັດຫລ້ອນໜ້າທີ່ການເມືອງທີ່ພັກ – ລັດ ແລະປະຊາຊົນມອບໝາຍໃຫ້ ອັນທີ່ພິເສດຄືເຮັດໃຫ້ແຂວງຈຳປາສັກຍັງຄົງມີຄວາມເປັນສະຖຽນລະພາບທາງດ້ານການເມືອງ,ສັງຄົມມີຄວາມສະຫງົບສຸກໂດຍພື້ນ ຖານ,ເສດຖະກິດມີການຂະ ຫຍາຍຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນ.
ຕໍ່ກັບສະພາບຄວາມຍຸ້ງຍາກ ແລະສິ່ງທ້າທາຍ ທ່ານເລຂາ ທິ ການໃຫຍ່ ປະທານປະເທດ ກໍໄດ້ເປັນກຽດຊີ້ນຳໃຫ້ຄະນະພັກ- ອົງການປົກຄອງແຂວງສຶບຕໍ່ນຳພາຈັດຕັ້ງປະຕິບັດຢ່າງແຂງ ແຮງກວ່າເກົ່າເປັນຕົ້ນການສຶກສາອົບຮົມການເມືອງແນວຄິດໃຫ້ແກ່ຜູ້ປະກອບການທຸລະກິດ, ປະ ຊາຊົນບັນດາເຜົ່າໃຫ້ເສີມຂະ ຫຍາຍມູນເຊື້ອດຸໝັ່ນຂະຫຍັນພຽນ ເຂົ້າໃນການປັບປຸງຊີວິດການເປັນຢູ່ຂອງຕົນ ກໍຄືປະຕິບັດສິດ – ພັນທະຂອງຕົນເຂົ້າໃນພາລະກິດປົກປັກຮັກສາ ແລະສ້າງສາ ພັດ ທະນາປະເທດຊາດໃຫ້ຫຼາຍຂຶ້ນ.ຂຸດຄົ້ນ ແລະນຳໃຊ້ທ່າແຮງອັນບົ່ມຊ້ອນ,ຄວາມອຸດົມສົມບູນທາງທຳມະຊາດຂອງແຂວງໃຫ້ເກີດປະໂຫຍດສູງສຸດ ເປັນຕົ້ນພູມອາກາດ,ແຫຼ່ງນໍ້າ ແລະດິນດອນຕອນຫຍ້າອັນອຸດົມສົມບູນໃຫ້ຕິດກັບການຜະລິດເປັນສິນຄ້າ ເພື່ອລົບລ້າງຄວາມທຸກຍາກຂອງປະຊາຊົນ ແລະ ສ້າງເສດຖະກິດໃຫ້ເຂັ້ມແຂງຂຶ້ນໄປເລື້ອຍໆ.ໄປຄຽງຄູ່ກັນນີ້ກໍຕ້ອງ ເພີ່ມທະວີສະ ຕິໃນການດຳລົງຊີວິດ ຫັນປ່ຽນ ແນວຄິດຄອງເດີມ ໄປສູວິຖີຊິວິດແບບໃໝ່ ພ້ອມກັນເອົາໃຈໃສ່ປ້ອງກັນ ແລະຄວບຄຸມການລະບາດພະຍາດໂຄວິດ-19 ໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.

ໃນການໂອ້ລົມ ຂອງທ່ານ ທອງລຸນ ສີສຸລິດ ຕໍ່ຄະນະພັກ – ອົງ ການປົກຄອງ ແລະພະນັກງານການນຳຫຼັກແຫຼ່ງແຂວງຈຳປາສັກໃນຄັ້ງນີ້ ໄດ້ສະແດງເຖິງຄວາມເປັນຫ່ວງເປັນຂອງກົມການເມືອງສູນກາງພັກ ຕໍ່ການນຳພາພັດທະ ນາເສດຖະກິດ – ສັງຄົມຢູ່ແຂວງຈຳປາສັກ ກໍຄືການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງຄະນະບໍລິຫານງານສູນກາງພັກພັກ,ມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງຈໍາປາສັກ ໃຫ້ປະກົດຜົນເປັນຈິງ.ເປັນການຊຸກຍູ້ຊີ້ນຳ ແລະໃຫ້ກຳລັງໃຈແກ່ຄະນະພັກ – ອົງການປົກຄອງແຂວງ,ພະນັກງານການນຳຫຼັກແຫຼ່ງຕະຫຼອດຮອດປະຊາຊົນບັນດາເຜົ່າ ໄດ້ເປັນເຈົ້າການຜ່ານຜ່າວິກິກຄວາມຫຍຸ້ງຍາກ ແລະພັດທະນແຂວງຈຳປາສັກກ້າວຂຶ້ນຕາມຄຳໂຄງທີ່ວ່າ: ເອກກະລັກວັດພູ
ກຸຫຼາບປາກເຊ ກາເຟປາກຊ່ອງ. ນໍ້າຂອງໂຕນຄອນ
ສີພັນດອນລືນາມ ງາມນໍ້າໃຈຊາວຈຳປາ
ລືຊາກ້ອງໄກ ກອງໄຊຈັກກະພັດ
ພັກ-ລັດນຳພາ ພັດທະນາ ປວງປະຊາຢູ່ດີກິນດີ.
ເກເສະໜາ ແກ້ວສຸວັນນະແສງ