ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ ໄດ້ອ່ານຄຳອວຍພອນ ເນື່ອງໃນໂອກາດສົົ່ງທ້າຍປີເກົ່າ ພ.ສ 2564, ຕ້ອນຮັບປີໃໝ່ ພ.ສ 2565
ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ ໄດ້ອ່ານຄຳອວຍພອນ ເນື່ອງໃນໂອກາດສົົ່ງທ້າຍປີເກົ່າ ພ.ສ 2564, ຕ້ອນຮັບປີໃໝ່ ພ.ສ 2565 ເຖິງປະຊາຊົນລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດ ໂດຍມີເນື້ອໃນວ່າ: ປີເກົ່າ ປີສະລຸ ພ.ສ 2564 ກຳລັງຈະຜ່ານໄປ ແລະ ປີໃໝ່ປີຂານ ພ.ສ 2565 ກຳລັງຈະມາແທນທີ່, ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ຮ່ວມກັບພໍ່ແມ່ພີ່ນ້ອງຮ່ວມຊາດເຮົາສະ ເຫລີມສະຫລອງ ເພື່ອຕ້ອນຮັບກຸດສົງການປີໃໝ່ ເຊິ່ງຖືເປັນມື້ສັນວັນດີ ແລະ ເປັນສີຣິມຸງຄຸນ ທີ່ປະຊາຊົນລາວເຮົາ ນັບຖືເປັນຮີດຄອງປະເພນີອັນດີງາມ ຂອງຊາດລາວເຮົາຕະຫລອດມາ.
ປີສະລູ ກຳລັງຈະຜ່ານພົ້ນໄປນັ້ນ, ຕ້ອງຖືໄດ້ວ່າເປັນອີກປີໜຶ່ງ ທີ່ປະຊາຊົນລາວທຸກຖ້ວນໜ້າຂອງພວກເຮົາ ໄດ້ຮ່ວມແຮງຮ່ວມໃຈກັນ ຜ່ານຜ່າອຸປະສັກ ແລະ ສິ່ງທ້າທາຍນາໆປະການ ທີ່ໄດ້ເກີດຂຶ້ນໃນປະເທດຂອງພວກເຮົາ, ແຕ່ເຖິງຢ່າງໃດກໍຕາມ ພວກເຮົາກໍສາມາດຜ່ານພົ້ນໄດ້ ເຊິ່ງປະເທດເຮົາຍັງປົກປັກຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບທາງສັງຄົມ, ເສດຖະກິດ ກໍຍັງຢູ່ໃນລະດັບກຳລັງຟື້ນຟູ ແລະ ສືບຕໍ່ມີບາດກ້າວຂະຫຍາຍຕົວໃນລະດັບທີ່ແນ່ນອນ; ປະຊາຊົນເຮົາ ໄດ້ພ້ອມກັນເປັນຈິດໜຶ່ງໃຈດຽວກັນ ຮ່ວມແຮງຮ່ວມໃຈກັນບຸກໜ້າບື່ນຕົວຜ່ານຜ່າຮ່ວມກັນ, ຮັກສາໄດ້ມູນເຊື້ອສາມັກຄີປອງດອງ, ພ້ອມພຽງກັນປະຕິບັດບັນດາແນວທາງນະໂຍບາຍຂອງພັກ, ແຜນພັດທະ ນາເສດຖະກິດ-ສັງຄົມຂອງລັດ ມາໄດ້ຢ່າງເປັນໜ້າຊື່ນຊົມ.
ທຸກໆສິ່ງ ທີ່ປະຊາຊົນເຮົາຍາດມາໄດ້ ຈາກການຜ່ານຜ່າອຸປະສັກ ແລະ ສິ່ງທ້າທາຍນາໆປະການໃນປີຜ່ານມານັ້ນ, ມັນເປັນພື້ນຖານອັນສຳຄັນ ໃຫ້ແກ່ການປະຕິບັດໜ້າທີ່ວຽກງານ, ການດຳລົງຊີວິດ ຂອງທຸກໆຄົນໃນຊາດ ເພື່ອກ້າວເຂົ້າສູ່ປີໃໝ່ ປີຂານ ພ.ສ 2565 ຈະມາເຖິງນີ້ ດ້ວຍຄວາມຫວັງ ແລະ ກຳລັງໃຈຂອງຄົນໃນຊາດ ເພື່ອປະເຊີນໜ້າກັບສິ່ງທ້າທາຍທົດສອບໃນປີຂານ ທີ່ຈະມາເຖິງນີ້ ແລະ ນຳເອົາປະເທດຊາດທີ່ແສນຮັກຂອງພວກເຮົາກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
ຂໍຖືໂອກາດອັນເລີກງາມຍາມດີນີ້, ຂ້າພະເຈົ້າ ຂໍສົ່ງຄຳອວຍພອນອັນປະເສີດ ໃຫ້ແກ່ປວງຊົນລາວທຸກຖ້ວນໜ້າ ໃນທົ່ວປະເທດ, ປະຊາຊົນລາວ ທີ່ດຳລົງຊີວິດຢູ່ຕ່າງປະເທດ ພ້ອມດ້ວຍຊາວຕ່າງປະເທດ ທີ່ກຳລັງດຳລົງຊີວິດ ຢູ່ ສປປ ລາວ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ, ມີໂຊກໄຊ ແລະ ປາຖະໜາສິ່ງໃດ ກໍ່ຂໍໃຫ້ໄດ້ດັ່ງຄວາມມຸ່ງຫວັງທຸກປະການ.
ຂໍໃຫ້ທຸກໆທ່ານ ມີສະຕິໃນການສະຫລອງກຸດສົງການປີນີ້ ຢ່າງລະມັດລະວັງ, ຂໍໃຫ້ປະຕິບັດຕາມຄຳສັ່ງ, ຄຳແນະນຳ ຂອງທາງການຢ່າງເຂັ້ມງວດ ເພື່ອຄວາມປອດໄພຂອງທ່ານ ແລະ ຂອງໝົດທຸກໆຄົນ.
ພາບ: ອ່າຍຄຳ