ໃນວັນທີ 12 ພະຈິກ 2022, ທ່ານ ນາງ ຄໍາເພົາ ເອີນທະວັນ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສປ ຈີນ ໄດ້ເຂົ້າຮ່ວມການກອງປະຊຸມສົນທະນາ “International Forum on Hybrid Rice Assistance and Global Food Security” ຕາມການເຊື້ອເຊີນຂອງອົງການ China International Development Cooperation Agency ຊຶ່ງໃນງານດັ່ງກ່າວ ມີການນຳຂອງກະຊວງການຕ່າງປະເທດຈີນ ພ້ອມທັງ ທຸຕານູທູດຕ່າງປະເທດ ປະຈໍາ ສປ ຈີນ ເຂົ້າຮ່ວມ.
ໃນງານດັ່ງກ່າວ ພະນະທ່ານ ທອງລຸນ ສີສຸລິດ, ເລຂາທິ ການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ເປັນຜູ້ນຳຕ່າງປະເທດຄົນທໍາອິດ ທີ່ມີຄຳເຫັນດ້ວຍຮູບແບບວິດິໂອ ເພື່ອຊົມເຊີຍກອງປະຊຸມດັ່ງກ່າວ, ພ້ອມນັ້ນ, ທ່ານ ນາງ ຄໍາເພົາ ເອີນທະວັນ, ເອກອັກຄະລັດຖະທູດ ສປປ ລາວ ຍັງໄດ້ເຂົ້າຮ່ວມງານເປີດແຜ່ນປ້າຍສູນ Global Development Promotion Center, ຊຶ່ງສູນດັ່ງກ່າວ ສ້າງຕັ້ງຂຶ້ນເພື່ອຈຸດປະສົງສົ່ງເສີມການພົວພັນຮ່ວມມືລະ ຫວ່າງ ສປ ຈີນ ກັບ ສາກົນ ໃນການຈັດຕັ້ງປະຕິບັດຂໍ້ລິ ເລີ່ມການພັດທະນາຂອງໂລກ ແລະ ເປົ້າໝາຍການພັດທະ ນາ 2030 ຂອງອົງການ ສປຊ.
ສປ ຈີນ ໄດ້ໃຫ້ຄວາມສຳຄັນຕໍ່ກອງປະຊຸມສົນທະນາດັ່ງກ່າວເປັນຢ່າງສູງ, ຊຶ່ງ ສະຫາຍ ຫວັງອິ້, ກຳມະການກົມການເມືອງສູນກາງພັກ, ທີ່ປຶກສາແຫ່ງລັດ, ລັດຖະມົນຕີຕ່າງປະເທດ ໄດ້ເຂົ້າຮ່ວມ, ມີຄໍາເຫັນ ແລະ ອ່ານສານສະແດງຄວາມຊົມເຊີຍຕໍ່ກອງປະຊຸມສົນທະນາດັ່ງກ່າວ ຂອງ ສະຫາຍ ສີຈິ້ນຜິງ, ເລຂາທິການໃຫຍ່, ປະທານປະ ເທດຈີນ. ນອກນັ້ນ, ກອງປະຊຸມ ຍັງໄດ້ກ່າວຕື່ມວ່າ ສະຫາຍ ສີຈິ້ນຜິງ ໄດ້ໃຫ້ຄວາມສຳຄັນຕໍ່ການຊ່ວຍເຫຼືອຂອງຈີນແກ່ສາກົນ ໃນຂົງເຂດກະສິກໍາ ກໍ່ຄືເພື່ອຮັບປະກັນຄວາມໝັ້ນຄົງທາງສະບຽງອາຫານ, ໂດຍຖືເອົາການຊ່ວຍ ເຫຼືອທາງດ້ານສະບຽງອາຫານ ເປັນ 1 ໃນ 8 ຂົງເຂດການຊ່ວຍເຫຼືອຂອງຈີນຕໍ່ສາກົນໃນຂອບຂໍ້ລິເລີ່ມການພັດທະ ນາຂອງໂລກ ທີ່ສະເໜີໂດຍຜູ້ນຳຈີນ, ຊຶ່ງ ສປ ຈີນ ໄດ້ສະ ໜອງແນວພັນເຂົ້າ, ເຕັກນິກ, ບົດຮຽນ ແລະ ທຶນຮອນ ໃຫ້ແກ່ບັນດາປະເທດຕ່າງໆ ເພື່ອແກ້ໄຂບັນຫາຄວາມໝັ້ນຄົງທາງສະບຽງອາຫານ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການແກ້ໄຂບັນຫາໄພອຶດຫິວໃນທົ່ວໂລກ.
Cr: ທູດລາວ ປະຈຳ ສປ ຈີນ
