ໃນໂອກາດທີ່ ທ່ານ ນາງ ສີໄສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ເລຂາ ທິການການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ເຂົ້າ ຮ່ວມກອງປະຊຸມຜັນຂະຫຍາຍວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XI ແລະສະຫຼຸບຕີລາຄາວຽກງານຈັດຕັ້ງ, ວຽກງານກໍ່ສ້າງພັກ-ພະ ນັກງານ ແລະວຽກງານປັບປຸງກົງ ຈັກການຈັດຕັ້ງທົ່ວແຂວງ ໄລຍະ 5 ປີ(2016-2020) ແລະທິດທາງແຜນການ 5 ປີຕໍ່ຫນ້າ ຢູ່ແຂວງເຊກອງ ໃນລະຫວ່າງວັນທີ 28 ມັງກອນນີ້ ທ່ານ ໄດ້ເນັ້ນໜັກໃຫ້ການນໍາທຸກຂັ້ນ ເອົາໃຈໃສ່ວຽກ ງານກໍ່ສ້າງພັກ-ພະນັກງານ ແລະວຽກງານຈັດຕັ້ງ ບັນລຸຕາມຄາດໝາຍທີ່ວາງໄວ້ໃນຊຸມປີຕໍ່ໜ້າ.

ສໍາລັບວຽກງານປັບປຸງກໍ່ສ້າງພັກ: ຄະນະພັກທຸກຂັ້ນຕ້ອງເພີ່ມທະວີການນໍາພາການເມືອງແນວຄິດໃຫ້ຫຼາຍຂຶ້ນກວ່າເກົ່າ, ສ້າງເງື່ອນໄຂໃຫ້ຖັນແຖວພະນັກງານນໍາພາ, ພະນັກງານຫຼັກແຫຼ່ງແຕ່ລະຂັ້ນ ໄດ້ຮັບການປະກອບຄວາມຮູ້ດ້ານແນວຄິດມາກ-ເລ ນິນ, ແນວຄິດປະທານໄກສອນ ພົມວິຫານ, ມູນເຊື້ອອັນດີງາມຂອງພັກ, ບົນພື້ນຖານແນວຄິດທິດສະດີຂອງພັກ; ຄະນະພັກທຸກຂັ້ນ ຕ້ອງເອົາໃຈໃສ່ເຄືອນ ໄຫວກໍ່ສ້າງ ແລະປັບປຸງຕົນເອງໃນໄລຍະໃໝ່ ຕາມ 5 ຫຼັກການ ແລະ 3 ທິດນໍາ ທີ່ໄດ້ກໍານົດໄວ້ໃນກົດລະບຽບສະໄໝທີ11 ຂອງພັກ, ໃນນັ້ນ ໃຫ້ຖືເອົາການສ້າງຄວາມເຂັ້ມແຂງຂອງການຈັດຕັ້ງພັກແຕ່ລະຂັ້ນ, ຍົກສູງຄຸນນະ ພາບຂອງສະມາຊິກພັກ ດ້ວຍການສ້າງຕັ້ງການຈັດຕັ້ງຮາກຖານພັກໃຫ້ມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນເປັນກົກ; ຄະນະ ພັກທຸກຂັ້ນ ຕ້ອງເຄື່ອນໄຫວການຈັດການລວມສູນປະຊາທິປະໄຕ ຕົກລົງເປັນໝູ່ຄະນະ; ຄະນະພັກຕ້ອງສືບຕໍ່ເປີດກວ້າງໃຫ້ປະຊາ ຊົນມີສ່ວນຮ່ວມໃນການສ້າງພັກ; ການປັບປຸງກໍ່ສ້າງພັກ, ຄະນະພັກແຕ່ລະຂັ້ນຕ້ອງຖືເອົາການຕິດ ຕາມ, ຊຸກຍູ້, ກວດກາ ໃຫ້ເດັດດ່ຽວ ແກ້ໄຂປະກົດການຫຍໍ້ທໍ້ພາຍໃນພັກ ແລະຕີລາຄາການເຄື່ອນໄຫວຂອງການຈັດຕັ້ງພັກ ກໍຄືຂອງສະມາຊິກພັກ-ພະນັກ ງານ ໃນການປະຕິບັດບັນດາຫຼັກການຈັດຕັ້ງພັກ, ເອົາໃຈໃສ່ຕີຖອຍປະກົດການຫຍໍ້ທໍ້ພາຍໃນການຈັດຕັ້ງ ແລະຖັນແຖວສະ ມາຊິກພັກ-ພະນັກງານທຸກຂົງເຂດວຽກງານ, ທຸກຂັ້ນ ເພື່ອຢັບຢັ້ງ ແລະແກ້ໄຂບັນຫາການສວຍໃຊ້ໜ້າທີ່ເພື່ອສໍ້ລາດບັງຫຼວງທຸກຮູບແບບຂອງພະນັກງານສະ ມາຊິກພັກ; ເອົາໃຈໃສ່ການເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນຢູ່ພາຍໃນພັກໃຫ້ໜັກແໜ້ນ.

ສໍາລັບວຽກງານພະນັກງານ ຄະນະພັກທຸກຂັ້ນຕ້ອງມີແຜນກໍານົດພະນັກງານຢ່າງເປັນລະບົບ, ຕ້ອງສ້າງແຜນກໍານົດພະນັກງານສືບທອດ, ນໍາພາ ຄຸ້ມຄອງແຕ່ລະຂັ້ນຢ່າງລະອຽດຈະແຈ້ງ, ຕ້ອງສ້າງ ແລະປັບປຸງເລືອກເຟັ້ນ ແລະສັບຊອນພະນັກງານໃນດ້ານການເມືອງ ແລະຄວາມຮູ້ດ້ານວິຊາ ການ, ເອົາໃຈໃສ່ຕິດຕາມຕີລາຄາປະເມີນພະນັກງານຕາມມາດຕະ ຖານແຕ່ລະດ້ານຢ່າງພາວະວິໄສ ເພື່ອເປັນບ່ອນອີງໃນກການແຕ່ງ ຕັ້ງສັບຊ້ອນພະນັກງານ, ຕ້ອງປະຕິບັດລະບອບຄຸ້ມຄອງພະ ນັກງານຢ່າງເຂັ້ມງວດ; ຄະ ນະພັກ ຕ້ອງໄດ້ໂຄສະນາເຜີຍແຜ່ກົດ ໝາຍກ່ຽວກັບພະນັກງານລັດຖະກອນໃຫ້ທົ່ວເຖິງ; ຄະນະບໍລິຫານງານພັກແຂວງ ຕ້ອງສືບຕໍ່ຊີ້ນໍາພະນັກງານທຸກຂັ້ນ ແລະອົງການເສນາທິການຂອງຄະນະພັກ ກ່ຽວ ກັບວຽກງານກໍ່ສ້າງພັກ-ພະ ນັກງານ ແລະປັບປຸງກົງຈັກການຈັດຕັ້ງ, ເປັນເຈົ້າການຕິດຕາມຜົນງານການເຄື່ອນໄຫວຂອງບັນດາສະຫາຍສະມາຊິກພັກ-ພະ ນັກງານ ຜູ້ທີ່ມີຜົນງານດີເດັ່ນ ກໍຕ້ອງໄດ້ຮັບການຍ້ອງຍໍສັນລະເສີນ, ຕໍ່ຜູ້ລະເມີດກົດລະບຽບຂອງພັກ- ລັດ ກໍຕ້ອງປະຕິບັດວິໄນຢ່າງເຂັ້ມງວດ, ເພີ່ມທະວີການຊີ້ນໍາ-ນໍາພາຂອງພັກ ຕໍ່ກົງຈັກການຈັດຕັ້ງທີ່ເປັນເສນາທິການໃຫ້ຄະນະພັກໃນວຽກງານກໍ່ສ້າງພັກ-ພະ ນັກງານ, ປັບປຸງກົງຈັກໃນທົ່ວລະບົບການເມືອງຂອງຄະນະບໍລິຫານງານພັກແຂວງ, ພ້ອມນີ້ ໃຫ້ເອົາໃຈໃສ່ບໍາລຸງສ້າງບຸກຄະລາກອນຮັບຜິດຊອບວຽກງານຈັດຕັ້ງ, ວຽກງານກວດກາ ໃຫ້ມີຄາມໜັກແໜ້ນທາງດ້ານການເມືອງແນວຄິດ, ມີຄວາມຮູ້ ສາມາດຜັນຂະຫຍາຍ ກົດໝາຍ, ນິຕິກໍາ ກ່ຽວກັບວຽກງານຈັດຕັ້ງໃນລະດັບດີ; ການປັບປຸງກົງຈັກຂອງບັນດາອົງການພາຍໃນແຂວງເຊກອງ ໃນຊຸມປີຕໍ່ໜ້າ ຕ້ອງສຸມໃສ່ແກ້ໄຂສະພາບສັບຊ້ອນດ້ານພາລະບົດບາດ ແລະເຮັດໃຫ້ສາຍໃຍການຈັດຕັ້ງມີການກໍານົດພາ ລະບົດບາດທີ່ຈະແຈ້ງ ແລະຮັດກຸມ, ປັບປຸງກົນໄກການຄຸ້ມຄອງໃຫ້ມີຄວາມເປັນເອກະພາບ ແລະເຂັ້ມແຂງ; ເພື່ອຮັບປະກັນການປະຕິບັດໃຫ້ວຽກງານຈັດຕັ້ງ, ກໍ່ ສ້າງພັກ-ພະນັກງານຂອງແຂວງເຊກອງ ໃນຊຸມປີຕໍ່ໜ້າບັນລຸຕາມຈຸດປະສົງຄາດໝາຍ ຮຽກຮ້ອງໃຫ້ຄະນະພັກທຸກຂັ້ນນໍາພາຈັດຕັ້ງເຊື່ອມຊຶມບັນດາມະຕິຄໍາສັ່ງ ກ່ຽວກັບວຽກງານກໍ່ສ້າງພັກ- ພະນັກງານ ລວມທັງກົດລະບຽບຂອງພັກ ສະໄໝທີ XI ໃຫ້ເລິກເຊິ່ງ, ພ້ອມດຽວກັນນີ້ ການຈັດຕັ້ງເຊື່ອມ ແລະຜັນຂະຫຍາຍຄໍາເຫັນ, ຄໍາໂອ້ລົມຂອງສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ຜັນຂະຫຍາຍມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XI ເພື່ອສ້າງເງື່ອນໄຂໃຫ້ທຸກເປົ້າໝາຍໄດ້ເຂົ້າຮ່ວມຢ່າງທົ່ວເຖິງ.


ຂ່າວ:ພຸດທະສອນ