ໂດຍຕອບສະໜອງຕາມຄໍາເຊີນຂອງ ທ່ານ ຄຳພັນ ອັ່ນລາວັນ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສປປ ລາວ ປະຈໍາ ສ.ອາເມລິກາ ແລະ ການາດາ ໃນລະຫວ່າງວັນທີ 08-11 ຕຸລາ 2021, ທ່ານ ນາງ ສຸພາ ໄຊປຣະສິດ-ເມ, ຄົນເຊື້ອຊາດລາວທີ່ສັງກັດພັກ Democrat, ທັງເປັນຜູ້ສະໝັກຊິງຕໍາແໜ່ງຜູ້ວ່າການລັດ ອາຄານຊໍ ໃນປີ 2022 ແລະ ຄະນະໄດ້ເດີນທາງມາຢ້ຽມຢາມສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ ວໍຊີງຕັນ ດີຊີ ເພື່ອພົບປະກັບຄະນະນັກທຸລະກິດຈາກບໍລິສັດ Wilaikul International Gold Mine Co., LTD ແນ່ໃສ່ສຶກສາຄວາມເປັນໄປໄດ້ໃນການລົງທຶນຢູ່ ສປປ ລາວ; ແລະ ພົບປະກັບຊຸມຊົນຄົນເຊື້ອຊາດລາວຢູ່ນະຄອນຫຼວງວໍຊີງຕັນ ດີຊີ, ລັດເວີຈີເນຍ, ແມລີແລນ ແລະ ລັດອື່ນໆໃກ້ຄຽງ ເພື່ອແນະນໍາໂຕ ແລະ ຮັດແໜ້ນຄວາມສາມັກຄີ. ໃນງານຄັ້ງນີ້ ຍັງມີຜູ້ຕາງໜ້າຈາກສໍານັກງານຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການສະຫະປະຊາຊາດ ທີ່ ນີວຢອກ ເຂົ້າຮ່ວມ.
ໃນການຢ້ຽມຢາມຄັ້ງນີ້, ທ່ານ ນາງ ສຸພາ ໄຊປຣະສິດ-ເມ ແລະ ຄະນະໄດ້ຮັບການຕ້ອນຮັບອັນອົບອຸ່ນ ແລະ ຮັກແພງຈາກທ່ານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສ.ອາເມລິກາ ແລະ ການາດາ ແລະ ຊຸມຊົນຄົນເຊື້ອຊາດລາວ. ໃນວັນທີ 8 ຕຸລາ 2021, ພີ່ນ້ອງຄົນເຊື້ອຊາດລາວລັດ Virginia ແລະ ລັດໃກ້ຄຽງຮ່ວມກັບບັນດານັກທຸລະກິດອາເມລິກາ ແລະ ພີ່ນ້ອງເຊື້ອຊາດອາຊີ ໄດ້ຈັດງານລ້ຽງຕ້ອນຮັບ ທ່ານ ນາງ ສຸພາ ພ້ອມດ້ວຍຄະນະນໍາສະຖານທູດເຂົ້າຮ່ວມ. ວັນທີ 9 ຕຸລາ 2021, ສະຖານທູດລາວໄດ້ຮ່ວມກັບສະມາຄົມກ໋ອບຄົນລາວ ທີ່ Virginia, ແລະ Maryland ໄດ້ຈັດງານແຂ່ງຂັນກິລາ ກ໋ອບມິດຕະພາບ ເພື່ອຕ້ອນຮັບ ທ່ານ ນາງ ສຸພາ ໂດຍມີ ທ່ານ ຄຳພັນ ອັ່ນລາວັນ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສປປ ລາວ ປະຈໍາ ສ.ອາເມລິກາ ແລະ ການາດາ ພ້ອມດ້ວຍຄະນະ ນັກກິລາກ໋ອບຄົນເຊື້ອຊາດລາວ ແລະ ຕ່າງປະເທດເຂົ້າຮ່ວມ.
ຈາກນັ້ນ, ໃນວັນທີ 10 ຕຸລາ 2021, ສະຖານທູດໄດ້ຈັດກອງປະຊຸມພົບປະນັກທຸລະກິດ ລະຫວ່າງ ທ່ານ ນາງ ສຸພາ ແລະ ຄະນະກັບ ທ່ານ ວຽງໄຊ ວິໄລກຸນ, ປະທານບໍລິສັດ Wilaikul International Gold Mine Co., LTD ແລະ ຄະນະ ພາຍໃຕ້ການເປັນປະທານໂດຍ ທ່ານເອກອັກຄະລັດຖະທູດລາວ ແລະ ມີຮອງຫົວໜ້າສໍານັກງານຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການສະຫະປະຊາຊາດ ທີ່ ນີວຢອກ; ພະນັກງານສະຖານທູດລາວ; ຄະນະຈາກສະຖາບັນລາວ-ອາເມລິກາ; ຜູ້ບໍລິຫານໂຄງການສ້າງຫ້ອງສະໝຸດຢູ່ ສປປ ລາວ ແລະ ພາກສ່ວນຕ່າງໆເຂົ້າຮ່ວມລວມ ທັງໝົດ 25 ຄົນ.
ໃນຕອນແລງຂອງວັນດຽວກັນ, ສະຖານທູດໄດ້ຈັດງານ ເພື່ອຕ້ອນຮັບທ່ານນາງສຸພາ ແລະ ຄະນະໂດຍໄດ້ເຊື້ອເຊີນພີ່ນ້ອງຄົນເຊື້ອຊາດລາວ ຈາກບັນດາລັດຕ່າງໆເຂົ້າຮ່ວມປະມານ 60 ຄົນ, ເຊິ່ງໃນງານລ້ຽງຕ້ອນຮັບຄັ້ງນີ້ ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສປປ ລາວ ໄດ້ສະແດງຄວາມຕ້ອນຮັບທ່ານ ນາງ ສຸພາ ຢ່າງເປັນທາງການ ແລະ ໄດ້ຕີລາຄາສູງຜົນງານ ແລະ ຄວາມສາມາດຂອງຜູ້ກ່ຽວທີ່ໄດ້ອຸທິດໃຫ້ແກ່ສັງຄົມກໍຄືປະຊາຊົນຢູ່ລັດອາຄັນຊໍ ແລະ ຄວາມມຸ້ງມາດປາດຖະໜາທີ່ຕ້ອງການກັບເມືອຢ້ຽມຢາມ ແລະ ຊ່ວຍເຫຼືອປະຊາຊົນລາວ ຢູ່ ສປປ ລາວ. ພ້ອມທັງອວຍພອນ ໃຫ້ຜູ້ກ່ຽວ ຈົ່ງໄດ້ຮັບໄຊຊະນະໃນການເລືອກຕັ້ງຄັ້ງນີ້. ພ້ອມນີ້, ບັນດາຜູ້ຕາງໜ້າຈາກຊຸມຊົນຄົນເຊື້ອຊາດລາວກໍ່ໄດ້ພັດປ່ຽນກັນຂຶ້ນກ່າວຄໍາເຫັນສະໜັບສະໜູນ ແລະ ອວຍພອນໃຫ້ຜູ້ກ່ຽວໄດ້ຮັບໄຊຊະນະໃນການລົງສະມັກຮັບເລືອກຕັ້ງຄັ້ງນີ້ເຊັ່ນກັນ. ໃນງານລ້ຽງຕ້ອນຮັບ ຍັງໄດ້ມີການສະແດງສີລະປະວັນນະຄະດີລາວຈາກລູກຫຼານພະນັກງານສະຖານທູດ ແລະ ຈັດລາຍການມ່ວນຊື່ນຕາມຮີດຄອງປະເພນີຂອງຊາດລາວເຮົາ ອັນໄດ້ເຮັດໃຫ້ບັນດາແຂກທີ່ມາຮ່ວມງານ ຄັ້ງນີ້ທັງໝົດ ມີຄວາມປະທັບໃຈ, ເບີກບານມ່ວນຊື່ນ ແລະ ຄິດຮອດບ້ານເກີດເມືອງນອນເພີ່ມຂຶ້ນ.
ການເດີນທາງຢ້ຽມຢາມສະຖານທູດລາວຂອງທ່ານ ນາງ ສຸພາ ແລະ ຄະນະ ຄັ້ງນີ້ໄດ້ປະສົບຜົນສໍາເລັດອັນຈົບງາມ ໂດຍສະເພາະໄດ້ປະກອບສ່ວນອັນສໍາຄັນ ໃນການຮັດແໜ້ນຄວາມສາມັກຄີ ລະຫວ່າງ ພີ່ນ້ອງຄົນເຊື້ອຊາດລາວ ກັບ ສະຖານທູດ ແລະ ສໍານັກງານຜູ້ຕ່າງໜ້າຖາວອນ ແຫ່ງ ສປປ ລາວ ທີ່ ນີວຢອກ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ, ທັງໄດ້ຊ່ວຍໂຄສະນາ ແລະ ຍົກບົດບາດ ແລະ ຄວາມສໍາຄັນຂອງ ສປປ ລາວ ກໍຄືສະຖານທູດລາວ ຕໍ່ຄົນລາວທີ່ມີບົດບາດ ໃນວົງການເມືອງຂອງອາເມລິກາ ຢູ່ ລັດອາຄັນຊໍ ແລະ ຄົນເຊື້ອຊາດລາວຢູ່ລັດຕ່າງໆໃຫ້ສູງເດັ່ນຂຶ້ນ.