ວັນທີ 18 ມັງກອນ 2022 ທ່ານ ນາງ ອາລີ ວົງໜໍ່ບຸນທຳ ກຳມະການສູນກາງພັກ ປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະຢ້ຽມຢາມ ທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຄຳມ່ວນ.
ໃນການພົບປະຢ້ຽມຢາມໃນຄັ້ງນີ້ ທ່ານປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ໄດ້ລາຍງານຈຸດປະສົງໃນການມາເຄື່ອນໄຫວວຽກງານຢູ່ແຂວງຄຳມ່ວນໃນຄັ້ງນີ້ ໂດຍໄດ້ເຂົ້າຮ່ວມກອງປະຊຸມສາມັນຄົບຄະນະບໍລິຫານງານ ສະຫະພັນກຳມະບານແຂວງຄຳມ່ວນ ຄັ້ງທີ 3 ສະໄໝທີ VII ຊຶ່ງໄດ້ຮັບຟັງຮ່າງບົດລາຍງານການເຄື່ອນໄຫວວຽກງານໃນໄລຍະ 1 ປີຜ່ານມາ ຂອງສະຫະພັນກຳມະບານແຂວງ ມີທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ທິດທາງແຜນການທີ່ຈະຕ້ອງໄດ້ແກ້ໄຂໃນຕໍ່ໜ້າ ໂດຍສະເພາະວຽກງານກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ວຽກງານການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ແລະ ວຽກງານຮອບດ້ານຂອງສະຫະ ພັນກຳມະບານແຂວງ, ນອກຈາກນີ້ ທ່ານ ນາງ ອາລີ ວົງໜໍ່ບຸນທຳ ຍັງໄດ້ລາຍງານສະພາບການເຄື່ອນໄຫວວຽກງານຂອງສູນກາງສະຫະພັນກຳມະບານລາວ ໂດຍສະເພາະການສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 66 ປີ ທີ່ຈະມາເຖິງນີ້ໃຫ້ເປັນຂະບວນຟົດຟື້ນ ແລະ ກວ້າງຂວາງ.
ຈາກນັ້ນ ທ່ານ ວັນໄຊ ພອງສະຫວັນ ກຳມະກາງສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຄຳມ່ວນ ໄດ້ລາຍງານສະພາບໂດຍລວມຂອງແຂວງ ເຊິ່ງທ່ານໄດ້ໃຫ້ຮູ້ເຖິງການປະຕິບັດໂຄງການ ແລະ ແຜນງານປະຈຳປີຂອງແຂວງ ພ້ອມທັງວຽກງານຮອບດ້ານຕ່າງໆໃນທາມກາງສະພາບການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19, ພ້ອມດຽວກັນນີ້ ທ່ານຍັງໄດ້ອວຍໄຊໃຫ້ພອນ ໃຫ້ຄະນະນຳຂອງສູນການສະຫະພັນກຳມະບານລາວ ປະສົບຜົນ ສຳເລັດໃນການມາເຮັດວຽກຢູ່ແຂວງຄຳມ່ວນໃນຄັ້ງນີ້ ພ້ອມທັງເນັ້ນໜັກໃຫ້ເອົາໃຈໃສ່ພັດທະນາວຽກງານກຳມະບານໃຫ້ດີຂຶ້ນໄປເລື້ອຍໆ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງສະມາຊິກກຳມະບານ, ກຳມະ ກອນ ແລະ ຜູ້ອອກແຮງງານໃຫ້ໄດ້ຢ່າງທົ່ວເຖິງ.
Cr: ສື່ກຳມະບານ

