ໃນທ້າຍອາທິດຜ່ານມາ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະໄດ້ເຄື່ອນໄຫວຕິດຕາມຊຸກຍູ້ວຽກງານຢູ່ແຂວງຫົວພັນ ໂດຍມີທ່ານ ວັນໄຊ ແພງຊຸມມາ, ເຈົ້າແຂວງໆຫົວພັນ ພ້ອມດ້ວຍຄະນະນຳຂອງແຂວງ, ເມືອງ ແລະ ພາກສ່ວນກ່ຽວຂ້ອງ ໃຫ້ການຕ້ອນຮັບ.
ການເຄື່ອນໄຫວຊຸກຍູ້ວຽກງານຄັ້ງນີ້, ຄະນະຂອງທ່ານ ນາຍົກລັດຖະມົນຕີ ໄດ້ໄປຢ້ຽມຢາມດ່ານສາກົນນ້ຳໂສຍ-ນາແມວ ທີ່ເມືອງວຽງໄຊ, ແຂວງຫົວພັນ; ເຊິ່ງກ່ອນອື່ນທ່ານ ພັນໂທ ກິ່ງແກ້ວ ຄຳມີໄຊ, ຫົວໜ້າຄະນະຄຸ້ມຄອງດ່ານໄດ້ລາຍງານໃຫ້ຮູ້ ກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ໂດຍສະເພາະ ຜົນສຳເລັດທີ່ພົ້ນເດັ່ນ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ຂໍ້ສະເໜີ ຈຳນວນໜຶ່ງ ລວມທັງ ລາຍງານໃຫ້ຮູ້ວ່າ ດ່ານໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 05 ເມສາ 2004; ຕັ້ງຢູ່ບ້ານເດຍ, ເມືອງວຽງໄຊ, ແຂວງຫົວພັນ ຫ່າງຈາກເທດສະບານຕົວເມືອງຊຳເໜືອ 84 ກິໂລແມັດ ແລະ ຫ່າງຈາກຕົວເມືອງວຽງໄຊ 56 ກິໂລແມັດ; ດ້ານການຈັດຕັ້ງພາຍໃນດ່ານ ປະກອບມີ 06 ຂະແໜງການຄື: ຫ້ອງການ; ດ່ານພາສີ; ດ່ານຕຳຫຼວດກວດຄົນເຂົ້າ-ອອກເມືອງ; ດ່ານກັກກັນພືດ ແລະ ສັດຕະວະແພດ; ອາຫານ ແລະ ຢາ; ກວດສອບຄຸນນະພາບນ້ຳມັນເຊື້ອໄຟ. ສຳລັບການເກັບກໍາຕົວເລກສະຖິຕິ ການເຂົ້າ-ອອກເມືອງ ໃນປີ 2023 ມີຄົນເຂົ້າເມືອງ ຈໍານວນ 14.536 ເທື່ອຄົນ, ຄົນອອກເມືອງ 14.328 ເທື່ອຄົນ; ມີຈໍານວນພາຫະນະຂາເຂົ້າ 4.993 ຄັນ, ຂາອອກ 693 ຄັນ. ສິນຄ້າສົ່ງອອກປະກອບມີ: ແຮ່ເຫຼັກ, ຜົນຜະລິດກະສິກຳ ແລະ ເຄື່ອງປ່າຂອງດົງຈຳນວນໜຶ່ງ ລວມມູນຄ່າ ທັງໝົດ 4.958.876 ໂດລາ; ສິນຄ້ານໍາເຂົ້າລວມມີ: ເຫຼັກ, ຊີມັງ, ຂີ້ເທົ່າ, ເຄື່ອງກໍ່ສ້າງຮັບໃຊ້ເຂື່ອນໄຟຟ້ານ້ຳຊຳ 3, ນໍ້າຊໍາ 1 ເອ ແລະ ອື່ນໆ. ສະເພາະການຄຸ້ມຄອງການສົ່ງອອກແຮ່ທາດ ຂະແໜງການກ່ຽວຂ້ອງຂັ້ນແຂວງ ໄດ້ລົງຕິດຕາມກວດກາຕົວຈິງລົດບັນທຸກແຕ່ລະຄັນ ຢູ່ພາຍໃນດ່ານ ເຊິ່ງມູນຄ່າການສົ່ງອອກແຮ່ທາດ ໃນປີ 2023 ປະມານຈໍານວນ 401.116 ໂດລາ.
ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ກ່າວຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດ ທີ່ສາມາດປະຕິບັດໄດ້ໃນໄລຍະທີ່ຜ່ານມາ. ພ້ອມນັ້ນ, ທ່ານ ໄດ້ຊີ້ນຳຂະແໜງການກ່ຽວຂ້ອງ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ໃຫ້ອົງການປົກຄອງແຂວງ ເອົາໃຈໃສ່ຄຸ້ມຄອງລາຄາສິນຄ້າ ແລະ ສົ່ງເສີມການນຳໃຊ້ຜະລິດພາຍໃນໃຫ້ຫຼາຍຂຶ້ນ ເພື່ອຫຼຸດຜ່ອນການນຳເຂົ້າສິນຄ້າທີ່ບໍ່ຈຳເປັນ; ໃຫ້ກະຊວງແຜນການ ແລະ ການລົງທຶນ ສືບຕໍ່ຄົ້ນຄວ້າການແບ່ງຂັ້ນຄຸ້ມຄອງໂຄງການລົງທຶນ ລະຫວ່າງສູນກາງ ແລະ ທ້ອງຖິ່ນ ໃຫ້ແທດເໝາະ ແລະ ສອດຄ່ອງກວ່າເກົ່າ; ໃຫ້ກະຊວງກະສິກຳ ແລະ ປ່າໄມ້ ສືບຕໍ່ປະສານ ກັບປະເທດເພື່ອນມິດ ເພື່ອສະເໜີເພີ່ມລາຍການສິນຄ້າສົ່ງອອກໄປຕ່າງປະເທດໃຫ້ໄດ້ຫຼາຍຂຶ້ນ; ໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ຕິດຕາມ ກວດກາບັນດາໂຄງການໃນຂະແໜງການຕົນ ເພື່ອຮັບປະກັນການຈັດຕັ້ງປະຕິບັດ ໃຫ້ໄດ້ຕາມແຜນ ແລະ ມີປະສິດທິຜົນ, ຄົ້ນຄວ້າພິຈາລະນາຄືນໂຄງການທີ່ບໍ່ມີປະສິດທິຜົນ ເພື່ອຫຼີກລ່ຽງການຖ່ວງດຶງການພັດທະນາ; ໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ເອົາໃຈໃສ່ປັບປຸງ, ສ້ອມແປງເສັ້ນທາງທີ່ເປ່ເພ ແລະ ປຶກສາຫາລືກັບບັນດາບໍລິສັດຂົນສົ່ງ ເພື່ອໃຫ້ບໍລິສັດ ມີສ່ວນຮ່ວມໃນວຽກງານດັ່ງກ່າວ.
ໃນວັນດຽວກັນ, ທ່ານ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະ ຍັງໄດ້ສືບຕໍ່ຢ້ຽມຢາມ ແລະ ພົບປະປະຊາຊົນ ບ້ານສົບຮາວ, ເມືອງສົບເບົາ ຕື່ມອີກ; ໃນໂອກາດພົບປະຄັ້ງນີ້ ທ່ານ ນາຍົກລັດຖະມົນຕີ ໄດ້ມອບງົບປະມານຈຳນວນໜຶ່ງ ເພື່ອປະກອບເຂົ້າເປັນກອງທຶນບ້ານ ໃນການພັດທະນາບ້ານ ແລະ ນຳໃຊ້ວຽກງານທີ່ຈໍາເປັນພາຍໃນບ້ານ ໃຫ້ມີປະສິດທິຜົນ.
ຂ່າວ;ພາບ: ກົມປະຊາສຳພັນ ສຫນຍ

