ໃນໂອກາດທີ່ທ່ານ ພັນຄຳ ວິພາວັນ, ນາຍົກ ລັດຖະມົນຕີ ພ້ອມດ້ວຍຄະນະ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອັດຕະປື, ໃນວັນທີ 28 ພຶດສະພາ 2022, ທ່ານນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມການນຳຫຼັກແຫຼ່ງຂອງແຂວງ ໂດຍການນຳພາຄະນະ ໃຫ້ການຕ້ອນຮັບ ແລະ ເຂົ້າຮ່ວມຮັບຟັງການພົບ ປະໂອ້ລົມດັ່ງກ່າວ ຂອງທ່ານ ເລັດ ໄຊຍະພອນ, ເຈົ້າແຂວງອັດຕະປື.

ພາຍຫຼັງທີ່ທ່ານ ເລັດ ໄຊຍະພອນ ເຈົ້າແຂວງໆອັດຕະປື ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ລາຍງານໃຫ້ຊາບ ກ່ຽວກັບສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ປະຈຳປີ 2022 ໃນໄລຍະ 5 ເດືອນຜ່ານມາ ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ, ທ່ານນາຍົກລັດຖະມົນຕີ ກໍ່ໄດ້ມີຄຳເຫັນໂອ້ລົມ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ບັນດາຜົນສຳເລັດອັນພົ້ນເດັ່ນ ທີ່ການນຳພັກ-ລັດ ແລະ ປະຊາຊົນ ຊາວແຂວງອັດຕະປື ສາມາດປະຕິບັດໄດ້ເປັນຮູບປະທຳຕົວຈິງ, ພ້ອມທັງ ແຈ້ງໃຫ້ຊາບ ກ່ຽວກັບຈຸດປະສົງ ໃນການເຄື່ອນໄຫວເຮັດວຽກໃນຄັ້ງນີ້ ແລະ ໄດ້ຍົກໃຫ້ເຫັນ ການປະຕິບັດໜ້າທີ່ ຂອງລັດຖະບານ ຊຸດທີ IX ໂດຍສະເພາະ ຄວາມພະຍາຍາມ ໃນການແກ້ໄຂຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ ເປັນຕົ້ນ ຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ, ການແຜ່ລະບາດ ຂອງພະຍາດໂຄວິດ-19, ການປະຕິບັດວຽກງານປ້ອງກັນຊາດ- ປ້ອງກັນຄວາມສະຫງົບ, ລວມທັງ ແລະ ຜົນກະທົບຕ່າງໆ ຈາກພາຍນອກ. ອັນສຳຄັນ, ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນຳໃຫ້ອົງການປົກຄອງແຂວງອັດຕະປື ເອົາໃຈໃສ່ຕື່ມ 3 ວຽກຕົ້ນຕໍ ຄື:
1. ພ້ອມກັນເອົາໃຈໃສ່ ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນສຳເລັດຕາມຄາດໝາຍ ທີ່ກຳນົດໄວ້ ໂດຍສະເພາະ ບັນດາວຽກຈຸດສຸມ ຂອງສອງວາລະແຫ່ງຊາດດັ່ງກ່າວ ເປັນຕົ້ນ ການສ້າງຄວາມເຂັ້ມແຂງ ໃນການເກັບລາຍຮັບ ແລະ ຈຳກັດການຮົ່ວໄຫຼຂອງງົບປະມານແຫ່ງລັດ, ການສ້າງຖານການຜະລິດ ເພື່ອສົ່ງອອກ ໃຫ້ເຂັ້ມແຂງ ແລະ ຫຼຸດຜ່ອນການນຳເຂົ້າສິນຄ້າ ເປັນກ້າວໆ, ການແກ້ໄຂບັນຫາການນຳເຂົ້າ ແລະ ນຳໃຊ້ພາຫະ ນະບໍ່ຖືກຕ້ອງ, ການປະຕິບັດດຳລັດ ວ່າດ້ວຍລົດຂອງລັດ, ການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ເຂັ້ມງວດຕາມກົດໝາຍ ແລະ ລະບຽບການ ເປັນກ້າວໆ ລວມທັງ ການແກ້ໄຂບັນຫາຢາເສບຕິດ ແລະ ປະກົດການຫຍໍ້ທໍ້ອື່ນໆ.

2. ຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈ ການຕົກລົງສອງຝ່າຍ ຂອງສອງລັດຖະບານ ລາວ-ກຳປູເຈຍ ກໍຄືເນື້ອໃນຈິດໃຈ ທີ່ໄດ້ສະເໜີ ແລະ ຊີ້ນຳໃນການພົບປະໂອ້ລົມ ກັບບັນດາການນຳຂັ້ນແຂວງ ຂອງລາວ ແລະ ກຳປູເຈຍ ທີ່ມີຊາຍແດນຕິດກັນ.
3. ຢຶດໝັ້ນປະຕິບັດແນວທາງການຕ່າງປະເທດ ສັນຕິພາບ ເອກະລາດ ມິດຕະພາບ ແລະ ການຮ່ວມມື ຢ່າງສະເໝີຕົ້ນສະເໝີປາຍ ຂອງພັກເຮົາ, ບົນພື້ນຖານຫຼັກການ ເຄົາລົບເຊິ່ງກັນ ແລະ ກັນ ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ສືບຕໍ່ຜັນຂະຫຍາຍຄໍາຂວັນ ການທູດປ້ອງກັນເຫດ ແລະ ບຸກທະລຸ ເພື່ອນຳເອົາຜົນປະໂຫຍສູງສຸດ ມາໃຫ້ປະເທດຊາດ ແລະ ປະຊາຊົນ.
ການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງອັດຕະປື ຂອງທ່ານນາຍົກລັດຖະມົນຕີ ໃນຄັ້ງນີ້ ສະແດງໃຫ້ເຫັນເຖິງ ຄວາມເປັນຫ່ວງເປັນໄຍ ຂອງກົມການເມືອງສູນກາງພັກ ແລະ ລັດຖະບານ ຕໍ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ກໍ່ຄືວຽກງານວຽກງານຈຸດສຸມສຳຄັນຕ່າງໆ ຢູ່ທ້ອງຖິ່ນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຮອບດ້ານ ມີຜົນສຳເລັດ ຕາມຄາດໝາຍທີ່ວາງໄວ້, ແນໃສ່ເຮັດໃຫ້ເສດຖະກິດແຫ່ງຊາດ ຂະຫຍາຍຕົວ ຢ່າງຕໍ່ເນື່ອງ ຕາມທິດທີ່ກຳນົດໄວ້, ສັງຄົມມີຄວາມສະຫງົບ, ປອດໄພ, ສີວິໄລ, ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆ.

ຂ່າວ;ພາບ: ກົມປະຊາສຳພັນ ສຳນັກງານ ນາຍົກລັດຖະມົນຕີ