ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 5 ຕຸລາ 2022 ທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຜົ້ງສາລີ ໂດຍມີທ່ານ ຄຳຜອຍ ວັນນະສານ, ເຈົ້າແຂວງຜົ້ງສາລີ ພ້ອມການນຳຫຼັກແຫຼ່ງຂອງແຂວງ ໃຫ້ການຕ້ອນຮັບ, ເຂົ້າຮ່ວມຮັບຟັງການພົບປະໂອ້ລົມ ແລະ ເຄື່ອນ ໄຫວເຮັດວຽກຮ່ວມ.
ໃນໂອກາດນີ້, ທ່ານ ເຈົ້າແຂວງຜົ້ງສາລີ ໄດ້ລາຍງານສະພາບການພັດທະນາເສດ ຖະກິດ-ສັງຄົມ ຂອງແຂວງໃຫ້ຊາບວ່າ: ແຂວງ ໄດ້ສຸມໃສ່ແກ້ໄຂ 8 ບັນຫາຕົ້ນຕໍ ທີ່ພົບພໍ້ຜ່ານມາ ແລະ ພວມປະເຊີນໜ້າຢູ່ໃນປັດຈຸບັນ ເປັນຕົ້ນ ຄວາມທຸກຍາກຂອງປະຊາຊົນ ໃນລະດັບບ້ານ ແລະ ຄອບຄົວ ຍັງກວມອັດຕາສ່ວນສູງ; ປະກົດ ການຫຍໍ້ທໍ້ໃນສັງຄົມ ຍັງເກີດຂຶ້ນຢູ່ຫຼາຍບໍລິເວນ ແລະ ມີທ່າອ່ຽງເພີ່ມຂຶ້ນໃນລະດັບທີ່ແຕກຕ່າງກັນ, ທັງຢູ່ໃນຕົວເມືອງ ແລະ ຊົນນະບົດ; ການນໍາໃຊ້ຊັບພະຍາກອນທໍາມະຊາດ ຍັງຟູມເຟືອຍທີ່ບໍ່ມີປະສິດທິຜົນສູງ ແລະ ກ້າວໄປເຖິງດັບສູນ; ຄວາມສາມາດ ຂອງພະນັກງານ ນໍາພາ-ຄຸ້ມຄອງ ແລະ ພະນັກງານວິຊາການ ຍັງຈໍາກັດ; ຄຸນນະພາບ ຂອງຊັບພະ ຍາກອນມະນຸດຢູ່ພາຍໃນແຂວງຍັງຕໍ່າ; ປະຊາຊົນໃນເຂດຊົນນະບົດຍັງບໍ່ຮູ້ພາສາລາວ; ຄວາມຕ້ອງການພັດທະນາສູງ, ແຕ່ທຶນຮອນມີຈໍາກັດ; ການປ່ຽນແປງດິນຟ້າອາກາດ ແລະ ການລະບາດຂອງພະຍາດຕ່າງໆ ເປັນໄພຂົມຄູ່ກັບການດໍາລົງຊີວິດ ແລະ ການສ້າງສາພັດ ທະນາ.
ໃນໂອກາດດຽວກັນ, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມ ພ້ອມທັງ ໃຫ້ທິດຊີ້ນຳ ແກ່ການນຳຫຼັກແຫຼ່ງຂອງແຂວງ ແລະ ພາກສ່ວນກ່ຽວຂ້ອງ ຕື່ມບາງດ້ານ ເປັນຕົ້ນ ເອົາໃຈໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ພາຍໃນແຂວງ ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໂດຍການເພີ່ມທະວີການແກ້ໄຂປະກົດ ການຫຍໍ້ທໍ້ຕ່າງໆ ໃນສັງຄົມໃຫ້ນັບມື້ຫຼຸດໜ້ອຍຖອຍລົງ; ສືບຕໍ່ຮັກສາມູນເຊື້ອຄວາມສາມັກຄີ ເປັນປຶກແຜ່ນພາຍໃນຄະນະພັກ-ຄະນະນຳຂອງແຂວງ, ເຕົ້າ ໂຮມຄວາມສາມັກຄີພາຍໃນ ໃຫ້ມີຄວາມໜັກແໜ້ນ, ເສີມຂະຫຍາຍມູນເຊື້ອປະຕິວັດ 2 ຂອງແຂວງເຕົ້າໂຮມ ໃຫ້ເປັນປຶກແຜ່ນ; ເດັດດ່ຽວເດີນຕາມແນວທາງປ່ຽນແປງໃໝ່ຮອບດ້ານຂອງພັກ, ສູ້ຊົນຈັດຕັ້ງປະຕິບັດ ແຜນພັດທະນາເສດ ຖະກິດ-ສັງຄົມ ແຫ່ງຊາດ ແລະ ໃນ 3 ເດືອນທ້າຍປີ ໃຫ້ສໍາເລັດຕາມແຜນທີ່ກໍານົດໄວ້; ແກ້ໄຂບັນຫາການຮົ່ວໄຫຼຂອງການຈັດເກັບລາຍຮັບ ຕາມທິດຫັນເປັນທັນສະ ໄໝ, ພ້ອມທັງ ຕັ້ງໜ້າແກ້ໄຂກົນໄກ, ຂອດການຈັດຕັ້ງ ແລະ ບຸກຄະລາກອນ ໄປພ້ອມກັນ; ຍົກສູງປະສິດ ທິຜົນຂອງການຄຸ້ມຄອງລາຍຈ່າຍ, ດໍາເນີນບັນດາມາດ ຕະການປະຢັດ ຢ່າງຈິງຈັງ, ເຂັ້ມງວດວິໄນດ້ານລາຍຈ່າຍ, ປະຢັດລາຍຈ່າຍບໍລິຫານ, ພາຫະນະ ແລະ ການລົງທຶນພາກລັດ ທີ່ບໍ່ມີປະສິດທິຜົນ, ສືບຕໍ່ຕິດຕາມ, ຊຸກຍູ້ການຈັດຕັ້ງປະຕິບັດບັນດາໂຄງການລົງທຶນພາຍໃນ ແລະ ຕ່າງປະເທດ; ກໍາຈັດ ແລະ ແກ້ໄຂສິ່ງອັດຕັນ, ກົດໜ່ວງຖ່ວງດຶງການລົງທຶນ ທັງພາຍໃນ ແລະ ຕ່າງປະເທດ; ຂຸດຄົ້ນ, ນໍາໃຊ້ທ່າແຮງ, ຄວາມສາມາດບົ່ມຊ້ອນ ທາງດ້ານທີ່ຕັ້ງ, ຊັບພະຍາກອນທໍາມະຊາດ ພາຍໃນແຂວງ ໃຫ້ເກີດຜົນປະໂຫຍດສູງສຸດ ເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາ ຊົນບັນດາເຜົ່າໃຫ້ດີຂຶ້ນ; ຊຸກຍູ້ການຜະລິດກະສິກໍາເປັນສິນຄ້າ ຕິດພັນກັບການປຸງແຕ່ງ ເພື່ອຊົມໃຊ້ພາຍໃນ ແລະ ສົ່ງອອກ, ຮັບປະກັນໃຫ້ມີຕະ ຫຼາດທີ່ໝັ້ນຄົງ, ສືບຕໍ່ປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ພະຍາດອື່ນໆ.
ສໍາລັບມາດຕະການຈັດຕັ້ງປະຕິບັດ: ຄະນະພັກ-ຄະນະນຳ ຕ້ອງລົງເລິກຊີ້ນໍາ, ວາງແຜນ, ຕິດຕາມ, ກວດກາ ການປະຕິບັດບັນດາມາດຕະການ ເພື່ອແກ້ໄຂບັນຫາຕົວຈິງ ຕາມຂະແໜງການ, ທ້ອງຖິ່ນ-ຮາກຖານ ທີ່ຕົນຮັບຜິດຊອບ ຢ່າງເປັນລະບົບ, ຫັນພະນັກງານລົງຮາກຖານ, ກໍາບັນຫາ ແລະ ແກ້ໄຂບັນ ຫາຊ່ວຍຮາກຖານປະຊາຊົນ, ສ້າງເປັນຫຼັກແຫຼ່ງ, ເປັນຜູ້ນໍາພາ ທີ່ແທ້ຈິງຂອງປະຊາຊົນ. ພ້ອມນັ້ນ ກໍຕ້ອງເດັດດ່ຽວແກ້ໄຂຜູ້ເສຍທາດ-ຂາດຄຸນ ໃຫ້ເຖິງຖອງ; ດໍາເນີນແກ້ໄຂບັນດາຈຸດອ່ອນ ແລະ ຂໍ້ຄົງຄ້າງ ທີ່ຊໍາເຮື້ອ, ພ້ອມທັງ ປະຕິ ບັດວິໄນ ຕໍ່ຜູ້ລະເມີດ ຫຼື ເມີນເສີຍ ຕາມມະຕິ, ຄໍາສັ່ງ ແລະ ລະບຽບການຕ່າງໆ ທີ່ວາງອອກ ຢ່າງເຂັ້ມງວດ.
ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ.