ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ພາຍຫຼັງສຳເລັດການເຄື່ອນໄຫວຊຸກຍູ້ ແລະ ຊີ້ນຳວຽກງານ ຢູ່ແຂວງໄຊຍະບູລີ; ໃນວັນທີ 17 ພະຈິກ 2023 ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ, ຫົວໜ້າຄະນະສະເພາະກິດ ຮັບຜິດຊອບແກ້ໄຂບັນຫາເຄັ່ງຮ້ອນຂອງ ເສດຖະ ກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ (ຫົວໜ້າຄະນະສະເພາະກິດ 19/ກມສພ) ພ້ອມດ້ວຍຄະນະ ໄດ້ພົບປະໂອ້ລົມ ຕໍ່ການນຳຫຼັກແຫຼ່ງແຂວງຫຼວງພະບາງ ແລະ ເຄື່ອນໄຫວຊຸກຍູ້ການຜະລິດ ຢູ່ພື້ນທີ່ຕົວຈິງ ພາຍໃນແຂວງ ມີທ່ານ ຄຳຂັນ ຈັນທະວີສຸກ, ເຈົ້າແຂວງໆຫຼວງພະບາງ ນຳພາຄະນະໃຫ້ການຕ້ອນຮັບ, ເຂົ້າຮ່ວມຟັງການໂອ້ລົມ ແລະ ຮ່ວມເຄື່ອນໄຫວຊຸກຍູ້ວຽກງານ.
ໃນໂອກາດນີ້, ທ່ານ ເຈົ້າແຂວງໆຫຼວງພະບາງ ໄດ້ລາຍງານໃຫ້ຊາບ ກ່ຽວກັບສະພາບການພັດທະນາເສດຖະກິດ -ສັງຄົມຂອງແຂວງ ປະຈຳປີ 2023 ຕິດພັນກັບການແກ້ໄຂບັນຫາເຄັ່ງຮ້ອນ ຂອງເສດຖະກິດ-ການເງິນ, ເຊິ່ງອັນພົ້ນເດັ່ນ ເຫັນວ່າ: ໄລຍະ 09 ເດືອນຜ່ານມາ ເສດຖະກິດຂອງແຂວງຂະຫຍາຍຕົວ ໃນລະດັບ 4%, ລວມຍອດມູນຄ່າຜະລິດ ຕະພັນພາຍໃນ ປະຕິບັດໄດ້ 12.766 ຕື້ກີບ, ເທົ່າກັບ 80,12% ຂອງແຜນການ, ສະເລ່ຍໃສ່ຫົວຄົນໄດ້ 26,72 ລ້ານກີບ ເທົ່າກັບ 80,12% ຂອງແຜນການ, ຍາດແຍ່ງທຶນເຂົ້າໃນການພັດທະນາໄດ້ 3.281 ຕື້ກີບ, ເທົ່າກັບ 99% ຂອງແຜນການ; ການຈັດເກັບລາຍຮັບ ຮອດວັນທີ 13 ພະຈິກ 2023 ປະຕິບັດໄດ້ 601,02 ຕື້ກີບ, ເທົ່າກັບ 107,92% ຂອງແຜນການ, ແຜນລາຍຈ່າຍ ປະຕິບັດໄດ້ 579,08 ຕື້ກີບ, ເທົ່າກັບ 75,54% ຂອງແຜນການ; ໄດ້ເອົາໃຈໃສ່ຕິດຕັ້ງລະບົບແທັກລິສ (TaxRIS) ເຂົ້າໃນການເກັບລາຍຮັບເຂົ້າງົບປະມານ ສໍາເລັດແລ້ວ 11 ເມືອງ ແລະ 01 ນະຄອນ, ລວມທັງໝົດມີ 10.187 ຫົວໜ່ວຍ, ໃນນີ້: ນຳໃຊ້ແລ້ວ 9.969 ຫົວໜ່ວຍ, ກວມ 97,11%; ໄດ້ຕິດຕັ້ງໂປແກຼມບັນຊີ ເອພີໄອເອັສ (APIS) ໃຫ້ຫົວໜ່ວຍທຸລະກິດ ແລະ ອອກອະນຸຍາດນຳໃຊ້ລະບົບເກັບເງິນ ອາກອນມູນຄ່າເພີ່ມຜ່ານໂປແກຼມເອພີແທັກ (APTax) ໄດ້ຕື່ມ 102 ຫົວໜ່ວຍ ລວມທັງໝົດມີ 379 ຫົວໜ່ວຍ; ໄດ້ຫັນເອົາຫົວໜ່ວຍທຸລະກິດເຂົ້າລະບົບອາກອນມູນຄ່າເພີ່ມໄດ້ 3.065 ຫົວໜ່ວຍ; ໄດ້ຕິດຕັ້ງເຄື່ອງສະແກນຄີວອາໂຄດ ຢູ່ແຫຼ່ງທ່ອງທ່ຽວ 3 ແຫ່ງ (ຕາດກວາງ ຊີ, ຫໍພິພິດຕະພັນ, ພະທາດພູສີ) ແລະ ນໍາໃຊ້ລະບົບບາໂຄດຢູ່ແຫຼ່ງທ່ອງທ່ຽວ 3 ແຫ່ງ (ວັດຊຽງທອງ, ວັດຖໍ້າ ແລະ ຖໍ້າຕິ່ງ) ແລະ ໄດ້ນໍາໃຊ້ລະບົບເກັບຄ່າທໍານຽມທາງດ້ວຍລະບົບອາທີເອັມເອັສ (RTMS); ໄດ້ເອົາໃຈໃສ່ຈັດຕັ້ງຜັນຂະ ຫຍາຍດໍາລັດ ວ່າດ້ວຍການປະຢັດ ແລະ ຕ້ານການຟູມເຟືອຍ; ດໍາລັດ ວ່າດ້ວຍລົດຂອງລັດ; ໄດ້ເອົາໃຈໃສ່ຕິດຕາມ, ຄຸ້ມຄອງ ສະພາບການເຄື່ອນໄຫວຂອງເງິນຕາຕ່າງປະເທດ ເປັນປົກກະຕິ, ສາມາດລະດົມເງິນຝາກໄດ້ທັງໝົດ 7.011 ຕື້ກີບ (ລື່ນແຜນ 1,2 ເທົ່າຕົວ) ແລະ ສະໜອງສິນເຊື່ອໄດ້ທັງໝົດ 3.754 ຕື້ກີບ (ລື່ນແຜນ 1 ເທົ່າຕົວ), ໄດ້ສະໜອງສິນເຊື່ອໃຫ້ວິສາຫະກິດຂະໜາດນ້ອຍ ແລະ ກາງ ກວມ 71,68% ຂອງຍອດສິນເຊື່ອທັງໝົດ; ການຜະລິດພືດຜັກສະບຽງອາຫານ ໄດ້ 22.621 ເຮັກຕາ (ລື່ນແຜນ 11,65 %), ການປູກພືດອຸດສາຫະກຳເປັນສິນຄ້າ ໄດ້ 21.818,49 ເຮັກຕາ, ເທົ່າກັບ 82,99% ຂອງແຜນການ, ຄາດຄະເນຜົນຜະລິດ ໄດ້ 78.299,26 ໂຕນ, ເທົ່າກັບ 82,19% ຂອງແຜນການ. ປະຈຸບັນ ທົ່ວແຂວງມີຟາມລ້ຽງສັດ ທັງໝົດ 204 ຟາມ ໃນນັ້ນ: ຟາມງົວ ແລະ ຄວາຍ 83 ຟາມ, ຟາມໝູພັນຊີ້ນ 45 ຟາມ (ເພີ່ມຂຶ້ນ 3 ຟາມ), ຟາມແບ້ 4 ຟາມ, ຟາມໄກ່ໄຂ່ 27 ຟາມ (ເພີ່ມຂຶ້ນ 5 ຟາມ), ຟາມໄກ່ພັນຊີ້ນ 22 ຟາມ, ຟາມເປັດໄຂ່ 9 ຟາມ, ຟາມເປັດຊີ້ນ 1 ຟາມ, ຟາມຜະລິດລູກເປັດ 4 ຟາມ, ຟາມປາກະຊັງ 7 ຟາມ, ຟາມລ້ຽງກຸ້ງ 2 ຟາມ.
ໃນໂອກາດດຽວກັນ, ທ່ານ ນາຍົກລັດຖະມົນຕີ ກໍ່ໄດ້ມີຄຳເຫັນເຈາະຈີ້ມ ແລະ ສະເໜີຂະແໜງການກ່ຽວຂ້ອງ ຂອງແຂວງ ແລະ ສູນກາງ ປະກອບຄຳຄິດເຫັນ ເພີ່ມເຕີມບາງວຽກ. ຫຼັງຈາກນັ້ນ ກໍ່ໄດ້ໃຫ້ກຽດໂອ້ລົມຕໍ່ຜູ້ເຂົ້າຮ່ວມ ໂດຍໄດ້ເນັ້ນໜັກ ໃຫ້ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ສືບຕໍ່ຄົ້ນຄວ້າ ແລະ ນຳໃຊ້ທ່າແຮງຂອງທ້ອງຖິ່ນຕ່າງໆ ເຂົ້າໃນການພັດທະນາ ໃຫ້ແທດເໝາະ ແລະ ເກີດດອກອອກຜົນ; ສືບຕໍ່ສ້ອມແປງ ແລະ ກໍ່ສ້າງເສັ້ນທາງ ໃຫ້ສາມາດໄປມາໄດ້ສະດວກ ໂດຍສະເພາະ ເສັ້ນທາງຮັບໃຊ້ການທ່ອງທ່ຽວ, ຮັບໃຊ້ການຜະລິດ, ຂົນສົ່ງສິນຄ້າ ແລະ ດຳລົງຊີວິດປະຈຳວັນ ໂດຍປຸກລະດົມການມີສ່ວນຮ່ວມດ້ານທຶນຮອນ ແລະ ແຮງງານ ຂອງສັງຄົມ ແລະ ປະຊາຊົນທ້ອງຖິ່ນ; ເອົາໃຈໃສ່ຄຸ້ມຄອງ ແລະ ແກ້ໄຂບັນຫາຫຍໍ້ທໍ້ ໃນຂົງເຂດວຽກງານ: ແຮງງານ, ການສຶກສາ, ການນຳໃຊ້ສື່ສັງຄົມອອນລາຍ, ລວມທັງ ປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ; ສືບຕໍ່ສົ່ງເສີມ, ດຶງດູດ ແລະ ກະກຽມຄວາມພ້ອມຮອບດ້ານ ຕ້ອນຮັບນັກທ່ອງທ່ຽວ ໃນປີທ່ອງທ່ຽວລາວ 2024 ໃຫ້ດີ ແລະ ມີປະສິດທິຜົນສູງ; ສືບຕໍ່ຊຸກຍູ້ສົ່ງເສີມການຜະລິດ (ການປູກ-ການລ້ຽງ, ຫັດ ຖະກຳ, ເຄື່ອງລະນຶກ ແລະ ອື່ນໆ) ເພື່ອຮັບໃຊ້ ແລະ ຈຳໜ່າຍພາຍໃນແຂວງ ໃຫ້ພຽງພໍ, ທັງເປັນສິນຄ້າສົ່ງອອກ ໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້; ສືບຕໍ່ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ປະຈຳປີ 2023 ໃຫ້ບັນລຸ ຫຼື ລື່ນຄາດໝາຍທີ່ກຳນົດໄວ້ ໄປຄຽງຄູ່ກັບການປະຕິບັດບັນດາວຽກຈຸດສຸມ ແລະ ມາດຕະການຕ່າງໆ ໃນການແກ້ໄຂບັນຫາເຄັ່ງຮ້ອນຂອງເສດຖະກິດ-ການເງິນ ທີ່ຢູ່ໃນຄວາມຮັບຜິດຊອບຂອງຂະແໜງການ ແລະ ທ້ອງຖິ່ນຕົນ; ພ້ອມກັນກະ ກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນ; ພ້ອມກັນຈັດຕັ້ງຜັນຂະຫຍາຍ ມະຕິຂອງສູນກາງພັກ ວ່າດ້ວຍສືບຕໍ່ຊຸກຍູ້ການຜັນຂະຫຍາຍແນວທາງປ່ຽນແປງໃໝ່ສູ່ລວງເລິກ ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນການນຳພາຂອງພັກ ຊຶ່ງຕົ້ນຕໍແມ່ນດ້ານກົນໄກ, ການຈັດຕັ້ງ, ບຸກຄະລາກອນ ແລະ ກົງຈັກ ໃຫ້ກະທັດຮັດ, ເຂັ້ມແຂງ ແລະ ໜັກ ແໜ້ນ, ຫັນການບໍລິຫານລັດໄປສູ່ທັນສະໄໝ, ຫັນການບໍລິການໄປສູ່ຮາກຖານ ແລະ ຫັນຫົວໜ່ວຍວິຊາການເປັນພາລະກອນ ຕາມທິດທີ່ກໍານົດໄວ້; ສົມທົບກັບຂະແໜງການກ່ຽວຂ້ອງຂັ້ນສູນກາງ ກວດກາຄືນບັນດາໂຄງການລົງທຶນ ຢູ່ແຂວງຫຼວງພະບາງ ທີ່ໄດ້ອະນຸມັດຜ່ານມາ ໂດຍມີການລາຍງານ ແລະ ສະເໜີມາດຕະການ ຕໍ່ໂຄງການທີ່ບໍ່ມີການ ເຄື່ອນໄຫວ ຫຼື ເຄື່ອນໄຫວແຕ່ບໍ່ມີປະສິດທິຜົນ; ອຳນວຍຄວາມສະດວກ ແລະ ລະດົມທົ່ວສັງຄົມ ໃຊ້ບໍລິການ ການຊໍາລະສະສາງຕ່າງໆ ຜ່ານລະບົບບັນຊີ ເພື່ອດຶງດູດເງິນ ເຂົ້າຢູ່ໃນລະບົບການຄຸ້ມຄອງຂອງທະນາຄານ ຫຼາຍຂຶ້ນ; ກະກຽມຈັດກິດຈະກຳສະເຫຼີມສະຫຼອງວັນສຳຄັນຕ່າງໆ ຂອງຊາດ ແລະ ຂອງພັກ ໃຫ້ມີບັນຍາກາດ, ມີເນື້ອໃນ, ມີຄວາມສະຫງົບປອດໄພ, ຫຼຸດຜ່ອນຮູບການ, ບົນຈິດໃຈປະຢັດມັດທະຍັດ.
ໃນມື້ດຽວກັນ, ຄະນະຂອງທ່ານ ນາຍົກລັດຖະມົນຕີ ຍັງໄດ້ເຄື່ອນໄຫວຕິດຕາມຊຸກຍູ້ການຜະລິດ ແລະ ການຈັດເກັບລາຍຮັບ ທີ່ນຳໃຊ້ເຄື່ອງມືທັນສະໄໝ ຢູ່ບາງພື້ນທີ່ຕົວຈິງຕື່ມອີກ ເປັນຕົ້ນ ຟາມລ້ຽງໄກ່ໄຂ່ ຂອງທ່ານ ສ່ານ ຢູ່ບ້ານຊຽງເງິນ, ເມືອງຊຽງເງິນ; ບ້ານຕົວແບບໃນການຜະລິດຫັດຖະກຳ ຕໍ່າແຜ່ນແພ ແລະ ຜະລິດຕະພັນເຈ້ຍປໍສາ ຢູ່ບ້ານຊ່າງຄ້ອງ, ນະຄອນຫຼວງພະບາງ; ແລະ ຢ້ຽມຊົມ ການນຳໃຊ້ເຄື່ອງມືທັນສະໄໝ ເຂົ້າໃນການເກັບລາຍຮັບ ຢູ່ແຫຼ່ງທ່ອງທ່ຽວ ຫໍພິພິທະພັນແຫ່ງຊາດ ແຂວງຫຼວງພະບາງ.
ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.
May be an image of 9 people
May be an image of 8 people and text
May be an image of 6 people and text